ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຈີນ ຕັດສິນ ຈຳຄຸກ ອະດີດ ເຈົ້າໜ້າທີ່ ຍ້ອນ ຮັບສິນບົນ


ທ່ານ Lei Zhenfu ອະດີດເຈົ້າໜ້າທີ່ ທີ່ຖືກຕັດສິນຈຳຄຸກ 13 ປີ ຍ້ອນຮັບເງິນສິນບົນ
ທ່ານ Lei Zhenfu ອະດີດເຈົ້າໜ້າທີ່ ທີ່ຖືກຕັດສິນຈຳຄຸກ 13 ປີ ຍ້ອນຮັບເງິນສິນບົນ
ສານແຫ່ງນຶ່ງໃນພາກຕາເວັນອອກສຽງໃຕ້ຂອງຈີນໄດ້ຕັດສິນລົງ
ໂທດ ອະດີດເຈົ້າໜ້າທີ່ລັດຖະບານຄົນນຶ່ງ ໃຫ້ຕິດຄຸກເປັນເວລາ
13 ປີ ໃນຄວາມຜິດ ຖານຮັບເງິນສິນບົນ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ໃນວັນສຸກມື້
ນີ້ ສານໃນເຂດເທດສະບານ ນະຄອນ Chongqing ໄດ້ຕັດສິນ
ລົງໂທດທ່ານ Lei Zhenfu ອະດີດເຈົ້າໜ້າທີ່ອະວຸໂສໃນເຂດນຶ່ງ
ຂອງນະຄອນດັ່ງກ່າວ. ການລົງໂທດໃນຄັ້ງນີ້ ແມ່ນຮວມທັງການ
ຢຶດຊັບສິນສ່ວນໂຕຂອງທ່ານ ແລະປັບໃໝອີກ 48,000 ໂດລາ.

ທ່ານ Lei ໄດ້ກາຍມາເປັນຄົນມີຊື່ສຽງບໍ່ດີ ຫຼັງຈາກໄດ້ມີການນຳ
ອອກເຜີຍແຜ່ທາງອິນເຕີແນັດ ວີດີໂອຂອງທ່ານ ທີ່ມີເພດສຳພັນ ກັບເມຍນ້ອຍ ໃນທ້າຍປີ
ກາຍນີ້. ສື່ມວນຊົນຂອງຈີນລາຍງານວ່າ ວີດີໂອດັ່ງກ່າວນີ້ແມ່ນເປັນພາກສ່ວນນຶ່ງໃນແຜນ
ການຂອງບໍລິສັດພັດທະນາຫຼືຈັດສັນອະສັງຫາລິມມະຊັບເພື່ອໃຫ້ເງິນສິນບົນແລະຂູ່ເຂັນທີ່ ຈະເປີດເຜີຍຄວາມລັບຕໍ່ເຈົ້າໜ້າທີ່ລັດຖະບານ.

ທ່ານສີ ຈິ້ນຜິງປະທານປະເທດຈີນໄດ້ປະກາດວ່າ ຈະປາບປາມການສໍ້ລາດບັງຫຼວງໃນທຸກ ລະດັບ ເຖິງແມ່ນວ່າ ມີເຈົ້າໜ້າທີ່ອະວຸໂສ ແຕ່ໃນຈຳນວນໜ້ອຍໆເທົ່ານັ້ນ ໄດ້ຖືກປົດອອກ ຈາກໜ້າທີ່ ຫຼືຖືກສືບສວນ ຍ້ອນການສໍ້ລາດບັງຫຼວງກໍຕາມ.
XS
SM
MD
LG