ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ລມຕ ກະຊວງລົດໄຟຈີນ ຖືກກ່າວຫາວ່າ ກິນສິນບົນ


ທ່ານ Liu Zhijun ອະດີດລັດຖະມົນຕີກະຊວງລົດໄຟຂອງຈີນ ໃຫ້ສໍາພາດຂ່າວ ໃນກອງປະຊຸມດ້ານການປຶກສາທາງການເມືອງຂອງປະຊາຊົນຈີນ (CPPCC) ໃນກຸງປັກກິ່ງ ໃນວັນທີ 3 ມີນາ 2013.
ທ່ານ Liu Zhijun ອະດີດລັດຖະມົນຕີກະຊວງລົດໄຟຂອງຈີນ ໃຫ້ສໍາພາດຂ່າວ ໃນກອງປະຊຸມດ້ານການປຶກສາທາງການເມືອງຂອງປະຊາຊົນຈີນ (CPPCC) ໃນກຸງປັກກິ່ງ ໃນວັນທີ 3 ມີນາ 2013.
ອະດີດລັດຖະມົນຕີກະຊວງລົດໄຟຂອງຈີນ ທີ່ດູແລການຂະ
ຫຍາຍໂຕຢ່າງວ່ອງໄວຂອງເຄືອຂ່າຍລົດໄຟຄວາມໄວສູງຂອງ
​ປະ​ເທດ ທີ່ໄດ້​ເຕັມ​ໄປ​ດ້ວຍ​ຂ່າວ​ນອງນັນນັ້ນ ຖືກກ່າວຫາວ່າ
ກິນສິນບົນ ແລະໃຊ້ອໍານາດໃນທາງທີ່ບໍ່ຖືກຕ້ອງ.

ອົງການຂ່າວຊິນຫົວ ຂອງທາງການຈີນ ໄດ້ປະກາດການກ່າວຫາ
ດັ່ງກ່າວ ຕໍ່ ທ່ານ Liu Zhijun ໃນວັນພຸດມື້ນີ້. ແຕ່ອົງການຂ່າວ
ຊິນ​ຫົວ ບໍ່ໄດ້​ແຈ້ງ​ໃຫ້ຊາບກ່ຽວ​ກັບວັນ​ເວລາຂອງການດໍາເນີນ
ຄະດີ ຫລືໃຫ້ຂໍ້ມູນສະເພາະເຈາະຈົງ ​ໃນການກ່າວຫາຕໍ່ທ່ານ
ແຕ່ຢ່າງໃດ​ເລີຍ.

ທ່ານ Liu ໄດ້ຖືກປົດອອກຈາກຕໍາແໜ່ງຂອງທ່ານໃນປີ 2011 ຍ້ອນການລະເມີດກົດລະ
ບຽບ ທີ່ບໍ່​ໄດ້​ລະບຸ​ໃຫ້​ຊາບຢ່າງຮຸນແຮງ.

ອົງການຂ່າວຂອງທາງ ການ​ຈີນດັ່ງກ່າວ ກ່ອນໜ້ານີ້ ກໍກ່າວຫາທ່ານວ່າ ໄດ້ຮັບສິນບົນ ຢ່າງຫຼວງຫຼາຍ ແລະໄດ້ອະນຸມັດສັນຍາກໍ່ສ້າງທີ່​ຜິດກົດໝາຍຫລາຍສະບັບ.

ທ່ານ Liu ທີ່ມີອາຍຸ 60 ປີ ໄດ້ນໍາພາການຂະຫຍາຍເຄືອຂ່າຍລົດໄຟຫົວກະສຸນປືນ ຊຶ່ງປັດ
ຈຸບັນແມ່ນເຄືອຂ່າຍທີ່ໃຫຍ່ທີ່ສຸດຂອງໂລກ. ໂຄງການທີ່ມີຄ່າ​ໃຊ້ຈ່າຍແພງຫລາຍນັ້ນ ໄດ້
ປະສົບ​ກັບບັນຫາໜີ້ສິນແລະຖືກຕິຕຽນວ່າ ໄດ້ຍອມສະ ຫຼະ​ເລື່ອງຄວາມປອດໄພເພື່ອແລກ
ກັບຄວາມໄວ.

ການຕໍາໜິເຄືອຂ່າຍລົດໄຟຄວາມໄວ​ສູງ ​ໄດ້​ທະວີຄວາມຮ້າຍແຮງຂຶ້ນ ລຸນຫລັງ ທີ່ລົດ
ໄຟຄວາມ​ໄວ​ສູງສອງຂະ​ບວນຕໍາກັນ ໃນປີ 2011 ຢູ່ເມືອງ Wenzhou ທາງພາກຕາເວັນ
ອອກຂອງປະເທດ ຊຶ່ງໄດ້ເຮັດໃຫ້ 40 ຄົນເສຍຊີວິດ.

ໃນເດືອນແລ້ວນີ້ ຈີນເວົ້າວ່າ ຕົນໄດ້ຫຍຸບ ແລະແຍກໜ້າທີ່ຮັບຜິດຊອບຂອງກະຊວງລົດ
ໄຟ ທີ່​ປະເຊີນກັບຂໍ້ຫາສໍ້ລາດບັງຫລວງ ແລະໄດ້ແບກຫາບພາລະໜີ້ ສິນເປັນຈໍານວນ ຫລວງຫລາຍນັ້ນ.

ທ່ານ Xi Jinping ປະທານປະເທດຈີນ ທີ່ຫາກໍ່​ເຂົ້າກຳ​ຕຳ​ແໜ່​ງເປັນຜູ້ນຳພັກຄອມມີວນິສ
ຫວ່າງມໍ່ໆມານີ້ ກ່າວວ່າ ການປາບ​ປາມການສໍ້ລາດບັງຫລວງແມ່ນບູລິມະສິດອັນດັບນຶ່ງ
ສຳລັບລັດຖະບານຂອງທ່ານ.
XS
SM
MD
LG