ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຄອມມູນິສຈີນຮຽກຮ້ອງໃຫ້ຮື້ຟື້ນ ການປາບປາມການສໍ້ລາດບັງຫຼວງ ຄືນໃໝ່


ແຜນທີ່ຈີນ
ແຜນທີ່ຈີນ

ອົງການທີ່ມີອິດທິພົນທາງການເມືອງຫຼາຍທີ່ສຸດຢູ່ໃນປະເທດຈີນໄດ້ທວງໃຫ້ພວກລັດຖະກອນ ຮື້ຟື້ນການດຳເນີນຄວາມພະຍາຍາມຂອງພວກເຂົາເຈົ້າຄືນໃໝ່ ໃນການປາບປາມການສໍ້ລາດ
ບັງຫຼວງແລະແກ້ໄຂບັນຫາຕ່າງໆທີ່ປະຊາຊົນໄດ້ຮ້ອງຮຽນມາເລື້ອຍທີ່ສຸດນັ້ນ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານໃນວັນພຸດມື້ນີ້ກ່ຽວກັບຄຳສັ່ງທີ່​ອອກ​ມາ​ຈາກ​
ກອງ​ປະຊຸມ​ກົມການເມືອງຂອງຄະນະກຳມະການສູນກາງພັກຄອມມູນິສຈີນຊຶ່ງ​ຊີ​ນຫົວເວົ້າວ່າ
ປະທານປະເທດຈີນ ທ່ານຫູຈິນເຖົາໄດ້ເປັນປະທານເປີດກອງປະຊຸມດັ່ງກ່າວດ້ວຍໂຕເອງທີ່
ນະຄອນຫຼວງປັກກິ່ງໃນວັນອັງຄານວານນີ້.

ຊິນຫົວລາຍ​ງານອີກວ່າ ພວກທີ່ເຂົ້າຮ່ວມປະຊຸມ ໄດ້ຮຽກຮ້ອງເປັນພິເສດ ໃຫ້ເອົາມາດຕະ
ການແກ້ໄຂບັນຫາ ຢູ່ຕາມໂຄງການກໍ່ສ້າງຕ່າງໆ ຕະຫຼອດທັງບັນຫາກ່ຽວກັບການຊື້ແລະ
ການໃຊ້ລົດຂອງຫຼວງ. ນອກນັ້ນພວກເຂົ້າປະຊຸມຍັງໄດ້ຮຽກຮ້ອງ ໃຫ້ມີການປະຕິບັດຕາມ
ກົດລະບຽບຢ່າງເຄັ່ງຄັດ ກ່ຽວກັບການຄັດເລືອກ​ເອົາລັດຖະກອນ.

ການສໍ້ລາດບັງຫຼວງໄດ້ເປັນແຫຼ່ງທີ່ມາຂອງຄວາມໂກດແຄ້ນຂອງປະຊາຊົນ ທີ່ພວມເພີ່ມທະ
ວີຂຶ້ນຢູ່ໃນຈີນຂະນະທີ່ປະເທດດັ່ງກ່າວພວມມີການເຕີບໃຫຍ່ຂະຫຍາຍໂຕທາງດ້ານເສດຖະ
ກິດຢ່າງວ່ອງໄວແລະໃນບາງຄັ້ງເກືອບວ່າບໍ່ມີການຄວບຄຸມເລີຍ. ການຮ້ອງທຸກຈຳນວນນຶ່ງ ແມ່ນໄດ້ເພັ່ງເລັງໃສ່ການກອບໂກຍຜົນປະໂຫຍດ ຂອງພວກເຈົ້າໜ້າທີ່ລັດຖະບານແລະເຈົ້າ
ຂຸນມຸນນາຍຮວມທັງການຈັດງານລ້ຽງຕ່າງໆ ແລະການໃຊ້ລົດຫຼວງ ໃນທາງສ່ວນໂຕ.

XS
SM
MD
LG