ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາບພົດຂອງຈີນ ຍັງສືບຕໍ່ ໄດ້ຮັບຄວາມເສຍຫາຍ ຍ້ອນການສໍ້ລາດບັງຫຼວງ


ລາຍງານຂອງອົງການວ່າດ້ວຍຄວາມໂປ່ງໃສນາໆຊາດຫຼື Trans-
parency International
ລາຍງານຂອງອົງການວ່າດ້ວຍຄວາມໂປ່ງໃສນາໆຊາດຫຼື Trans- parency International

ດັດຊະນີກ່ຽວກັບການສໍ້ລາດບັງຫຼວງຂອງໂລກ ສະແດງໃຫ້ເຫັນວ່າ ຈີນຍັງສືບຕໍ່ຖືກເບິ່ງກັນ
ວ່າ ເປັນປະເທດທີ່ມີການສໍ້ລາດບັງຫຼວງ ເຖິງແມ່ນໄດ້ມີການດຳເນີນຄວາມພະຍາຍາມເພື່ອ
ຫຼຸດຜ່ອນການຮັບເງິນສິນບົນຂອງເຈົ້າໜ້າທີ່ກໍຕາມ.

ອົງການວ່າດ້ວຍຄວາມໂປ່ງໃສນາໆຊາດຫຼື Transparency International ທີ່ມີສຳນັກ
ງານຢູ່ນະຄອນເບີລິນ ປະເທດເຢຍຣະມັນ ໄດ້ໃຫ້ຄະແນນ 183 ປະເທດແຕ່ 0 ຫາ 10
ຄືປະເທດໃດໄດ້ຮັບ 0 ແມ່ນສໍ້ລາດຫຼາຍທີ່ສຸດແລະປະເທດໃດໄດ້ 10 ຄະແນນແມ່ນມີການ
ສໍ້ລາດໜ້ອຍທີ່ສຸດ.

ຈີນໄດ້ຕິດອັນດັບທີ 75 ຂອງດັດຊະນີການສໍ້ລາດບັງຫຼວງໂດຍໄດ້ຮັບ 3.6 ຂອງຄະແນນ
ທັງໝົດ 10 ແຕ້ມ.

ທ່ານ Cobus de Wardt ຜູ້ອຳນວຍການບໍລິຫານຂອງອົງການຄວາມໂປ່ງໃສນາໆຊາດ
ກ່າວຕໍ່ວີໂອເອວ່າ ເຈົ້າໜ້າທີ່ຈີນຖືວ່າການສໍ້ລາດບັງຫຼວງເປັນອຸບປະສັກທີ່ສຳຄັນສຳລັບການ
ພັດທະນາຂອງຈີນໃນອະນາຄົດແລະດ້ວຍເຫດນີ້ຈຶ່ງໄດ້ພະຍາຍາມທີ່ຈະຫຼຸດຜ່ອນການສໍ້ລາດ ບັງຫຼວງຂອງພວກເຈົ້າໜ້າທີ່ພາຍໃນປະເທດລົງ. ແຕ່ທ່ານເວົ້າວ່າ ບໍ່ເປັນທີ່ປາກົດວ່າຈີນໄດ້
ດຳເນີນຄວາມພະຍາຍາມແບບດຽວກັນນີ້ກ່ຽວກັບວ່າຈະປະຕິບັດງານແບບໃດກັບສ່ວນທີ່ເຫຼືອ
ຂອງໂລກ.

ປະເທດນິວຊີແລນຕິດອັນດັບທີ 1 ຂອງດັດຊະນີດັ່ງກ່າວຊຶ່ງໝາຍຄວາມວ່າມີການສັງເກດ
ເຫັນວ່າປະເທດດັ່ງກ່າວ ເປັນປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນໂລກຕິດຕາມ
ໂດຍນໍເວ ເດັນມາກ ສະວີເດັນແລະຟິນແລນ. ສ່ວນສະຫະລັດຕິດອັນດັບທີ 24.

ທ່ານ de Wardt ເວົ້າວ່າເກົາຫຼີເໜືອແລະໂຊມາເລຍມີຄະແນນທໍ່ກັນຕິດອັນດັບເປັນທີໂຈກ
ຊຶ່ງທັງສອງປະເທດຕ່າງກໍເປັນປະເທດຜະເດັດການໂດຍທີ່ບໍ່ມີການກວດກາໃດໆທັງຊິ້ນ ບໍ່ມີ
ການເລືອກຕັ້ງ ບໍ່ມີພະແນກການຕຸລາການທີ່ເປັນອິດສະຫຼະແລະບໍ່ມີສັງຄົມພົນລະເຮືອນ.

XS
SM
MD
LG