ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາການສໍ້ລາດ ບັງຫລວງ ຮ້າຍແຮງຂື້ນນັບມື້ ໃນປະເທດຈີນ


ທ່ານ Xu Zongheng ອະດີດເຈົ້າເມືອງ ເມືອງ Shenzhen ຂອງຈີນ ທີ່ສໍ້ລາດບັງຫລວງ
ທ່ານ Xu Zongheng ອະດີດເຈົ້າເມືອງ ເມືອງ Shenzhen ຂອງຈີນ ທີ່ສໍ້ລາດບັງຫລວງ

ພວກເຈົ້າໜ້າທີ່ພັກຄອມມີວນີສຈີນກ່າວວ່າ ການສໍ້ລາດບັງຫລວງຢູ່ພາຍໃນປະເທດຈີນ ເວລານີ້ແມ່ນຮ້າຍແຮງຂື້ນໄປເລື້ອຍໆ ໃນຂະນະທີ່ຈີນກໍາລັງມີ ການປ່ຽນແປງດ້ານສັງຄົມ ແລະເສດຖະກິດຢ່າງວ່ອງໄວນັ້ນ.

ທ່ານ Wu Yuliang ຮອງປະທານຄະນະກໍາມະການດ້ານລະບຽບວິໄນຂອງພັກ ກ່າວຕໍ່ ພວກ ຜູ້ສື່ຂ່າວເມື່ອວັນພຸດມື້ນີ້ວ່າ ພັກຄອມມີວນີສຈະເພີ່ມ ຄວາມພະຍາຍາມຫລາຍຂື້ນ ເພື່ອແກ້ໄຂປາບປາມບັນຫາດັ່ງກ່າວນີ້ ໂຮມທັງ ການຄວບຄຸມດູແລເບິ່ງຊັບສິນການເງິນ ຕ່າງໆຂອງພວກເຈົ້າໜ້າທີ່ນັ້ນນໍາ.

ທ່ານ ວູ ມີຄວາມຍິນດີກັບບົດບາດຂອງມະຫາຊົນ ໂຮມທັງພວກຊົມໃຊ້ ອິນເທີເນັທທີ່ພາ ກັນສິ້ງຊອມເບິ່ງຕົວຢ່າງຂອງການສໍ້ລາດບັງຫລວງ ແຕ່ກໍກ່າວວ່າລັດຖະບານຈະຊອກຫາ ຊ່ອງທາງເພື່ອໃຫ້ການຄໍ້າປະກັນວ່າການ ລາຍງານໃດໆກໍຕາມທາງອິນເທີເນັທນັ້ນມີຄວາມ ຖືກຕ້ອງ ແລະໜ້າເຊື່ອຖືໄດ້.

ນອກນີ້ແລ້ວ ທ່ານວູ ຍັງກ່າວອີກວ່າ ສ່ວນໃຫຍ່ນັ້ນພັກຄອມມີວນີສ ແມ່ນຈະອາໃສກາງຕໍ່ ກົນໄກພາຍໃນ ເພື່ອຈັດການກັບການສໍ້ລາດບັງຫລວງ ຊຶ່ງທ່ານກ່າວຕື່ມວ່າ ໃນປີຜ່ານມາ ມີຫລາຍກວ່າ 146,000 ຄົນໄດ້ຖືກລົງ ໂທດຈາກຄະດີສໍ້ລາດບັງຫລວງ ແຕ່ມີພຽງປະມານ 3 ເປີເຊັນທໍ່ນັ້ນໄດ້ ຖືກມອບໃຫ້ທາງການດໍາເນີນຄະດີຄວາມຜິດທາງອາຍາ.

XS
SM
MD
LG