ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈີນ ພວມຊື້​ ບໍລິສັດ Smithfield Foods ຂອງ ສຫລ ໃນມູນຄ່າເກືອບ 5 ຕື້ ໂດລາ (ວີດີໂອ)


ໝູແຮມຜະລິດໂດຍບໍລິສັດ Smithfield Foods ຂາຍຢູ່ໃນຮ້ານຂາຍເຄື່ອງສັບພະສິນຄ້າ ແຫ່ງນຶ່ງໃນເມືອງ Richardson ລັດເທັກຊັສ. ບໍລິສັດຈີນ Shuanghui International Holdings Ltd. ຕົກລົງໃນວັນພຸດ ທີ 29 ພຶດສະພາ 2013 ວ່າຈະຊື້ Smithfield Foods Inc. ໃນມູນຄ່າ ປະມານ 4 ພັນ 720 ລ້ານໂດລາ
ໝູແຮມຜະລິດໂດຍບໍລິສັດ Smithfield Foods ຂາຍຢູ່ໃນຮ້ານຂາຍເຄື່ອງສັບພະສິນຄ້າ ແຫ່ງນຶ່ງໃນເມືອງ Richardson ລັດເທັກຊັສ. ບໍລິສັດຈີນ Shuanghui International Holdings Ltd. ຕົກລົງໃນວັນພຸດ ທີ 29 ພຶດສະພາ 2013 ວ່າຈະຊື້ Smithfield Foods Inc. ໃນມູນຄ່າ ປະມານ 4 ພັນ 720 ລ້ານໂດລາ
ບໍລິສັດຜະລິດຊີ້ນຂອງຈີນພວມຊື້​ບໍລິສັດ Smithfield Foods
ທີ່ຕັ້ງຢູ່ໃນສະ ຫະລັດ ໃນອັນທີ່ອາດ​ຈະເປັນການຊື້ເອົາບໍລິສັດ
ອາເມຣິກັນທີ່ໃຫຍ່ທີ່ສຸດຂອງຈີນ ຖ້າຫາກ​ເຈົ້າໜ້າ​ທີ່ຄຸ້ມຄອງ
ກົດລະບຽບ ອະນຸຍາດໃຫ້.

ກຸ່ມບໍລິສັດ Shuanghui ໄດ້ປະກາດໃນວັນພຸດວານນີ້ ກ່ຽວ​
ກັບຊື້ເອົາບໍລິສັດ Smithfield Foods ໃນມູນຄ່າ 4 ພັນ 700
ລ້ານ​ໂດ​ລາ ຊຶ່ງເປັນການຊື້ຂາຍ ທີ່ຈະອຳນວຍ​ໃຫ້ພວກນັກລົງທຶນຖື​ຮຸ້ນ​ຢູ່ໃນບໍລິສັດສະຫະລັດດັ່ງກ່າວ 31 ເປີ ເຊັນ ລື່ນລາຄາຮຸ້ນ ​ໃນ​ຕອນ​ປິດ​ຕະຫຼາດ ຂອງບໍລິສັດ Smithfield Foods ໃນວັນອັງຄານຜ່ານມາ.

ບໍລິສັດ Smithfield Foods ເປັນບໍລິສັດທີ່ລ້ຽງໝູ ແລະຜະລິດຊີ້ນໝູ ທີ່ໃຫຍ່ທີ່ສຸດ
ຂອງໂລກ ຊຶ່ງໄດ້ຂາຍຜະລິດຕະພັນຂອງຕົນຢູ່ໃນ 12 ປະເທດ ໃນຂະນະທີ່ບໍລິສັດ
Shuanghui ເປັນບໍລິສັດຜະລິດໝູໃຫຍ່ທີ່ສຸດ ຢູ່ໃນຈີນ.

ຈີນເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກ ຮອງຈາກສະຫະລັດ ແລະ
ເປັນປະເທດທີ່ມີເງິນສົດ​ສຳຮອງ​ ເປັນ​ຈຳນວນຫລວງຫລາຍ. ໃນຊຸມປີຜ່ານມານີ້ ປະ
ເທດດັ່ງກ່າວຊອກຫາຊ່ອງທາງທີ່ຈະຊື້ບໍລິສັດອາເມຣິກັນ ແຕ່ການດໍາເນີນຄວາມພະ
ຍາຍາມຂອງຈີນ ທີ່ຈະຂະຫຍາຍການ​ເຮັດທຸລະກິດຂອງຕົນ ຢູ່ໃນຕ່າງປະເທດຍັງບໍ່
ປະສົບຜົນສໍາເລັດເທື່ອ.

​ເຈົ້າໜ້າ​ທີ່ຄຸ້ມຄອງກົດລະບຽບ​ຂອງສະຫະລັດ ໄດ້ປະຕິເສດຕໍ່ຄວາມພະຍາຍາມຂອງ​ຈີນ​
ທີ່​ຢາກຊື້ເອົາບໍລິສັດໃຫຍ່ສຸດຂອງເມຣິກາ​ໃນມູນຄ່າ 18 ພັນ 500 ລ້ານໂດລາ ໂດຍບໍ
ລິສັດ Conoc ເພື່ອຊື້ເອົາບໍລິສັດ Unocal ໂດຍໃຫ້ເຫດຜົນວ່າ ມັນອາດຈະສ້າງ​ຄວາມ​
ເສຍ​ຫາຍຕໍ່ຄວາມໝັ້ນຄົງຂອງຊາດ. ການຊື້​ເອົາ Smithfield Foods ຂອງບໍລິສັດ Shuanghui ຍັງຈະຕ້ອງຖືກທົບທວນຄືນ ​ໂດຍຄະນະກໍາມະການ ດ້ານການລົງທຶນ
ຕ່າງປະເທດຂອງສະຫະລັດ.

ວີດິໂອ ກ່ຽວກັບບໍລິສັດ Smithfield Foods:

Virginia_Ham_FOR_WEB_SD_4x3-FCPImportProResP1-fixed-x264-Platform_YTHQFull
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG