ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະທົບທວນຄືນເບິ່ງ ການລົງທຶນຂອງຕ່າງປະເທດ


ຕຶກອາຄານສູງໆ ໃນຍ່ານການຄ້າແບບນີ້ ສະແດງໃຫ້ເຫັນເຖິງຄວາມຈະເລີນ ຮຸ່ງເຮືອງທາງເສດຖະກິດຂອງຈີນ.
ຕຶກອາຄານສູງໆ ໃນຍ່ານການຄ້າແບບນີ້ ສະແດງໃຫ້ເຫັນເຖິງຄວາມຈະເລີນ ຮຸ່ງເຮືອງທາງເສດຖະກິດຂອງຈີນ.

ຈີນກ່າວວ່າ ຕົນວາງແຜນການທີ່ເລີ່ມທົບທວນເບິ່ງຄວາມ
ພະຍາຍາມຕ່າງໆ ຂອງພວກບໍລິສັດຕ່າງປະເທດ ເພື່ອເຂົ້າ
ຄວບຄຸມຜົນປະໂຫຍດຂອງຈີນນັ້ນ ເພື່ອເບິ່ງວ່າມັນເປັນ ໄພຕໍ່ຄວາມໝັ້ນຄົງຂອງຈີນຫລືບໍ່.

ລັດຖະບານຈີນກ່າວເມື່ອວັນເສົາວານນີ້ວ່າ ໃນເດືອນມີນາ
ຄື​ເດືອນໜ້ານີ້ ຕົນຈະຈັດຕັ້ງອົງການທົບທວນການລົງທຶນ
ລະດັບລັດຂຶ້ນ ເພື່ອພິຈາລະນາຂໍ້ສະເໜີຕ່າງໆຂອງບໍລິສັດ
ຕ່າງປະເທດຢ່າງລະອຽດຖີ່ຖ້ວນ ທີ່ຈະເຂົ້າຮ່ວມກັບ ຫລື​
ວ່າ​ຊື້ເອົາ ພວກບໍລິສັດໃຫຍ່ໆຂອງຈີນນັ້ນ ​ເພື່ອ​ເບິ່ງວ່າ
ສົມຄວນຈະຂັດຂວາງຫລື​ບໍ່. ລັດຖະບານຈີນກ່າວວ່າ
ພວກເຈົ້າໜ້າທີ່ ທີ່ທໍາການທົບທວນນັ້ນ ແມ່ນມີຄວາມ
ຮັບຜິດຊອບທີ່ຈະປົກປ້ອງຄວາມລັບຕ່າງໆຂອງລັດ
ແລະຄວາມ​ລັບ​ທາງ​ທຸລະ​ກິດ ເພື່ອຄຸ້ມຄອງຄວາມໝັ້ນ ຄົງຂອງຊາດເອົາໄວ້.

ເມື່ອປີຜ່ານມານີ້ ຈີນ ຊຶ່ງເປັນປະເທດທີ່​ມີເສດຖະກິດໃຫຍ່ອັນດັບສອງຂອງໂລກນັ້ນ ໄດ້ດຶງດູດເອົາການລົງທຶນໂດຍກົງ ຈາກຕ່າງປະເທດ ເປັນມູນຄ່າ ຫລາຍກວ່າ 105 ພັນລ້ານໂດລາ. ແຕ່ການທົບທວນຄັ້ງໃໝ່ນີ້ ອາດເຮັດ ໃຫ້ການເຂົ້າ​ສູ່ຕະຫລາດຈີນ ຂອງພວກ​ນັກລົງທຶນຕ່າງປະເທດນັ້ນມີຄວາມລໍາບາກຫລາຍຂື້ນ.

XS
SM
MD
LG