ຈີນລາຍງານວ່າ ມີຄົນຕິດເຊື້ອໄວຣັສໂຄວິດ-19 ລາຍໃໝ່ 8 ຄົນ ໃນວັນສຸກມື້ນີ້.
ມັນເປັນສິ່ງທີ່ປ່ຽນແປງດີຂຶ້ນຢ່າງໜ້າເຫລືອເຊື່ອ ສຳລັບຈີນບ່ອນທີ່ມີການຕິດເຊື້ອໄວຣັສດັ່ງກ່າວລາຍໃໝ່ ຫລາຍພັນຄົນໃນແຕ່ລະມື້.
ເຊື້ອໄວຣັສນີ້ ທຳອິດໄດ້ປາກົດຂຶ້ນຢູ່ໃນເມືອງວູຫານຂອງຈີນໃນປີກາຍນີ້.
ເຖິງແມ່ນວ່າ ການເພີ້ມຂຶ້ນຂອງຈຳນວນຄົນຕິດເຊື້ອໄວຣັສນີ້ ຈະມີຕົວເລກທີ່ບໍ່ຮອດສິບກໍຕາມ ແຕ່ວ່າເຊື້ອໄວຣັສດັ່ງກ່າວຍັງມີການແຜ່ກະຈາຍອອກໄປ ຢູ່ໃນປະເທດເອເຊຍແຫ່ງນັ້ນຢູ່. ຍັງມີຄົນຈີນຫລາຍພັນຄົນທີ່ຍັງຕິດເຊື້ອໄວຣັສທີ່ໄດ້ແຜ່ຜາຍໄປທົ່ວໂລກນີ້ຢູ່.
ອົງການຂ່າວຂອງທາງການຈີນລາຍງານວ່າ ປະທານປະເທດສີຈິ້ນຜິງຂອງຈີນ ລົມກັບເລຂະທິການໃຫຍ່ ອົງການສະຫະປະຊາຊາດ ແອນໂທນີ ກູແເຕເຣສ (Antonio Guterres) ຜ່ານທາງໂທລະສັບໃນວັນພະຫັດວານນີ້ວ່າ ຈີນ “ຈະດຳເນີນຄວາມພະຍາຍາມຂອງຕົນໃນການປ້ອງກັນ ແລະຄວບຄຸມການຕິດເຊື້ອໄວຣັສດັ່ງກ່າວຢ່າງບໍ່ລົດລະ, ໜັກແໜ້ນ ແລະຢ່າງພິຖີພິຖັນ.”
ພ້ອມກັນນັ້ນ, ອົງການຂ່າວຊິນຫົວຍັງລາຍງານອີກວ່າ ປະທານປະເທດຈີນເວົ້າວ່າ ຈີນພ້ອມແລ້ວ ທີ່ຈະແບ່ງປັນປະສົບການຂອງຕົນ ໃນການແກ້ໄຂບັນຫາ ແລະດຳເນີນການຄົ້ນຄວ້າແລະພັດທະນາຢາປົວ ແລະຢາວັກຊິນປ້ອງກັນໄວຣັສ ນີ້ຮ່ວມກັບປະເທດອື່ນ.
ມີກໍລະນີຄົນຕິດເຊື້ອໄວຣັສໂຄໂຣນາ ຫລາຍກວ່າ 134,000 ລາຍ ຢູ່ໃນ 127 ປະເທດ ແລະດິນແດນຕ່າງໆ, ຊຶ່ງເປັນຈຳນວນທີ່ນ້ອຍໆ ເມື່ອທຽບກັບພົນລະເມືອງ 7 ຕື້ຄົນຂອງໂລກ.
ແຕ່ວ່າ ການລະບາດໃນລະດັບໂລກອັນນີ້ໄດ້ເຮັດໃຫ້ຊີວິດຂອງເກືອບໝົດທຸກຄົນ ທັງຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍ ສັບສົນວຸ້ນວາຍໄປໝົດ.
ທ່ານນາງ ແນນຊີ ເພີໂລຊີ, ປະທານສະພາຕ່ຳ ໃນວັນພະຫັດວານນີ້ ໄດ້ໂຜ່ຕົວອອກມາຈາກການປະຊຸມ ກັບບັນດາສະມາຊິກລັດຖະສະພາກ່ຽວກັບນິຕິກຳໃນການຮັບມືກັບເຊື້ອໄວຣັສໂຄໂຣນາ. ທ່ານນາງເວົ້າວ່າ ທ່ານນາງຫວັງວ່າ ບັນດານັກການເມືອງທັງຫລາຍຈະມີການປະກາດໃນວັນສຸກມື້ນີ້ ກ່ຽວກັບມາດຕະການທີ່ພວກເພິ່ນເຫັນພ້ອມນຳກັນ ທີ່ຈະຊ່ວຍຄົນອາເມຣິກັນທັງຫລາຍແກ້ໄຂສະພາບວຸ້ນວາຍທີ່ເກີດມາຈາກໄວຣັສນີ້ຢູ່ໃນຊີວິດປະຈຳວັນຂອງເຂົາເຈົ້າໄດ້.
ມີຄົນສ່ວນໜ້ອຍຢູ່ໃນສະຫະລັດທີ່ສາມາດຫລີກລ້ຽງຈາກຜົນກະທົບ ຍ້ອນການ ລະບາດຂອງເຊື້ອໄວຣັສໂຄໂຣນາໄດ້ແບບໃດແບບນຶ່ງ ລວມທັງທ່ານປະທານາທິບໍດີ.