ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສືບຕໍ່ຟື້ນຕົວຄືນ ຈາກການລະບາດ ຂອງໄວຣັສໂຄໂຣນາ ໃນຂະນະທີ່ ໄດ້ເລື່ອນກຳນົດ ພິທີເປີດກອງປະຊຸມ ສະພາແຫ່ງຊາດ ອອກໄປ

ພວກຄົນທີ່ພາກັນໃສ່ໜ້າກາກ ຍ່າງຜ່ານຈໍໂທລະພາບ ທີ່ສະແດງໃຫ້ເຫັນພາບຂອງປະທານປະເທດຈີນ ທ່ານສີ ຈິ້ນຜິງ ຫຼັງຈາກລະດັບການເຕືອນກ່ຽວກັບໄວຣັສໂຄໂຣນາ ຫຼືພະຍາດ COVID-19 ໄດ້ຖືກປັບລົງ, ໃນນະຄອນຊຽງໄຮ້, ປະເທດຈີນ, ວັນທີ 23 ມີນາ 2020. REUTERS/Aly Song

ສະພາແຫ່ງຊາດຂອງຈີນ ຈະຈັດກອງປະຊຸມປະຈຳປີຂອງຕົນ ໃນທ້າຍເດືອນພຶດສະພານີ້ ສອງເດືອນຖັດໄປຈາກທີ່ໄດ້ກຳນົດໄວ້ ຍ້ອນການລະບາດລະດັບໂລກຂອງໄວຣັສໂຄໂຣນາ.

ອົງການຂ່າວຊິນຫົວ ຂອງທາງການຈີນ ໄດ້ລາຍງານໃນວັນພຸດມື້ນີ້ ວ່າ ສະພາປະຊາຊົນແຫ່ງຊາດ ຈະເປີດກອງປະຊຸມ ໃນນະຄອນຫຼວງປັກກິ່ງ ໃນວັນທີ 22 ພຶດສະພາ. ພິທີເປີດສະພາໂດຍບັນດາສະມາຊິກສະພາ 3,000 ຄົນ ໃນເບື້ອງຕົ້ນ ໄດ້ຖືກກຳນົດທີ່ຈະເຂົ້າປະຊຸມ ໃນວັນທີ 5 ມີນາ ແຕ່ກອງປະຊຸມ ກໍໄດ້ຖືກເລື່ອນອອກໄປ ຫຼັງຈາກທີ່ເກີດການລະບາດຂອງໂຄວິດ-19 ທີ່ໄດ້ກຳເໜີດຢູ່ໃນ ເມືອງວູຮານ ແລະແຜ່ລະບາດໄປທົ່ວຈີນແຜ່ນດິນໃຫຍ່.

ການໂຮມຊຸມນຸມດັ່ງກ່າວ ບົ່ງຊີ້ໃຫ້ເຫັນວ່າ ບັນດາຜູ້ນຳຂອງຈີນ ມີຄວາມໝັ້ນໃຈເພີ້ມຫຼາຍຂຶ້ນ ທີ່ປະເທດໄດ້ຜ່ານຜ່າໂຣກລະບາດດັ່ງກ່າວ ຊຶ່ງໄດ້ຕິດແປດປະຊາຊົນ ເກືອບ 83,000 ຄົນໃນຈີນ ແລະໄດ້ເອົາຊີວິດ ຫຼາຍກວ່າ 4,600 ຄົນ.

ຕົວເລກການຕິດເຊື້ອໄວຣັສ ຂອງທາງການຈີນ ໄດ້ຫລຸດລົງຢ່າງຫຼວງຫຼາຍຕະຫຼອດໄລຍະເດືອນແລ້ວນີ ໂດຍບໍ່ມີລາຍງານຂອງຜູ້ເສຍຊີວິດໃໝ່ເລີຍ ເປັນເວລາສອງອາທິດລຽນຕິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG