ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວຈີນທີ່ຮັ່ງມີ ພາກັນເຄື່ອນໄຫວຫລາຍຂຶ້ນ ກ່ຽວກັບບັນຫາດ້ານການອຸບປະໂພກ (ເບິ່ງວີດີໂອ)


ຂະນະທີ່ເສດຖະກິດຂອງຈີນ ຍັງສືບຕໍ່ຂະຫຍາຍໂຕຢູ່ນີ້ ປະຊາຊົນກໍພາກັນ ຮຽນຮູ້ຢ່າງໄວວາ ກ່ຽວກັບການຕໍ່ສູ້ເພື່ອສິດທິຂອງຜູ້ບໍລິໂພກ. ໃນຂະນະທີ່ຄວາມຮັ່ງມີສ່ວນໂຕທີ່ເພີ່ມຂຶ້ນນັ້ນ ໄດ້ພາໃຫ້ເກີດບັນຫາຂັດແຍ້ງທາງດ້ານການຄ້າຫລາຍຂຶ້ນ. ຜູ້ສື່ຂ່າວຂອງວີໂອເອ Stephanie Ho ມີລາຍງານກ່ຽວກັບນຶ່ງໃນບັນຫາຂັດແຍ້ງເລື່ອງຊັບສິນຢູ່ໃນເຂດທ້ອງຖິ່ນຂອງກຸງປັກກິ່ງ ຊຶ່ງໄດ້ສະແດງໃຫ້ເຫັນ ເຖິງການເຄື່ອນໄຫວເພີ່ມຂຶ້ນຂອງພວກຊົນຊັ້ນກາງຂັ້ນເທິງຂອງຈີນ ດັ່ງໄພສານຈະນຳມາສະເໜີທ່ານ.

ເບິ່ງວີດີໂອລາຍງານພາສາອັງກິດ:

ຕຶກ​ອາພາດທະ​ມັ້ນ Park 1872 ​ແມ່ນ​ນຶ່ງ​ໃນ​ຫຼາຍໆ​ເຂດ​ຂອງ​ການ​ພັດທະນາ ຄຸ້ມບ້ານ​ພັກ
ຊົນ​ຊັ້ນສູງ ທີ່​ກຳລັງ​ເກີດ​ຂຶ້ນ​ ໃນ​ທົ່ວ​ກຸງ​ປັກ​ກິ່ງ. ຢູ່ເບື້ອງ​ຫຼັງຂອງຮູບ​ຮ່າງທາງ​ນອກ​ທີ່​ສວຍ​ງາມ
ທັນສະ​ໄໝຂອງ​ຕຶກນັ້ນ ແມ່ນເລື່ອງ​ລາວທີ່​ຫຼາຍໆ​ຄົນທີ່​ອາ​ໄສ​ຢູ່​ຕາມ​ຫົວເມືອງ​ໃຫຍ່ໆ ເຄີຍ
​ປະສົບມາ​ແລ້ວ ນັ້ນກໍ​ຄື ຄວາມ​ໂກດ​ແຄ້ນ​ກ່ຽວ​ກັບ​ຄ່າ​ຈອດລົດ​ທີ່​ແພງ​ເກີນ​ໄປ​ ຢູ່ບ່ອນ​ຈອດ​
ລົດໃຕ້​ຕຶກ​ດັ່ງກ່າວ. ​ແຕ່​ໃນ​ປະ​ເທດ​ຈີນ ປະຊາຊົນກ່າວ​ວ່າ ພວກ​ຕົນ​ບໍ່​ມີ​ສິດ​ຫຍັງ​ຫຼາຍ​ໃນ​ການ​ເຈລະຈາ ກັບ​ບໍລິສັດ​ການ​ພັດທະນາ​ລັດ ວິ​ສາ​ຫະກິດ Merchants Property.

ດັ່ງນັ້ນ ພວກ​ເຈົ້າຂອງເຮືອນ​ໃນ​ຕຶກ​ຫລັງ​ນີ້ ​ທີ່​ບໍ່ພໍ​ໃຈ ຈຶ່ງ​ຮວມກຸ່ມ​ເຂົ້າກັນ​ແລະ​ຈ້າງ​ທະນາຍ Shu Kexin ​ໃຫ້​ເປັນ​ຜູ້ຕາງໜ້າ​ເຂົາ​ເຈົ້າ.

ທ່ານ Shu Kexin ​ເວົ້າວ່າ “ແຕ່​ໃນ​ປະ​ເທດ​ຈີນ​ພະ​ແນ​ກຮັກສາ​ຄວາມ​ປອດ​ໄພສາທາ​
ລະນະ​ໄດ້​ເຂົ້າ​ແຊກ​ແຊງ​ໃນ​ເລື່ອງ​ນີ້​ ແລະ​ໃຊ້​ກຳລັງ​ຂອງຫຼວງ​ແຊກ​ແຊງ​ເຂົ້າ​ໃນກິດຈະ
ກໍາ​ລະຫວ່າງ​ພັກ​ຝ່າຍ​ຕ່າງໆ​ທີ່​ມີ​ສ່ວນ​ພົວພັນ. ທ່ານ​ກໍໄດ້​ເຫັນ​ແລ້ວ​ວ່າ ມີເຈົ້າໜ້າ​ທີ່​
ຮັກສາ​ຄວາມ​ສະຫງົບ​ຈຳນວນ​ຫຼວງຫຼາຍ ພາກັນ​ມາ ​ເພື່ອສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​
ແກ່ປະຊາຊົນ​ທຳ​ມະ​ດາ​ສາມັນ ຊຶ່ງ​ໃນ​ສະພາ​ບຄວາມ​ເປັນ​ຈິງ​ແລ້ວ ປະຊາຊົນ​ແມ່ນມີ​
ສິດທິ​ທີ່​ຈະ​ດຳ​ເນີນ​ການ​ໃນ​ເລື່ອງ​ນີ້.”

ພວກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ໄດ້​ພາກັນ​ຍ່າງ​ອອກ ​ກ່ອນ​ທີ່​ການ​ປະຊຸມ​ຈະ​ເລີ່ມຂຶ້ນ​ ຍ້ອນ​ພວກ​ເຂົາ​ເຈົ້າບໍ່ພໍ​ໃຈຕໍ່​ການ​ມີໜ້າ​ຂອງພວກ​ນັກ​ຂ່າວ​ໂທລະພາບສູນ​ກາງຂອງ​ຈີນ ​ຫຼື CCTV ທີ່​ປະຊາຊົນ​ໄດ້​ເອີ້ນ​ເຂົາ​ເຈົ້າມາ​ເກັບ​ກຳ​ຂ່າວ​ກ່ຽວ​ກັບບັນ ຫາ​ຂັດ​ແຍ້​ງທີ່​ວ່າ​ນີ້.

ທ່ານ Shu Kexin ​ເວົ້າວ່າ “ເມື່ອ 20 ປີ​ກ່ອນ ​ເວລາ​ມີ​ຕຳ​ຫຼວດ​ມາ​ຫຼາຍຄົນ ​
ມັນ​ແມ່ນ​ພວກ​ເຮົາ​ທີ່​ເປັນ​ຜູ້​ຢ້ານ. ​ແຕ່​ໃນ​ປັດຈຸບັນ ​ເວລາ​ພວກ​ເຂົາ​ເຈົ້າເຫັນ
​ກ້ອງຖ່າຍ​ໂທລະພາບ​ມາຕັ້ງຢູ່​ທີ່​ນີ້ ​ມັນ​ແມ່ນ​ພວກ​ເຈົ້າໜ້າ​ທີ່ໆ​ເປັນ​ຜູ້​ຢ້ານ.”

ການ​ເກັບ​ກໍາຂ່າວ​ຂອງປ​ະຊາ​ຊົນ​ ກໍມີ​ບົດບາດ​ຄື​ກັນ ຂະນະ​ທີ່​ຜູ້​ບໍລິ​ໂພ​ກພາ​ກັນ​ໃຊ້​ກ້ອງ
ຖ່າຍຮູບ​ໂທລະສັບ​ມື​ຖື​ ບັນທຶກພາບ​ການ​ກະທຳ​ຜິດ​ຫລື​ບໍ່​ຖືກ​ບໍ່​ຕ້ອງ​ຕ່າງໆ ເຊັ່ນ​ເຫດ
ການ​ເມື່ອ​ບໍ່​ດົນ​ຜ່ານ​ມານີ້ ​ເວລາ​ພວກ​ເຈົ້າຂອງ​ຊັບ​ສິນ​ປະ​ທະ​ກັບຕຳຫຼວດນອກ​ເຄື່ອງ​
ແບບ ທີ່​ເປັນ​ອັນທະພານ. ນາງ Shero Cheng ຊຶ່ງ​ມີເຮືອນ​ຢູ່​ໃນ​ຕຶກ​ອາພາດທະ​ມັ້ນ
Park 1872 ຮ່ວມ​ກັບ​ສາມີ​ຂອງ​ນາງ ​ທີ່​ເປັນ​ນັກ​ວິ​ສາ​ຫະກິດ​ນັ້ນ ກ່າວວ່າ ບັນຫາ​ຂັດ
​ແຍ້​ງທີ່​ວ່າ​ນີ້ ​ໄດ້​ເຮັດ​ໃຫ້​ພວກ​ເພື່ອນ​ບ້ານ​ທີ່​ມີ​ຄວາມ​ຄິດ​ຄື​ກັນ ​ໂຮມ​ໂຕ​ເຂົ້າກັນ.

ນາງ Shero Cheng ​ເວົ້າວ່າ “ພວກ​ເຮົາ​ໄດ້​ກາຍ​ເປັນ​ໝູ່​ເພື່ອນ​ທີ່​ສະ​ນິດແລະ​
ພວກ​ລູກໆ​ຂອງ​ພວກ​ເຮົາ​ກໍໄດ້ເປັນ​ໝູ່​ເພື່ອນກັນ​ຄື​ກັນ ​ແລະຕອນ​ນີ້​ ​ເວລາ​
ພວກ​ເຂົາຢາກ​ໄປ​ຫຼິ້ນ ພວກ​ເຮົາ​ມີ​ແຕ່​ບອກ​ພວກ​ເຂົາ​ວ່າ​ ໃຫ້​ໄປ​ຫຼິ້ນນຳ​ເພື່ອນ
​ຜູ້ນີ້ ຫຼື ຜູ້ນັ້ນ. ພວກ​ເຮົາ​ຮູ້ສຶກ​ວ່າ ນີ້​ແມ່ນປະຊາ​ຄົມ ບໍ່​ຄື​ແຕ່​ກ່ອນ ຊຶ່ງ​ເປັນ​ແຕ່
​ພຽງ​ສ່ວນ​ບຸກຄົນ​ທີ່ຢູ່​ໃນ​ເຮືອນ ຫຼັງປະຕູ​ທີ່​ປິດໄວ້​ທໍ່​ນັ້ນ.”

ຍັງ​ບໍ່​ມີ​ການ​ແກ້​ໄຂ​ເທື່ອ ​ຕໍ່​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ຄ່າ​ຈອດ​ລົດ ​ແຕ່​ພວກ​ເຈົ້າຂອງ​ເຮືອນ​ໃນ
​ຕຶກອາພາດ​ທະ​ມັ້ນຫລັງ​ນັ້ນ ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຂົາ​ເຈົ້າ. ຕຳຫຼວດປະຈຳ​ຄຸ້ມ​ຄົນ​ນຶ່ງ​ຮັບ​ຮູ້​ວ່າ ພວກ​ເຈົ້າຂອງເຮືອນ​ເຫຼົ່ານີ້ມີ​ເຫດຜົນ ​ແຕ່​ກໍ​ໄດ້​ເຕືອນ​
ພວກ​ເຂົາເຈົ້າວ່າ ກົນລະ​ຍຸດ​ໃນການ​ປະ​ທ້ວງຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ຕ້ອງປະຕິບັດ​ຕາມ​ກົດ
ໝາຍ. ບໍລິສັດ​ພັດທະນາຊັບ​ສິນຂອງ​ລັດ China Merchants Property ບໍ່​ໄດ້​ຮັບ​ເອົາ
ການ​ຮ້ອງ​ຂໍສໍາ​ພາດຂອງ​ວີ​ໂອ​ເອ ​ເພື່ອ​ໃຫ້​ມາ​ຊີ້​ແຈງກ່ຽວ​ກັບ​ເຫດຜົນຂອງ​ທາງຝ່າຍ​ບໍລິສັດ
ໃນບັນຫາ​ຂັດ​ແຍ້​ງດັ່ງກ່າວ​ນີ້.

XS
SM
MD
LG