ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ຫູ ຈິນ​ເຖົາ ​ພົ້ນ​ຈາກ​ຕໍາ​ແໜ່​ງ ຜູ້ນຳ ​ພັກຄອມ​ມີ​ວນີສຈີນ (ສະໄລດ໌)


ສະມາຊິກທີ່ສຳຄັນໆຂອງພັກຄອມມິວນິສຈີນ ພ້ອມດ້ວຍ ປະທານຫູ ຈິນເຖົາ (ທີ່ສາມຈາກຊ້າຍ) ທີ່ກອງປະຊຸມຫຼວງຂອງພັກ
ສະມາຊິກທີ່ສຳຄັນໆຂອງພັກຄອມມິວນິສຈີນ ພ້ອມດ້ວຍ ປະທານຫູ ຈິນເຖົາ (ທີ່ສາມຈາກຊ້າຍ) ທີ່ກອງປະຊຸມຫຼວງຂອງພັກ
ປະທານປະ​ເທດ​ຈີນ ທ່ານ ຫູ ຈິນ​ເຖົາ ​ໄດ້​ພົ້ນ​ຈາກ​ຕໍາ​ແໜ່​ງຫົວໜ້າ​ພັກຄອມ​ມີ​ວນີສ ຢ່າງ​ເປັນ​ທາງ​ການ​ແລ້ວ​ ໃນ​ວັນ​ພຸດ​ມື້​ນີ້ ອັນ​ເປັນ​ການ​ກຽມ ພ້ອມ​ສໍາລັບ​ຮອງ​ປະທານ​ປະ​ເທດ ທ່ານ ຊີ ຈິນຜິ​ງ ​ເຂົ້າມາ​ຮັບ​ຕໍາແໜ່​ງຜູ້​ນໍ​າສູງ​ສຸດ​ຂອງ​ປະ​ເທດ​ຄົນ​ຕໍ່​ໄປ.

​ໃນການ​ກ່າວ​ຄໍາ​ປາ​ໄສ​ໃນ​ວັນ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມຫຼວງຂອງ​ພັກທີ່​ດຳ ​ເນີນ​ມາ​ເປັນ​ເວລາ​ນຶ່ງ​ອາທິດນັ້ນປະທານ​ຫູ ຈິນ​ເຖົາ ​ໄດ້​ບອກ​ບັນດາ​ຜູ້ຕາງ ໜ້າ​ທັງຫຼາຍຢູ່​ທີ່​ຫໍ​ສາລາ​ປະຊາຊົນ​ຈີນ ​ໃນ​ນະຄອນຫຼວງປັກ​ກິ່ງວ່າ ພວກ​ເຂົາ​ເຈົ້າຄວນ​ປຸ້ມລຸມ​ສາມັກຄີ​ກັນ ​ໃນ​ຂະນະ​ທີ່​ຈີນ​ທໍາການ​ໂອນ​ອໍານາດ​ທີ່​ມີ​ຂຶ້ນທຸກໆສິບ​ປີ.
ສຽງ
ປະທານ​ຫູ ກ່າວ​ວ່າ “ພວກ​ເຮົາ​ຄວນ​ຈະ​ທໍາ​ໃຈ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ໄປ​ຢ່າງ​ອິດສະຫຼະ ຈັດ​ຕັ້ງ​ປະຕິ​ບັດ​ນະ​ໂຍບາຍ​ການ​ປະຕິ​ຮູບ ​ແລະ​ເປີດ​ກວ້າງ ​ເສີມຄວາມ​ເຂັ້ມ​ແຂງ​ຮ່ວມກັນ ເພື່ອເອົາ​ຊະນະ​ຄວາມ​ຍາກລໍາບາກຕ່າງໆ ກ້າວ​ໄປ​ຢ່າງ​ໝັ້ນ​ໃຈ​ບົນ​ເສັ້ນທາງ​ຂອງລະບອບ​ສັງຄົມ​ນິຍົມ ກັບ​ຄວາມ​ເປັນ​ເອກ​ກະ​ລັກຂອງ​ຈີນ ​ແລະ​ພະຍາຍາມ​ສ້າງ​ຄວາມ​ກ້າວໜ້າ ​ໃນ​ການ​ສ້າງ ສາ​ສັງຄົມ​ໃຫ້​ຈະ​ເຣີນຮຸ່ງ​ເຮືອງ​ພໍ​ປານກາງ​ໃນ​ທຸກ​ຮູບ​ແບບ.”

ຄາດ​ວ່າ ຮອງ​ປະທານປະ​ເທດ ທ່ານ ຊີ ຈິນຜິ​ງ ຈະ​ສືບ​ຕໍາ​ແໜ່​ງເປັນ​ຜູ້ ນຳ​ຂອງ​ພັກແທນ ທ່ານ​ຫູ ຈິນ​ເຖົາ ​ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້ ​ແລະ​ເຂົ້າຮັບ​ຕໍາ​ແໜ່​ງປະທານ​ປະ​ເທດ​ໃນ​ເດືອນ​ມີນາປີໜ້າ​ ​ໃນ​ຂະນະ​ທີ່​ຮອງ​ນາຍົກລັດຖະ ມົນຕີ Li Keqiang ຕຽມ​ທີ່​ຈະ​ເຂົ້າ​ຮັບ​ຕໍາ​ແໜ່​ງ ​ເປັນນາຍົກລັດຖະມົນຕີ ​ແທນ​ທ່ານ ​ເຫ​ວິນ ​ເຈ້ຍ​ບາ​ວ.

ທັງທ່ານ ຊີ ຈິນຜິ​ງ ​ແລະ​ທ່ານ Li Keqiang ແມ່ນເກືອບ​ແນ່ນອນ​ທີ່​ສຸດແລ້ວວ່າຈະ​ເປັນ​ຜູ້​ນໍາພາ​ການ​ຕັດ​ສິນ​ໃຈຢູ່​ໃນ​ອົງການ​ທີ່​ມີ​ອໍານາດ​ທີ່​ສຸດ ນັ້ນ ກໍ​ຄື ​ຄະນະ​ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ ຊຶ່ງ​ຈະ​ຖືກ​ປະກາດ​ໃຫ້​ຊາບ​ຢູ່​ພິທີ ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້.

​ເຖິງ​ແມ່ນ​ມີ​ການ​ຄາດ​ຄະ​ເນ​ກັນ​ຢ່າງ​ຕັ້ງໜ້າ​ກໍ​ຕາມແຕ່​ກໍ​ບໍ່​ມີ​ຜູ້​ໃດ​ຮູ້​ຫຍັງ​ຫຼາຍ ກ່ຽວ​ກັບ​ການຈັດ​ຕັ້ງ​ຄະນະ​ກໍາມະການ​ລະດັບ​ຫົວ​ກະທິ​ດັ່ງກ່າວຊຶ່ງ​ປັດຈຸບັນ ນີ້​ມີສະມາ​ຊິກ​ຈໍານວນ 9 ຄົນ. ຄະນະ​ສະມາຊິກ​ດັ່ງກ່າວ​ຈະ​ຖືກຕັດ​ສິນ​ເລືອກເອົາ​ໂດຍ​ກຸ່ມ​ແກນ​ນໍາ​ຜູ້​ສູງ​ອາຍຸ​ຂອງພັກ ຊຶ່ງ​ເປັນ​ການດໍາ​ເນີນ​ການ​ແບບ​ປິດ​ລັບທີ່​ສຸດ.

XS
SM
MD
LG