ຈີນຢືນຢັນວ່າ ພົນລະເມືອງຂອງການາດາຄົນທີສອງໄດ້ຖືກຄຸມຂັງໄວ້ ຍ້ອນມີການ
ສົງໄສວ່າ ຈະເປັນອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດຂອງຈີນ, ທີ່ປາກົດວ່າ
ເປັນການແກ້ແຄ້ນຄືນ ຕໍ່ການທີ່ການາດາໄດ້ຈັບກຸມຜູ້ບໍລິຫານຂັ້ນສູງຂອງບໍລິສັດ
ດ້ານເທັກໂນໂລຈີຂອງຈີນ.ທ່ານ ລູ ກັງ, ໂຄສົກກະຊວງການຕ່າງປະເທດຈີນ, ກ່າວ
ຕໍ່ພວກນັກຂ່າວ ຢູ່ໃນນະຄອນປັກກິ່ງ ໃນວັນພະຫັດມື້ນີ້ວ່າ ທັງທ່ານ ໄມໂຄລ໌ ສະ
ແປວໍຣ໌ (Michael Spavor) ທີ່ປຶກສາທາງທຸລະກິດ ແລະທ່ານ ໄມໂຄລ໌ ໂຄວຣິກ
(Michael Kovrig), ອະດີດນັກການທູດ, ໄດ້ຖືກຄຸມຂັງ ໃນວັນຈັນຜ່ານມານີ້ຍ້ອນ
ຖືກສົງໄສວ່າ "ໄດ້ມີການເຄື່ອນໄຫວທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ
ຂອງຈີນ." ທ່ານ ລູ ເວົ້າອີກວ່າ ສິດທິທາງກົດໝາຍຂອງຊາວການາດາທັງສອງຄົນ
ກຳລັງ "ໄດ້ຮັບການຄຸ້ມຄອງ."
ອົງການຂ່າວສານທາງການສຳລັບແຂວງຫລຽວໜິງທີ່ຢູ່ທາງພາກຕາເວັນອອກສຽງເໜືອ
ຂອງປະເທດ ເວົ້າໃນວັນພະຫັດມື້ນີ້ວ່າ ທ່ານ ສະແປວໍຣ໌ (Spavor) ໄດ້ຖືກເອົາໄປສອບ
ສວນໂດຍກຳລັງຮັກສາຄວາມສະຫງົບຂອງລັດ ຢູ່ໃນເມືອງແດນດົງ (Dandong). ທ່ານ
ສະແປວໍຣ໌ (Spavor) ແມ່ນຜູ້ອຳນວຍການຂອງຫ້ອງການແລກປ່ຽນດ້ານວັດທະນາທຳ
ພຽກຕູ (Paektu Cultural Exchange) ຊຶ່ງເປັນຫ້ອງການຈັດການແລກປ່ຽນທາງກິລາ
ແລະການສຶກສາກັບເກົາຫລີເໜືອ. ທ່ານໄດ້ຮັບໃຊ້ເປັນນາຍແປພາສາ ແລະເປັນຜູ້ອຳ
ນວຍຄວາມສະດວກ ໃຫ້ແກ່ການໄປຢ້ຽມຢາມເກົາຫລີເໜືອຂອງທ່ານ ເດນນິສ ຣອດ
ແມນ (Dennis Rodman) ທີ່ມີຊື່ສຽງໂດ່ງດັງຂອງສະມາຄົມບານສົ່ງແຫ່ງຊາດ ທີ່ອອກ
ກິນເບ້ຍບຳນານແລ້ວ ແລະກໍໄດ້ພົບກັບຜູ້ນຳເກົາຫລີເໜືອ, ທ່ານ ກິມ ຈົງ ອຶນ ດ້ວຍ
ຕົວເອງ.
ສ່ວນ ທ່ານ ໂຄວຣິກ (Kovrig) ທີ່ໄດ້ຖືກກັກຂັງຢູ່ໃນນະຄອນປັກກິ່ງນັ້ນ ແມ່ນເປັນທີ່ປຶກ
ສາຂັ້ນສູງ ສຳລັບພາກເໜືອຂອງເຂດເອເຊຕາເວັນອອກຂອງກຸ່ມວິກິດການສາກົນ ທີ່ທຳ
ການຄົ້ນຄວ້າຊອກຫາການແກ້ໄຂຄວາມຂັດແຍ້ງລະດັບໂລກຢ່າງສັນຕິວິທີ ທີ່ໄດ້ຮັບໃຊ້
ການາດາ ໃນນາມເປັນນັກການທູດປະຈຳປັກກິ່ງ, ຮົງກົງ ແລະບ່ອນອື່ນໆອີກ ແຕ່ປີ
2003 ຫາ 2016.
ການຈັບກຸມທ່ານ ໂຄວຣິກ (Kovrig) ແລະທ່ານ ສະແປວໍຣ໌ (Spavor) ແມ່ນມີຂຶ້ນໃນເວ
ລານານກວ່າ ອາທິດນຶ່ງພຽງໜ້ອຍດຽວຫລັງໂດຍຕຳຫລວດການາດາ ທີ່ໄດ້ຈັບກຸມ ທ່ານ
ນາງ ເມັງ ຫວານຊູ (Meng Wanzhou), ຜູ້ບໍລິຫານບໍໍລິສັດໂທລະຄົມມະນາຄົມຂອງຈີນ
ຢູ່ສະໜາມບິນແວນຄູເວີ ໂດຍອີງຕາມໜັງສືໝາຍຈັບຕົວຂອງສະຫະລັດ. ທ່ານນາງຖືກ
ກ່າວຫາວ່າ ໄດ້ລະເມີດມາດຕະການລົງໂທດຂອງສະຫະລັດຕໍ່ອີຣ່ານ.
ຜູ້ພິພາກສາຂອງການາດາທ່ານນຶ່ງ ໄດ້ປ່ອຍຕົວທ່ານນາງ ດ້ວຍເງິນປະກັນໂຕ ໃນວັນອັງ
ຄານຜ່ານມາ ໃນຂະນະທີ່ທ່ານນາງກຳລັງລໍຖ້າການຮັບຟັງຄຳໃຫ້ການ ກ່ຽວກັບການສົ່ງ
ຕົວທ່ານນາງໃຫ້ແກ່ສະຫະລັດ. ທ່ານນາງ ເມັງ ຕ້ອງໄດ້ ຢູ່ໃນເມືອງ British Columbia
ແລະອາໄສຢູ່ໃນເຮືອນຂອງສາມີທ່ານນາງ. ທ່ານນາງຍັງຕ້ອງຢູ່ພາຍໃຕ້ການຕິດຕາມ
ຕະຫລອດ 24 ຊົ່ວໂມງ.
ທ່ານນາງ ເມັງ ເປັນຫົວໜ້າເຈົ້າໜ້າທີ່ດ້ານການເງິນຂອງບໍລິສັດເທັກໂນໂລຈີ ຮວາ
ເຫວີຍທີ່ເປັນບໍລິສັດ ຍັກໃຫຍ່ຂອງຈີນທາງດ້ານໂທລະຄົມ ແລະເປັນບໍລິສັດທີ່ສ້າງ
ຕັ້ງຂຶ້ນມາໂດຍພໍ່ຂອງທ່ານນາງ ທີ່ເປັນບໍລິສັດຜະລິດໂທລະສັບມືຖືໃຫຍ່ທີ່ສຸດຂອງ
ໂລກ ບໍລິສັດນຶ່ງ. ຄອບຄົວຂອງທ່ານນາງ ມີເງິນຫລາຍຕື້ໂດລາ.