ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຢືນຢັນວ່າ ກຳປັ່ນບັນທຸກເຮືອບິນຂອງຕົນ ຮ່ວມຊ້ອມລົບທາງທະຫານ ໃນທະເລຈີນໃຕ້


ກຳປັ່ນບັນທຸກເຮືອບິນ Liaoning ຂອງຈີນກຳລັງລ່ອງລອຍ ຢູ່ເທິງນ່ານນໍ້າ ພາກຕາເວັນອອກຂອງທະເລຈີນ.
ກຳປັ່ນບັນທຸກເຮືອບິນ Liaoning ຂອງຈີນກຳລັງລ່ອງລອຍ ຢູ່ເທິງນ່ານນໍ້າ ພາກຕາເວັນອອກຂອງທະເລຈີນ.

ຈີນ​ໄດ້​ຢືນຢັນໃນ​ວັນ​ຈັນ​ວານ​ນີ້​ວ່າ ກຳ​ປັ່ນ​ບັນທຸກ​ເຮືອບິນ​ທີ່​ຕົນ​ມີ​ລຳ​ດຽວ ​ໄດ້​ເຂົ້າ​ຮ່ວມ
ຊ້ອມ​ລົບ​ທາງ​ທະຫານ​ເປັນເທື່ອ​ທຳ​ອິດ​ຢູ່ທະ​ເລ​ຈີນ​ໃຕ້ ຫລັງ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ປົກຄອງ​ຕົນ​ເອງ​ຂອງໃຕ້​ຫວັນ ກ່າວ​ວ່າ ການ​ຊ້ອມ​ລົບ​ໄດ້​ເກີດ​ຂຶ້ນ​ພຽງ​ແຕ່ 166 ກິ​ໂລ​ແມັດ​ ຢູ່ລົງໄປ
ທາງ​ພາກ​ໃຕ້​ຂອງ​ເກາະຂອງຕົນ.

ການ​ຊ້ອມ​ລົບ​ທາງ​ທະຫານ​ໄດ້​ປະຕິບັດ ທ່າມກາງ​ຄວາມ​ເຄັ່ງຕືງ ຫລັງ​ຈາກ​ປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່ ທ່ານ Donald Trump ​ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ ປະທານາທິບໍດີໃຕ້​ຫວັນ ທີ່​ຈີນ​ມີ​ຄວາມມຸດ​ມັດນັ້ນ.

ກະຊວງ​ປ້ອງກັນ​ປະ​ເທດ​ຈີນ​ກ່າວ​ວ່າ ກຳ​ປັ່ນ​ບັນທຸກ​ເຮືອບິນທີ່​ສ້າ​ງ​ໂດຍ​ໂຊ​ຫວຽດ ​ໄດ້​ຕິດ ຕາມ​ດ້ວຍ​ບັນດາ​ເຮືອລົບ​ຕ່າງໆ ​ໃນ​ຂະນະ​ທີ່​ລ່ອງລອຍ​ຢູ່​ອ້ອມ​ແອ້ມ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ໃຕ້ຫວັນ. ຈີນ​ກ່າວ​ວ່າການ​ຊ້ອມ​ລົບ​ແບບນີ້ແມ່ມີຢູ່ເປັນ​ປະຈຳ ​ແລະ​ຖືກຕ້ອງ​ຕາມກົດໝາຍ​ສາກົນ.

​ໃນ​ວັນ​ຈັນ​ວານ​ນີ້ ​ກໍ່າປັ່ນບັນທຸກ​ເຮືອບິນ J-15 ​ໄດ້​ປະຕິບັດ​ການ​ຊ້ອມ​ລົບ​ຢູ່“​ໃນ​ທະ​ເລ​ທີ່​ມີ​ສະພາບ​ອັນສັບສົນ” ອີງ​ຕາມກອງ​ທັບເຮືອປະຊາຊົນ​ຈີນ​. ນອກນັ້ນ​ກຳ​ປັ່ນດັ່ງກ່າວ ​ຍັງ​ຊ້ອມ​ລົບ​ທາງ​ເຮ​ລິ​ຄອບ​ເຕີ​ຢູ່ໃນ​ເຂດທີ່​ບໍ່​ເປີດ​ເຜີຍໃຫ້ຊາບນຳ.

ປັກ​ກິ່ງ​ໄດ້​ອ້າງ​ເອົາ​ໃຕ້​ຫວັນ ນັບ​ແຕ່ໄດ້​ເກີດ​ສົງຄາມ​ກາງ​ເມື​ອງຈີນ​ ຂອງ​ປີ 1940 ​ແລະ​ເນັ້ນ​ໜັກ​ທີ່​ຈະ​ທ້ອນ​ໂຮມ​ເອົາ​ທັງ​ສອງ​ຝ່າຍ ​ເຖິງ​ແມ່ນ​ວ່າການ​ຢັ່ງ​ສຽງຂອງ​ຊາວໃຕ້​ຫວັນ ຈະສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຢາກປົກຄອງ​ຕົນ​ເອງກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

China Taiwan
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG