ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ຈີນ ປະນາມການໂຈມຕີສະຖານກົງສຸນຂອງຕົນໃນ ມຽນມາ


ແຟ້ມຮູບ-ກອງກໍາລັງລັດຖະບານມຽນມາ ຢືນຢູ່ເທິງຫຼັງຄາໃນຝັ່ງຂອງ ມຽນມາ, ໃກ້ກັບທຸງຊາດ ຈີນ ຈາກເມືອງ ໜານຊານ ເຊິ່ງເປັນເມືອງຊາຍແດນຂອງ ຈີນ ທິ່ຕັ້ງຢູ່ແຂວງ ຢຸນນານ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ, ວັນອາທິດ ທີ 30 ສິງຫາ 2009. (AP Photo/Ng Han Guan. File)
ແຟ້ມຮູບ-ກອງກໍາລັງລັດຖະບານມຽນມາ ຢືນຢູ່ເທິງຫຼັງຄາໃນຝັ່ງຂອງ ມຽນມາ, ໃກ້ກັບທຸງຊາດ ຈີນ ຈາກເມືອງ ໜານຊານ ເຊິ່ງເປັນເມືອງຊາຍແດນຂອງ ຈີນ ທິ່ຕັ້ງຢູ່ແຂວງ ຢຸນນານ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ, ວັນອາທິດ ທີ 30 ສິງຫາ 2009. (AP Photo/Ng Han Guan. File)

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຈີນ ໄດ້​ກ່າວ​ປະນາມ​ການ​ໂຈມ​ຕີ​ສະຖານ​ກົງສຸນ​ຂອງ​ຕົນຢູ່ເມືອງ ​ມັນ​ດາ​ເລ ​ໃນວັນຈັນມື້ນີ້​ ​ແລະ​ໄດ້ທໍາການຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ ​ມຽນມາ ​ດໍາເນີນທຸກຄວາມ​ພະຍາຍາມ​ເພື່ອ​ຈັບ​ກຸມ​ຜູ້​ກະທຳ​ຜິດ.

ມຽນມາ ​ໄດ້ຕົກຢູ່ໃນສະພາບ​ຄວາມ​ວຸ້ນວາຍ​ນັບຕັ້ງ​ແຕ່​ເດືອນ​ກຸມພາ​ປີ 2021 ​ເມື່ອ​ກອງທັບ​ໄດ້​ຂັບ​ໄລ່​ລັດຖະບານ​ພົນລະ​ເຮືອນ​ທີ່​ຖືກ​ເລືອກ​ຕັ້ງ​ດ້ວຍການກໍ່​ລັດ​ຖະ​ປະ​ຫານ, ​ອັນເປັນການ​ຍຸຕິ​ບາດກ້າວແຫ່ງຄວາມພະຍາຍາມ​ຂອງ​ປະ​ເທດ​ທີ່​ທຸກ​ຍາກດັ່ງ​ກ່າວ​ ໄປ​ສູ່​ການ​ເປັນ​ປະຊາທິປະ​ໄຕ​ທີ່​ເຕັມຮູບແບບນັ້ນລົງຢ່າງ ກະທັນຫັນ.

ເຫດການໃນອາທິດແລ້ວນີ້ ມີຂຶ້ນພາຍຫຼັງເກີດຄວາມຮູ້ສຶກຕໍ່ຕ້ານ ຈີນ ເພີ້ມ ຂຶ້ນໃນສື່ສັງຄົມ ມຽນມາ, ລຸນຫຼັງເມື່ອບໍ່ດົນມານີ້ ໄດ້ມີຄວາມກົດດັນຕໍ່ກຸ່ມ ກະບົດໃຫ້ຢຸດການສູ້ຮົບຕໍ່ຕ້ານລັດຖະບານທະຫານ.

ມີເຫດການລະເບີດຂຶ້ນເວລາ 5:00 ໂມງແລງ​ໃນ​ວັນ​ເສົາ​ທີ່ຜ່ານ​ມາ (ຕາມເວລາ ຢູ່ໃນທ້ອງຖິ່ນ) ໂດຍບໍ່​ມີ​ຜູ້ໃດໄດ້ຮັບ​ບາດ​ເຈັບ​ ຫຼື ເສຍຊີວິດ, ​ແຕ່ໄດ້​ທຳ​ລາຍ ບາງສ່ວນຂອງ​ສະຖານ​ກົງສຸນ, ​ອີງຕາມການຖະແຫຼງຂ່າວປະຈໍາວັນຂອງໂຄສົກ​ກະຊວງ​ ທ່ານ ຫຼິນ ຈຽນ.

ທ່ານ ຫຼິນ ​ກ່າວ​ວ່າ ຈີນ ​ໄດ້​ຍື່ນຂໍຄໍາ “ຊີ້ແຈງ​ຢ່າງ​ຈິງ​ຈັງ” ຕໍ່ທາງການ ​ມຽນມາ, ໂດຍຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ຢ່າງ​ລະອຽດ ​ແລະ​ດໍາເນີນທຸກ​ຄວາມ​ພະຍາ ຍາມ​ເພື່ອ​ລົງ​ໂທດຕໍ່​ຜູ້​ກະທຳ​ຜິດ​ບົນພື້ນຖານຂອງ​ກົດໝາຍ.

ທ່ານ​ກ່າວ​ຕື່ມ​ວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້ ສະຖານ​ກົງສຸນ​ ຈີນ ​ໄດ້​ອອກ​ຄຳ​ເຕືອນ​ໃຫ້​ພົນລະ​ເມືອງ, ນັກທຸລະກິດ​ ແລະ​ກຸ່ມຕ່າງໆ​ໃນ ​ມຽນມາ ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພ ​ແລະ​ປະຕິບັດການຕາມມາດຕະການ​ທີ່​ຈຳ​ເປັນ.

ໂຄສົກ​ຂອງ​ລັດຖະບານ​ທະຫານ​ມຽນມາ ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆກ່ຽວກັບເລື້ອງ ນີ້ໃນ​ທັນທີ.

​ການ​ກົດ​ດັນ​ຂອງ​ຈີນ​ຕໍ່​ກຸ່ມ​ກະບົດ​ເພື່ອຍຸຕິ​ການ​ສູ້​ລົບ​ຂອງພວກ​ເຂົາ​ເຈົ້າ, ສົ່ງຜົນ​ເຮັດ​ໃຫ້ປະຊາຊົນໃນ ມຽນມາ ເກີດ​ຄວາມ​ສົງ​ໄສທີ່ ​ຈີນ ​ສະໜັບສະໜູນ​ຕໍ່ລັດ ຖະບານ​ທະຫານ, ​ເຮັດ​ໃຫ້​ພວກ​ທີ່​ຄັດຄ້ານ​ການ​ປົກຄອງ​ທາງ​ທະຫານ​ຫຼາຍ​ຄົນໃນ​ຕ່າງ​ປະ​ເທດ ມີຄວາມບາດໝາງ ແລະຫ່າງເຫີນອອກໄປຕື່ມ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

BEIJING, Oct 21 (Reuters) - China condemned on Monday an attack on its consulate in Mandalay and urged Myanmar authorities to make every effort to arrest the perpetrators, a spokesperson of its foreign ministry said.

Myanmar has been in turmoil since February 2021 when the military ousted an elected civilian government in a coup, abruptly ending the impoverished country's tentative steps towards becoming a full-fledged democracy.

Last week's incident follows a surge in anti-China sentiment on social media in Myanmar, after its recent pressure on rebel groups to halt their fighting against the military regime.

A blast at 5:00 p.m. on Saturday caused no casualties but partially damaged the consulate premises, the ministry spokesperson, Lin Jian, told a regular news conference.

China has lodged "serious representations" with authorities in Myanmar, calling for a thorough investigation and every effort to severely punish the perpetrators according to law, Lin said.

The Chinese consulate recently issued a reminder to all its citizens, businesses and groups in Myanmar to take heed of the security situation and adopt necessary precautions, he added.

A spokesman for Myanmar's military government was not immediately available for comment.

China's pressure for rebel groups to halt their fighting has fuelled suspicion among people in Myanmar that China is supporting the junta, further alienating many of those who oppose military rule.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG