ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນ ເຕືອນສະມາຊິກພັກ ກ່ຽວກັບ ການສໍ້ລາດບັງຫຼວງ (ເບິ່ງວີດີໂອ)


ປະທານປະເທດຈີນ ທ່ານ Hu Jintao ກ່າວຄຳປາໄສເນື່ອງໃນໂອ ກາດວັນຄົບຮອບ 90 ປີ ໃນການສ້າງຕັ້ງພັກຄອມມູນິສ ທີ່ຫໍສາລາ ປະຊາຊົນ ໃນນະຄອນຫຼວງປັກກິ່ງ (1 ກໍລະກົດ 2011)
ປະທານປະເທດຈີນ ທ່ານ Hu Jintao ກ່າວຄຳປາໄສເນື່ອງໃນໂອ ກາດວັນຄົບຮອບ 90 ປີ ໃນການສ້າງຕັ້ງພັກຄອມມູນິສ ທີ່ຫໍສາລາ ປະຊາຊົນ ໃນນະຄອນຫຼວງປັກກິ່ງ (1 ກໍລະກົດ 2011)

ປະທານປະເທດຈີນທ່ານ Hu Jintao ໄດ້ສະເຫຼີມສະຫຼອງວັນຄົບຮອບ 90 ປີໃນການສ້າງ
ຕັ້ງພັກຄອມມູນິສຈີນໃນວັນສຸກມື້ນີ້ໂດຍກ່າວຕໍ່ພວກເຈົ້າໜ້າທີ່ແລະສະມາຊິກຂອງພັກຈຳນວນ
ຫຼາຍພັນຄົນວ່າ ພັກຄອມມູນິສຕ້ອງຮັບປະກັນໃນການເຕີບໂຕຂອງເສດຖະກິດຂະນະທີ່ຄວບ
ຄຸມສະຖຽນລະພາບຂອງພົນລະເມືອງ.

ໃນຄຳປາໄສທາງໂທລະພາບເປັນເວລາ 1 ຊົ່ວໂມງເຄິ່ງຢູ່ຫໍສາລາປະຊາຊົນທີ່ນະຄອນຫຼວງ
ປັກກິ່ງນັ້ນທ່ານ Hu ໄດ້ລະບຸວ່າການສໍ້ລາດບັງຫຼວງແມ່ນຈະແຈ້ງແລະເປັນໄພອັນຕະລາຍ
ໃນປັດຈຸບັນຕໍ່ຄວາມຖືກຕ້ອງຊອບທຳ ໃນການປົກຄອງຂອງພັກຄອມມູນິສ. ທ່ານເຕືອນວ່າ
ການສໍ້ລາດບັງຫຼວງ ຈະເຮັດໃຫ້ພັກສູນເສຍການສະໜັບສະໜຸນແລະຄວາມໄວ້ເນື້ອເຊື່ອໃຈ
ຂອງປະຊາຊົນ.

ຜູ້ນຳຂອງຈີນ ຍັງກ່າວຕື່ມວ່າ ພັກໄດ້ຖອດຖອນບົດຮຽນ ຈາກຄວາມຜິດພາດແລະຈັດແຈງ
ຫາທາງແກ້ໄຂ. ທ່ານບໍ່ໄດ້ເວົ້າເຖິງນະໂຍບາຍຕ່າງໆຂອງພັກໃນໄລຍະສອງສາມທົດສະວັດ
ທຳອິດຢ່າງເປັນການສະເພາະທີ່ເປັນເຫດໃຫ້ປະຊາຊົນຈຳນວນຫຼາຍລ້ານຄົນລົ້ມຕາຍໄປນັ້ນ.

XS
SM
MD
LG