ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

24 ຄົນ ເສຍຊີວິດ ຍ້ອນໄຟໄໝ້ ບໍ່ຖ່ານຫິນ ໃນຈີນ


ແຜນທີ່ ແຂວງ Liaoning ຂອງຈີນ
ແຜນທີ່ ແຂວງ Liaoning ຂອງຈີນ

ສື່​ມວນ​ຊົນ​ແຫ່​ງລັດຂອງ​ຈີນ ກ່າວ​ວ່າ ພວກ​ພະນັກງານ 24 ຄົນ
​ໄດ້​ເສຍ​ຊີວິດ​ໃນ​ໄຟ​ໄໝ້​ຢູ່​ບໍ່​ຖ່ານ​ຫິນ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ
​ອອກສຽງ​ເໜືອ​ຂອງ​ປະ​ເທດ.

ອົງການ​ຂ່າວ​ຊິນ​ຫົວ ຂອງທາງ​ການ​ຈີນ ກ່າວ​ວ່າ ​ໄຟ​ໄໝ້​ໃນ​ບໍ່
​ຖ່ານ​ຫິນ ​ໃນແຂວງ Liaoning ​ຍັງເຮັດ​ໃຫ້​ພວກ​ພະນັກງານ​
ໃນ​ບໍ່ອີກ 52 ຄົນ​ໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ກັນ.

ອຸບັດ​ເຫດ​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ໃນ​ບໍ່ຖ່ານຫີນ​ແຫ່ງ​ນຶ່ງຂອງບໍລິສັດ
​ລັດ​ວິ​ສາ​ຫະກິດ Fuxin Coal Company ​ເປັນ​ເຈົ້າ​ຂອງ ​ແລະ
​ເປັນ​ອຸບັດ​ເຫດ​ຄັ້ງ​ຫຼ້າ​ສຸດ​ໃນ​ບໍ່ຖ່ານ​ຫິນ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ໃນ​ຈີນ.

​ໂຕ​ເລກ​ຂອງ​ລັດຖະບານ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ອຸບັດເຫດ​ທີ່​ພົວພັນ​ກັບ​ບໍ່ ຖ່ານ​ຫິນ 589 ຄັ້ງ ​ເກີດ​ຂຶ້ນ​ໃນ​ຈີນ​ໃນ​ປີ​ແລ້ວ​ນີ້ ​ເຮັດ​ໃຫ້​ຜູ້​ຄົນ​ຈຳນວນຫລາຍ​ກວ່າ 1 ພັນ​ຄົນ​ເສຍ​ຊີວິດ ຫຼື​ຫາຍ​ສາບ​ສູນ​ໄປ ຊຶ່ງ​ນີ້​ເປັນ​ຈຳ​ນວນ 23 ​ເປີ​ເຊັນ​ ຫລຸດ​ຈາກ​ປີ​ກ່ອນ ​ແຕ່​ບັນດາ​ນັດ​ວິ​ເຄາະ​ເຫດການ​ກ່າວ​ວ່າ ​ໂຕ​ເລກ​ແທ້ໆ​ນັ້ນ ​ເບິ່ງ​ຄື​ວ່າ​ສູງ​ກວ່າ​ນັ້ນ​ຕັ້ງ​ຫລາຍ ​ເນື່ອງ​ຈາກ​ວ່າ ອຸບັດ​ເຫດ​ຫຼາຍ​ຄັ້ງ ​ບໍ່​ໄດ້​ລາຍ​ງານ​ໃຫ້​ຜູ້​ຄົນ​ຊາບ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ດຳ​ເນີນ​ງານ​ມາ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະຖານ​ດ້ານ​ຄວາມ​ປອດ​ໄພ​ທີ່​ເຄັ່ງ​ຄັດ​ຂຶ້ນ ​ແລະ​ອັດ​ພວກ​ບໍ່​ຖ່ານ​ຫິນ​ທີ່​ນ້ອຍໆລົງ ຊຶ່ງ​ພວກ​ບໍ່​ຖ່ານ​ຫິນ​ເຫຼົ່າ​ນີ້​ ມັກຈະບໍ່​ມີ​ກົດ​ລະບຽບ​ບັງຄັບນັ້ນ.

ຈີນເປັນປະເທດທີ່ໃຊ້ຖ່ານຫີນຫລາຍທີ່ສຸດໃນໂລກ.

XS
SM
MD
LG