ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຢ່າງນ້ອຍ 13 ຄົນ ​ເສຍ​ຊີວິດ ​ຍ້ອນເຫດລະ​ເບີດ ທີ່​​ບໍ່​ຖານ​ຫີນ ໃນຈີນ


ແຜ່ນທີ່ປະເທດຈີນ
ແຜ່ນທີ່ປະເທດຈີນ

ມີ​ຢ່າງ​ນ້ອຍ 13 ຄົນ ​ເສຍ​ຊີວິດ ​ແລະອີກ 20 ຄົນ ຫາຍສາບສູນ ຫຼັງ​ຈາກ​ທີ່​ໄດ້​ເກີດ​ເຫດລະ​ເບີດ​ທີ່​ບໍ່​ຖານ​ຫີນ​ແຫ່ງ​ນຶ່ງ ​ໃນ​ແຂ​ດ Chonquing ຂອງ​ຈີນ.

​ເຫດລະ​ເບີດ​ທີ່ບໍ່​ຖານ​ຫີນ ຂອງ​ບໍລິສັດ​ເອກ​ກຊົນ Jinshangou ​ໃນ​ເມືອງ Laisu ມີ​ຂຶ້ນ
​ກ່ອນ​ທ່ຽງ​ວັນ​ຈັນ​ວານ​ນີ້ ອີງ​ຕາມ​ລາຍ​ຂອງ​ອົງການ​ຂ່າວ Xinhua.

ຮອງ​ເຈົ້າ​ເມືອງ​ Chonquing ​ໄດ້​ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ​ພວກ​ທີ່ຫາຍ​ສາບ​ສູນ​ແມ່ນ​ກຳລັງ​ດຳ​ເນີນໄປຢູ່ ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ການ​ຊ່ອຍ​ເຫຼືອ​ກູ້​ໄພ​ນີ້ ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຍ້ອນ​ຄວາມ​ເສຍ​ຫາຍ​ຈາກ​ເຫດລະ​ເບີດ​ແລະ​ປະ​ເຊີນ​ກັບ​ລະດັບ​ຄວັນ​ພິດ​ທີ່​ສູງ​ໃນບໍ່ຖ່ານຫີນ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ດຳ​ເນີນ​ການ​ສືບສວນສອບສວນກ່ຽວ​ກັບ​ເຫດລະ​ເບີດ​ທີ່​ຮ້າຍ​ແຮງ​ໃນ​ຄັ້ງ​ນີ້​ແລ້ວ ​ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ໄດ້​ສັ່ງ​ໃຫ້​ປິດ​ບໍ່​ຖານ​ຫີນ​ຂະໜາດ​ນ້ອຍ​ຕ່າງໆ​ຢູ່ໃນ​ຂົງ​ເຂດ.

​ໃນ​ຕົ້ນ​ປີ​ນີ້ ອົງການ​ຂ່າວ Xinhua ​ໄດ້​ລາຍ​ງານ​ວ່າ ​ກະຊວງພະລັງງານ​ແຫ່ງ​ຊາດ​ຂອງ​ຈີນ ໄດ້ບັນທຶກວ່າ ມີ 171 ຄົນ​ເສຍ​ຊີວິດ​ ໃນອຸປະຕິ​ເຫດ 45 ຄັ້ງ​ກ່ຽວ​ກັບແກັສລະ​ເບີດ​ຢູ່​ບໍ່ຖ່ານ​ຫີນ ​ໃນ​ປີ 2015.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG