ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນຈະບໍ່ສາມາດຍັບຍັ້ງ ການປ່ຽນແປງ ໄປສູ່ປະຊາທິປະໄຕ


ທ່ານນາງ ລັດຖະມົນຕີຕ່າງປະເທດສະຫະລັດ Hillary Clinton ຢູ່ໃນກອງປະຊຸມຮ່ວມບັ້ນນຶ່ງກັບ ຮອງນາຍົກລັດຖະມົນຕີຈີນ ທ່ານ Wang Qishan ເມື່ອວັນທີ່ 10 ເດືອນນີ້ ທີ່ນະຄອນຫລວງວໍຊິງຕັນ
ທ່ານນາງ ລັດຖະມົນຕີຕ່າງປະເທດສະຫະລັດ Hillary Clinton ຢູ່ໃນກອງປະຊຸມຮ່ວມບັ້ນນຶ່ງກັບ ຮອງນາຍົກລັດຖະມົນຕີຈີນ ທ່ານ Wang Qishan ເມື່ອວັນທີ່ 10 ເດືອນນີ້ ທີ່ນະຄອນຫລວງວໍຊິງຕັນ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ ຮິລແລຣີ ຄລິນຕັນກ່າວວ່າ ຄວາມພະຍາຍາມຂອງຈີນທີ່ຈະຍັບຍັ້ງ ການ ປ່ຽນແປງຕ່າງໆດ້ານປະຊາທິປະໄຕແບບທີ່ພວມ ລຸກລາມໄປທົ່ວພາກຕາເວັນອອກກາງນັ້ນຖືວ່າເປັນ ແນວ ທາງທີ່ສິ້ນຫວັງ ທີ່ຈະປະສົບກັບຄວາມລົ້ມແຫລວ.

ການໃຫ້ທັດສະນະດັ່ງກ່າວຂອງທ່ານນາງ ມີຂຶ້ນໃນການໃຫ້ ສໍາພາດກັບ ວາລະສານ The Atlantic ທີ່ລົງໃນເວບໄຊ້ ເມື່ອວັນອັງຄານວານນີ້ ໃນຂະນະທີ່ທ່ານນາງ ແລະພວກ ເຈົ້າໜ້າທີ່ອື່ນໆຂອງສະຫະລັດໄດ້ພົບ ປະກັບພວກເຈົ້າໜ້າ ທີ່ອາວຸໂສຈີນ ໃນນະຄອນຫລວງວໍຊິງຕັນ.

ໃນການໃຫ້ສໍາພາດນັ້ນ ທ່ານນາງ ຄລິນຕັນ ຖືກຊັກຖາມວ່າ ພວກເຈົ້າ ໜ້າທີ່ຈີນທັງຫລາຍ ພາກັນຕື່ນຕົກໃຈແດ່ບໍ່ໃນການລຸກຮືຂື້ນຢ່າງກວ້າງຂວາງ ໃນພາກຕາເວັນອອກກາງນັ້ນ.

ທ່ານນາງຄລິນຕັນຕອບວ່າ ຈີນເປັນຫ່ວງກັງວົນໃນເລຶ່ອງນີ້ຫລາຍ ແລະວ່າ ຈີນກໍກໍາລັງ ພະຍາຍາມຫາທາງຈະຍຸຕິເຫດການປະວັດສາດນີ້ໃຫ້ໄດ້ ຊຶ່ງທ່ານນາງເວົ້າວ່າ ນັ້ນເປັນ ແນວທາງທີ່ສິ້ນຫວັງ.

ທ່ານນາງຄລິນຕັນກ່າວຕື່ມວ່າ ຈີນບໍ່ສາມາດຢຸດຕິການປະຕິຮູບປະຊາທິປະໄຕໄດ້ ແຕ່ຈີນ ກໍຈະພະຍາຍາມຫາທາງຍັບຍັ້ງໄວ້ ໃຫ້ດົນເທົ່າທີ່ຈະດົນໄດ້.

ທ່ານນາງຄລິນຕັນ ກ່າວອີກວ່າ ແຕ່ສະຫະລັດກໍຈະບໍ່ອວ່າຍໜ້າໜີຈາກ ການຕິດຕໍ່ພົວພັນ ກັບຈີນແຕ່ຢ່າງໃດ ເນຶ່ອງຈາກວ່າ ຈີນມີໃນສິ່ງທີ່ທ່ານ ນາງເອີ້ນວ່າ “ປະວັດໃນການເຄົາລົບ ນັບຖືສິດທິມະນຸດທີ່ໜ້າຢ້ານກົວ” ນັ້ນ.

XS
SM
MD
LG