ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນສັນຍາວ່າຈະສືບຕໍ່ຫລຸດຜ່ອນ ການປ່ອຍທາດ carbon


ກອງປະຊຸມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດທີ່ເມືອງຕຽນຈິນຂອງຈີນ
ວັນທີ 4 ຕຸລາ 2010
ກອງປະຊຸມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດທີ່ເມືອງຕຽນຈິນຂອງຈີນ ວັນທີ 4 ຕຸລາ 2010

ເຈົ້າ​ໜ້າ​ທີ່​ດ້ານ​ພະລັງງານ​ສູງ​ສຸດ​ຂອງ​ຈີນ​ທ່ານ​ນຶ່ງ​ກ່າວ​ວ່າ ຈີນ​ຈະສືບ​ຕໍ່ດໍາ​ເນີນ​ງານ​​ເພື່ອຫລຸດ​ຜ່ອນ​ການປ່ອຍ​ທາດ carbon ອອກ​ສູ່​ບັນຍາກາດ​ ຕາມ​ຄໍາ​ໝັ້ນ​ສັນຍາ​ທີ່​ໃຫ້​ໄວ້ ກ່ອນ​ການ​ເຈລະຈາ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງ​ສະຫະ​ປະຊາ​ຊາດ​ ​ໄຂ​ຂຶ້ນ​ທີ່ນະຄອນ Copenhagen ປະ​ເທດ​​ເດັນ​ມາກ ໃນ​ປີ​ແລ້ວ​ນີ້.

ທ່ານ Xie Zhenhua ຮອງ​ປະທານ​ຄະນະ​ກໍາມາ​ທິການ​ດ້ານ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ຊາດ​ຂອງ​ຈີນ ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້​ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ລັດຖະ ບານແມ່ນໄດ້​ພະຍາຍາມປຸກລະດົມໃຫ້​ປະຊາຊົນ​ຮູ້ສຶກ ​ສໍານຶກ​ເຖິງເລື້ອງການ​ປະຢັດ​ພະລັງງານ​ແລະ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ.

ໃນ​ການ​ຖະ​ແຫລ​ງ​ຢູ່​ກຸງ​ປັກ​ກິ​ງ ທ່ານ Xie ກ່າວ​ວ່າ ຕໍ່​ໄປ​ນີ້ ຈີນ​ຈະທຸ່ມ ​ເທ​ຄວາມ​ພະຍາຍາມ​ຫລາຍ​ຂຶ້ນ​ໃສ່​ການ​ແກ້​ໄຂ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ໃນ​ແຜນການ 5 ປີ ​ຕໍ່ໜ້າ ຊຶ່ງ​ຈະ​ເລີ້ມ​ແຕ່​ປີ 2011 ຫາ 2015 ນັ້ນ.

ທ່ານ Xie ​ເວົ້າ​ວ່າ ລັດຖະບານ​ຈະ​ອາ​ໄສ​ເຄື່ອງມື​ທາງ​ດ້ານ​ກົດໝາຍຫລາຍ​ຂຶ້ນ​ ເພື່ອ​ສົ່​ງ​ເສີມ​ສັງຄົມ​ໃຫ້​ປ່ຽນ​ແປງ​ຮູບ​ແບບໃນການ​ຊົມ​ໃຊ້​ພະລັງງານແລະອັນ​ທີ່​ທ່ານເອີ້ນ​ວ່າ “ຮູບ​ແບບ​ການ​ພັດທະນາ​ດ້ານ​ເສດຖະກິດ​ນັ້ນ.”

ທ່ານ Xie ກ່າວ​ຕື່ມ​ວ່າ ​ເປົ້າ​ໝາຍ​ບາງ​ຢ່າງໃນ​ການ​ແກ້​ໄຂ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ​ ເຊ່ນການ​ປ່ອຍທາດ carbon ​ເຂົ້າສູ່ບັນຍາກາດແລະການເພີ່ມທະວີ​ການ​ໝຸນ​ໃຊ້​ພະລັງງານ ຄືນ​ໃໝ່​ນັ້ນ​ ຈະ​ເປັນ​ເລື້ອງທີ່ບັງຄັບໃຫ້​ປະຕິບັດ.

ນອກ​ນັ້ນ ​ທ່ານ​ຍັງ​ໄດ້​ເນ້ນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ໃນ​ແນວ​ຄິດ​ປະດິດ​ສ້າງ​ໃໝ່​ທາງ​ດ້ານເທັກ​ໂນ​ໂລ​ຈີ​ ໂດຍ​ກ່າວວ່າ ພວກ​ບໍລິສັດ​ຈີນກໍາລັງ​ຄົ້ນ​ຄວ້າ​ຊອກ​ຫາ​ຊ່ອງ​ທາງໃໝ່ໆ ​ເພື່ອປັບປຸງ​ວົງ​ການ​ອຸດສາຫະກໍາ​ແບບ​ດັ້ງ​ເດີ​ມຂອງ​ຈີນ​ໃຫ້​ທັນ​ສະ​ໄໝຂຶ້ນ.

ມີ​ການ​ຄຶດ​ກັນ​ວ່າ ການ​ປ່ອຍ​ແກ໊​ສ​ເຮືອນ​ແກ້ວເຂົ້າ​ສູ່​ບັນຍາກາດ ​ເຊ່ນ​ທາດ carbon dioxide ທີ່​ສ້າງ​ຄວາມເປິ​ະເປື້ອນ ທີ່ເກີດ​ຈາກ​ການ​ເຜົາໄໝ້​ເຊື້ອໄຟ​ຕ່າງໆ​ ເຊ່ນ​ນໍ້າມັນ​ເຄື່ອງ ແລະ​ຖ່ານ​ຫິນ​ນັ້ນ ມີ​ສ່ວນ​ຊ່ອຍ​ກໍ່​ໃຫ້​ເກີດ​ສະພາວະໂລກ​ຮ້ອນ.

ກອງ​ປະຊຸມ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ​ ທີ່​ນະຄອນ Copenhagen ​ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້ ​ໄດ້​ພັງລົງ​ຍ້ອນ​ການ​ຂັດ​ແຍ້​ງກັນ​ລະຫວ່າງ​ພວກ ປະ​ເທດ​ພັດທະນາ​ແລະ​ພວມພັດທະນາ ​ໂດຍ​ບໍ່​ໄດ້ມີ​ການ​ບັນລຸຂໍ້​ຕົກລົງ​ທີ່​ຜູກ​ມັດ​ທາງ​ກົດ ໝາຍກ່ຽວ​ກັບ​ວິທີ​ການ​ຕັດ​ການ​ປ່ອຍທາດ carbon ​ເຂົ້າສູ່​ບັນຍາກາດ​ນັ້ນ.

ໃນວັນພຸດ​ສັບປະດາ​ແລ້ວ​ນີ້ ທ່ານ Xie ກ່າວ​ເນ້ນ​ເຖິງ​ທ່າ​ທີ​ຂອງ​ກຸ​ງປັກກິງ​ ​ກ່ຽວ​ກັບການ​ລົດ​ຜ່ອນ​ການ​ປ່ອຍທາດ carbon ນັ້ນວ່າ ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ ບໍ່​ແມ່ນ​ປະ​ເທດ​ທີ່​ພັດທະນາ​ແລ້ວ.

ທ່ານ Xie Zhenhua ຫົວໜ້າຄະນະເຈລະຈາ ເລື້ອງການປ່ຽນແປງຂອງດິນຟ້າ ອາກາດຂອງຈີນ. (File Photo)
ທ່ານ Xie Zhenhua ຫົວໜ້າຄະນະເຈລະຈາ ເລື້ອງການປ່ຽນແປງຂອງດິນຟ້າ ອາກາດຂອງຈີນ. (File Photo)

ທ່ານ Xie ​ເວົ້າ​ວ່າ ຈີນ​ຍັງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຕົນ​ຕໍ່​ໄປ ​ເພື່ອ​ປັບ​ປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂອງ​ຕົນໃຫ້​ດີ​ຂຶ້ນ. ​ທ່ານ​ກ່າວ​ອີກ​ວ່າ ການ​ທີ່ຈະໃຫ້​ ບັນລຸ​ຄວາມ​ສໍາ​ເລັດ​ໃນ​ດ້ານ​ການ​ ພັດທະນາ​ແລະ​ປົກ​ປ້​ອງສິ່ງ​ແວດ​ ລ້ອມໄປ​ພ້ອມ​ກັນນັ້ນ ​ແມ່ນ​ເປັນ​ ພາລະກິດ​ທີ່​ໃຫຍ່​ມະຫາສານ.

ກອງ​ປະຊຸມທີ່​ນະຄອນ Copenhagen ​ໄດ້​ຢຸດ​ສະ​ງັກ ລົງ ​ໂດຍສາ​ເຫດສ່ວນ​ນຶ່ງ​ ກໍ ​ເປັນຍ້ອນວ່າ​ພວກ​ປະ​ເທດ​ຕ່າງໆ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ ກ່ຽວ​ກັບ​ວ່າ ປະ​ເທດ​ພວມ​ພັດ ທະນາທີ່​ໃຫຍ່ໆ ​ເຊ່ນ​ຈີນ​ນັ້ນ ຄວນ​ຈະ​ຖືກ​ບັງຄັບ​ໃຫ້​ຕັດ​ການ​ປ່ອຍ​ທາດ carbon ​ລົງ​ຫລື​ບໍ?

ຈີນ​ເປັນ​ປະ​ເທດ​ປະ​ເທດ​ທີ່​ປ່ອຍ​ຄວັນ carbon dioxide ​ເຂົ້າ​ສູ່​ບັນຍາກາດຫລາຍ​ທີ່ສຸດ​ຂອງ​ໂລກ ຊຶ່ງ​ສ່ວນໃຫຍ່ແມ່ນ​ມາ​ຈາກ​ການ​ເຜົາ​ເຊື້​ອໄຟ​ຟອສຊິ​ລ ທີ່​ມາ​ຈາກ​ໃຕ້​ດິນ ​ເຊ່ນ​ຖ່ານ​ຫິນ ຫລື​ຫິນ​ນໍ້າມັນ​ນັ້ນ. ພວກປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຢາກ​ໃຫ້​ກຸງ​ປັກ​ກິ​ງ​ ໃຫ້​ຄໍາ​ໝັ້ນ​ສັນຍາ​ຢ່າງ ​ໜັກ​ແໜ້ນ​ໃນ​ການ​ລົດ​ຜ່ອນ​ການ​ປ່ອຍ​ຄວັນ carbon dioxide ອອກ​ຈາກ​ໂຮງ​ຈັກ​ໂຮງ ງານຂອງ​ຕົນ​ນັ້ນ.

ທ່ານ Xie ​ໄດ້​ຮຽກຮ້ອງຊໍ້າ​ແລ້ວ​ຊໍ້າ​ອີກ​ ໃຫ້​ພວກ​ປະ​ເທດ​ທີ່ພັດທະນາ ແລ້ວດໍາ​ເນີນ​ການ​ໃຫ້​ຫລາຍ​ຂຶ້ນ​ແລະ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ​ໃນ​ການ​ເປັນ​ຜູ້​ນໍາໃນ​ການ​ລົດ​ຜ່ອນ​ລົງໃຫ້​ໄດ້ຢ່າງ​ຫລວງ ຫລາຍ ການ​ຊົມ​ໃຊ້ພະລັງງານ​ແລະ​ການ​ປ່ອຍ​ມົນ​ລະ​ພິດ​ນັ້ນ. ນອກ​ນີ້ ​ທ່ານ​ຍັງ​ຮຽກຮ້ອງ​ໃຫ້ ພວກ​ປະເທດພັດທະນາ​ທັງຫລາຍ ​ໃຫ້ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ການ​ເງິນ​ແລະ​ດ້ານເທັກ​ໂນ​ໂລ​ຈີ​ ແກ່​ພວກ​ປະ​ເທດ​ພວມ​ພັດທະ​ນາ​ເພື່ອ​ຊ່ອຍ​ພວກ​ເຂົາ​ເຈົ້າ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​.

ໃນ​ສັບ​ປະດາ​ນີ້ ຈີນເປັນ​ເຈົ້າພາບ​ຈັດ​ການ​ເຈລະຈາທີ່​ໄດ້​ດໍ​າ​ເນີນ​ມາ​ຢ່າງ​ຍາວ​ນານຂອງສະຫະ ປະຊາ​ຊາດ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງດິນຟ້າ​ອາກາດນັ້ນ ເປັນ​ເທື່ອ​ທໍາ​ອິດທີ່​ເມຶືອງ ​ຕຽນ​ຈິນ. ກອງ​ປະຊຸມດັ່ງກ່າວ ຊຶ່ງ​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງກັນ​ກ່ຽວ​ກັບ​ວິທີ​ການ​ຮັບ ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ຖືກ​ເບິ່ງ​ເຫັນ​ວ່າ ເປັນ​ບາດກ້າວໄປ​ສ ູ່​ການເຈລະ​ຈາ​ກັນ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງສໍາຄັນ​ທີ່​ປະ​ເທດ​ເມັກ​ຊິ​ໂກ​ ໃນ​ທ້າຍ​ປີ​ນີ້.

XS
SM
MD
LG