ການເຈລະຈາເລື້ອງການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ ທີ່ໄດ້ຢຸດສະງັກ ລົງ ໄຂຄືນໃໝ່ໃນວັນຈັນມື້ນີ້ ທີ່ປະເທດຈີນ ພ້ອມກັບຄໍາເຕືອນວ່າ ພວກປະເທດທີ່ມີຄວາມເຫັນຂັດແຍ້ງກັນ ຈະຕ້ອງຫາທາງຕົກລົງກັນໃຫ້ໄດ້ ກ່ອນກອງປະຊຸມສຸດຍອດຂອງສະຫະປະຊາຊາດເລື້ອງດິນຟ້າອາກາດຮອບໃໝ່ທີ່ຈະໄຂຂຶ້ນທີ່ເມືອງ Cancun ປະເທດເມັກຊິໂກ ໃນທ້າຍປີນີ້.
ໃນຄໍາປາໄສໄຂກອງປະຊຸມທີ່ເມືອງຕຽນຈິນ ໃນພາກເໜືອຂອງຈີນ ທ່ານນາງ Christiana Figueres ຫົວໜ້າຝ່າຍດິນຟ້າອາກາດຂອງສະຫະປະຊາຊາດກ່າວວ່າ ບັດນີ້ ມັນເຖິງເວລາແລ້ວ ທີ່ຈະຕ້ອງກໍານົດອອກມາຢ່າງຈະແຈ້ງວ່າ ອັນໃດທີ່ອາດສາມາດປະກອບເປັນໂຄງການ ທີ່ພໍຈະບັນລຸຜົນໄດ້ແລະມີຄວາມກໍ້າເກິ່ງກັນທາງດ້ານການເມືອງ ສໍາລັບໃຫ້ກອງປະຊຸມທີ່ Cancun ຮັບເອົານັ້ນ.
ໄດ້ມີຄວາມຄືບໜ້າໜ້ອຍຫລາຍ ກ່ຽວກັບການຕັດການປ່ອຍແກສເຮືອນແກ້ວເຂົ້າສູ່ບັນຍາ ກາດ ນັບແຕ່ກອງປະຊຸມສຸດຍອດວ່າດ້ວຍດິນຟ້າອາກາດຄັ້ງຫລ້າສຸດ ໄຂຂຶ້ນທີ່ນະຄອນ Copenhagen ໃນປີແລ້ວນີ້. ພວກປະເທດທີ່ພັດທະນາແລ້ວ ແລະພວກປະເທດພວມພັດທະນາຕົກລົງກັນບໍ່ໄດ້ ກ່ຽວກັບວ່າ ຝ່າຍໃດຄວນຈະຮັບຜິດຊອບຫລາຍກວ່າໝູ່ໃນການຕັດທາດ carbon ທີ່ສ້າງຄວາມເປິະເປື້ອນລົງນັ້ນ ຊຶ່ງພວກນັກວິທະຍາສາດບາງຄົນກ່າວວ່າ ພາໃຫ້ໂລກຮ້ອນຂຶ້ນ ແລະປ່ຽນແປງດິນຟ້າອາກາດ.
ຈີນ ຊຶ່ງເປັນປະເທດທີ່ປ່ອຍທາດ carbon ອອກຫລາຍທີ່ສຸດນັ້ນ ກ່າວວ່າ ຕົນຢາກສົ່ງເສີມຈິດໃຈແຫ່ງຄວາມຮ່ວມໄມ້ຮ່ວມມືກັນ ທີ່ກອງປະຊຸມສັບປະດານີ້.