ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງ Heshan ​​ຍົກເລີກ ການສ້າງ ໂຮງງານ ຜະລິດ ເຊື້ອໄຟ ນິວເຄລຍ


ຕຳຫຼວດປະເຊີນໜ້າກັບພວກເດີນຂະບວນ ປະທ້ວງແຜນການກໍສ້າງໂຮງງານ ຜະລິດເຊື້ອໄຟນິວເຄລຍ ທີ່ເມືອງ Jiangmen ໃນແຂວງ Guangdong (12 ກໍລະກົດ 2013)
ຕຳຫຼວດປະເຊີນໜ້າກັບພວກເດີນຂະບວນ ປະທ້ວງແຜນການກໍສ້າງໂຮງງານ ຜະລິດເຊື້ອໄຟນິວເຄລຍ ທີ່ເມືອງ Jiangmen ໃນແຂວງ Guangdong (12 ກໍລະກົດ 2013)
ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ພາກ​ໃຕ້​ຂອງຈີນ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ຍົກ​
ເລີກ​ແຜນການ​ກໍ່ສ້າງ ​ໂຮງງານ​ຜະ​ລິດ​ເຊື້ອໄຟ​ນິວ​ເຄລຍ ຫລັງ
​ຈາກ​ໄດ້​ມີ​ການ​ປະ​ທ້ວງຈາກ ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ.

ລັດຖະບານເມືອງ Heshan ໃນ​ແຂວງ Guangdong ກ່າວຢູ່
ໃນຖະ​ແຫລ​ງ ການສະບັບ​ນຶ່ງ ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ຕົນ​ຈະ​ໂຈະ
​ໂຄ​ງການມູນ​ຄ່າ 6 ພັນ​ລ້ານ​ໂດ​ລາ ຂອງ​ບໍລິສັດນິວ​ເຄລຍ​ແຫ່ງ
​ຊາດ​ຈີນ ທີ່​ຈະ​ສ້າງໂຮງງານ​ ສາມາດຜະລິດແລະ​ກັ່ນທາດ
ຢູ​ເຣນຽມ ​ໃຫ້ເປັນ​ເຊື້ອໄຟ​ນິວ​ເຄລຍນັ້ນ.

​ເຈົ້າ​ຄອງ​ກຳ​ແພງ Wu Yuxion ກ່າວ​ວ່າ ລັດຖະບານ​ເມືອງ
Heshan ​ເຄົາລົບ​ຄວາມ​ນຶກຄິດຂອງປະ​ຊາ​ຊົນ ​ແລະ​ຈະ​ບໍ່​ສະ​
ເໜີ​ໃຫ້​ຮັບຮອງ​ເອົາ​ໂຄງການ​ດັ່ງກ່າວ.

ກາ​ນ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ໄດ້ມີ​ຂື້ນ​ຫລັງ​ຈາກຫລາຍ​ຮ້ອຍຄົນ​ພາ
ກັນເຂົ້າຮ່ວມ​ການເດີນ​ຂະ​ບວນ ຢູ່​ເມືອງ​ Jiangmen ທີ່ຕັ້ງຢູ່
ໃກ້ຄຽງ ​ໃນ​ວັນ​ສຸກ​ວານ​ນີ້ ເພື່ອປະ​ທ້ວງຕໍ່ແຜນການ​ກໍ່ສ້າງ​
ໂຮງງານ​ດັ່ງກ່າວ. ການ​ຄັດຄ້ານ​ໄດ້ມີ​ຂຶ້ນ ກໍ​ເພາະວ່າ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບຄວາ​ມ
ປອດ​ໄພ​ແລະ​ກຳ​ມັນ​ຕະພາບ​ລັງສີ​ຂອງ​ນິວ​ເຄລຍ.

ກ່ຽວຂ້ອງກັນ

XS
SM
MD
LG