ສື່ມວນຊົນຂອງທາງການຈີນກ່າວວ່າ ພວກເຈົ້າໜ້າທີ່ໄດ້ຊ່ອຍເດັກນ້ອຍ ຈໍານວນ 89 ຄົນ
ໄວ້ໄດ້ ແລະຈັບກຸມຜູ້ຕ້ອງສົງໄສອີກ 369 ຄົນ ໃນການກວາດລ້າງປາບປາມພວກແກ໊ງອັນ
ທະພານ ທີ່ສົງໄສວ່າລັກລອບຄ້າມະນຸດນັ້ນ.
ໜັງສືພິມຕ່າງໆເວົ້າວ່າ ການຈັບກຸມໄດ້ມີຂຶ້ນໃນການປະຕິບັດການສອງບັ້ນໃນເດືອນນີ້ ໃນ
ການປະຕິບັດງານທີ່ແຂວງກວາງຕຸ້ງ ແລະແຂວງກວາງຊີທາງພາກໃຕ້ຂອງຈີນ. ຕໍາຫລວດ
ໄດ້ຄວບຄຸມຕົວ 39 ຄົນທີ່ສົງໄສວ່າ ມີສ່ວນພົວພັນໃນການລັກພາຕົວ ແລະຂາຍພວກເດັກ
ນ້ອຍຈາກຫວຽດນາມD ນອກນັ້ນ ຍັງມີການຊ່ອຍຊີວິດເດັກທາລົກແປດ ຄົນໄວ້ໄດ້ ໃນ
ການປະຕິບັດງານດັ່ງກ່າວນີ້.
ຕໍາຫລວດກ່າວວ່າພວກຕ້ອງສົງໄສສ່ວນໃຫຍ່ ແມ່ນຊາວຫວຽດນາມ.
ໃນການປະຕິບັດການອີກບັ້ນນຶ່ງນັ້ນ ໄດ້ມີການຊ່ອຍຊີວິດພວກເດັກທາລົກ 81 ຄົນໄວ້ໄດ້
ແລະ 330 ຄົນຖືກຈັບກຸມໃນການກວາດລ້າງ ທີ່ຂະຫຍາຍໄປທົ່ວ 14 ແຂວງ ແລະເຂດ ປົກຄອງຕົນເອງ.