ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການຈີນ ແລະ ພວກນັກຂ່າວ ຕົກລົງກັນ ໄດ້ແລ້ວ (ສະໄລດ໌)


ບັນດາພວກປະທ້ວງພາກັນຖືປ້າຍ ຢູ່ນອກສຳນັກງານໜັງສືພິມ
Sourthern Weekly ທີ່ເມືອງ Gyangzhou.
ບັນດາພວກປະທ້ວງພາກັນຖືປ້າຍ ຢູ່ນອກສຳນັກງານໜັງສືພິມ Sourthern Weekly ທີ່ເມືອງ Gyangzhou.
ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ​ນັກ​ຂ່າວທີ່ສຳນັກງານ​ໜັງສື​
ພິມສະບັບນຶ່ງ ຢູ່ພາກ​ໃຕ້ຂອງ​ຈີນ ​ມີ​ລາຍ​ງານ​ວ່າ ໄດ້ບັນລຸ​ການ​
ຕົກລົງ​ຂັ້ນຕົ້ນ ​ເພື່ອ​ຍຸຕິ​ການປະ​ເຊີນ​ໜ້າ ​ທີ່​ດຳ​ເນີນ​ມາ​ ເປັນ​ເວ
ລາ​ນຶ່ງ​ອາທິດກ່ຽວ​ກັບ​ການກວດກາ​ສື່​ມວນ​ຊົນ​ຂອງ​ລັດຖະບານ.

​ເຖິງ​ແມ່ນ​ວ່າລາຍ​ລະ​ອຽດຂອງການ​ຕົກລົງ​ຫລາຍ​ຢ່າງ​ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ ​ແຕ່ລາຍ​ງານບອກ​ວ່າ ບັນດາ​ບັນນາທິການ​ຂອງໜັງສືພິມ​ ທີ່​ພາກັນປະ​ທ້ວງ​ນັ້ນ ​ໄດ້ຕົກລົງ​ທີ່​ຈະກັບ​ຄືນໄປ​ເຮັດ​ວຽກ​ແລະ​ຈະພິມ​ເຜີຍ​ແຜ່​ໜັງສືພິມ​ລາຍ​ສັບ​ປະດາ Southern Weekly ສະບັບ​ຕໍ່​ໄປ ຕາມ​ປົກກະຕິ​ໃນ​ວັນ​ພະຫັດ ມື້ອື່ນ​ນີ້.

ອິງ​ຕາມແຫ​ລ່ງຂ່າວໃກ້​ຊິດກັບ​ການ​ເຈລະຈາກັນ​ນັ້ນ ​ລາຍ​ງານ
ຂ່າວບາງ​ ກະ​ແສ​ແຈ້ງວ່າ ບັນດາ​ພະນັກງານ​ທີ່​ພາກັນ​ຍ່າງ​ອອກ​
ຈາກ​ໜ້າ​ທີ່​ໄປ​ນັ້ນ ຈະ​ບໍ່​ປະ​ເຊີນກັບ​ການ​ຖືກ​ລົງ​ໂທດ ​ແລະ​ລັດຖະບານ​ຈະ​ຕົກລົງໂຍະ
ຍານ​ການ​ຄວບ​ຄຸມ​ຂ່າວ ທີ່​ບັນດາ​ນັກ​ຂ່າວ​ເຫັນ​ວ່າເຄັ່ງ​ຄັດ​ເກີນ​ໄປນັ້ນ.

ທ່ານ Doug Young ອາຈານ​ສອນ​ວິຊາ​ໜັງສືພິມທີ່​ມະຫາວິທະຍາ​ໄລ Fudan ​ໃນ​ນະ
ຄອນ Shanghai ກ່າວ​ຕໍ່ວີ​ໂອ​ເອວ່າ ​ເປັນທີ່​ປະກົດ​ວ່າ ການ​ໂຍະຍານ​ດັ່ງກ່າວ​ນີ້​ແມ່ນ
ເປັນທາງ​ອອກ​ທີ່​ດີ​ເລີດ​ແກ່​ບັນດາ​ນັກ​ຂ່າວການ​ໂຕ້​ຖຽງ​ກັນ​ໄດ້​ເລີ້ມຂື້ນ​ໃນ​ອາທິດ​ແລ້ວ​ນີ້ ​ເວລາ​ຄະນະການ​ກວດກາ ​ໄດ້​ຫ້າມ​ບໍ່​ໃຫ້​ພິມ​ເຜີຍ​ແຜ່​ ບົດ​ບັນ​ນາ​ທິການ ທີ່​ຮຽກຮ້ອງ​ໃຫ້​
ມີ​ການ​ປະຕິ ຮູບ​ການ​ເມືອງ ​ແລະໄດ້​ພິມ​ບົດ​ບັນນາທິການ ​ທີ່​ຍ້ອງຍໍ​ພັກ​ຄອ​ມມິ​ວນິສ​ແທນ. ​ຕໍ່​ມາ​ອີກ​ບໍ່​ດົນ​ເຫດການ​ດັ່ງກ່າວ​ກໍໄດ້​ກາຍ​ເປັນ​ການ​ປະ​ທ້ວງ​ທາ​ງ​ອິນ​ເຕິແນັ​ດ ຢູ່​ໃນທົ່ວ​ປະ​ເທດ​ ຕໍ່ຕ້ານ​ການ​ຄວບ​ຄຸມ​ສື່​ມວນ​ຊົນ​ທີ່​ເຄັ່ງ​ຄັດ​ຂອງ​ຈີນ ​ໂດຍ​ໄດ້​ຮັບ​ການ​ສະ
ໜັບສະ​ໜຸນ ​ຈາກ​ບັນດາ​ບຸກຄົນ​ທີ່​ມີ​ຊື່​ສຽງ ​ແລະ​ມີ​ຄວາມ​ສຳຄັນ​ອື່ນໆ ທີ່​ພາກັນ​ສະ​ແດງ​ຄວາມ​ສະໜັບສະໜຸນ​ຕໍ່ໜັງ ສືພິມດັ່ງກ່າວ.

ຊາວຈີນປະທ້ວງ ການກວດກາ ສື່ມວນຊົນ:

XS
SM
MD
LG