ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການຮຽກຮ້ອງໃຫ້ຈີນຢຸດເຊົາກວດກາຂ່າວ


ຊາຍຈີນຄົນນຶ່ງຢືນເບິ່ງໜັງສື ທີ່ຂາຍຢູ່ແຄມຖະໜົນ ໃນນະຄອນຫລວງປັກກິ່ງ (file photo)
ຊາຍຈີນຄົນນຶ່ງຢືນເບິ່ງໜັງສື ທີ່ຂາຍຢູ່ແຄມຖະໜົນ ໃນນະຄອນຫລວງປັກກິ່ງ (file photo)

ອະດີດເລຂາຂອງທ່ານເໝົາເຊຕຸງແລະສະມາຊິກອະວຸໂສ ອື່ນໆອີກ 22 ຄົນໃນພັກຄອມມິວນິສຈີນຮຽກຮ້ອງໃຫ້ຢຸດ ຕິການເຊັນເຊີກວດກາຂ່າວ ແລະໃຫ້ເຄົາລົບນັບຖືອິດສະ ຫຼະພາບໃນການປາກເວົ້າ ຢູ່ໃນຈົດໝາຍເປີດຊອງສະບັບ ນຶ່ງ ທີ່ສົ່ງໄປຍັງສະພາປະຊາຊົນແຫ່ງຊາດຂອງຈີນ.

ຈົດໝາຍເປີດຊອງສະບັບນີ້ໄດ້ລົງນາມໂດຍທ່ານ Li Rui ອະດີດເລຂາທີ່ກ້າປາກກ້າເວົ້າຂອງທ່ານເໝົາເຊຕຸງ ແລະ ທ່ານ Hu Jiwei ອະດີດບັນນາທິການໃຫຍ່ ຂອງໜັງສື ພິມປະຊາຊົນລາຍວັນປາກກະບອກສຽງຂອງທາງການຈີນ.
ນອກນັ້ນແລ້ວ ພວກທີ່ໄດ້ລົງນາມ ໃນໜັງສືເປີດຊອງສະ
ບັບນີ້ ກໍມີພວກອະດີດບັນນາທິການ ແລະຜູ້ອຳນວຍ
ການຂອງສື່ມວນຊົນອື່ນໆ ຂອງທາງການຈີນ.

ພວກທີ່ຂຽນຈົດໝາຍເປີດຊອງເວົ້າວ່າ ຈຸດປະສົງຕົ້ນຕໍຂອງ
ພວກເຂົາເຈົ້າ ກໍຄືຢາກໃຫ້ທັບມ້າງລະບົບການເຊັນເຊີກວດ ກາຂ່າວຂອງຈີນ ແລະຫັນມາໃຊ້ ລະບົບຄວາມຮັບຜິດຊອບ ຕາມກົດໝາຍແທນ.

ໜັງສືເປີດຊອງສະບັບນີ້ ເປັນການສ້າງຄວາມອັບອາຍອີກອັນນຶ່ງ ​ໃຫ້​ແກ່ຄະນະນຳພາຂອງ ພັກທີ່ໄດ້ພາກັນປະທ້ວງ ຕໍ່ການມອບລາງວັນໂນແບລຂະແໜງສັນຕິພາບໃຫ້ແກ່ນັກເຄື່ອນ ໄຫວເພື່ອປະຊາທິປະໄຕນາຍ Liu Xiaobo ທີ່ຖືກຂັງຄຸກຢູ່ນັ້ນ. ແຕ່ບໍ່ມີຫຼັກຖານສະແດງ ໃຫ້ເຫັນວ່າ ເຫດການທັງສອງນີ້ ມີຄວາມກ່ຽວພັນກັນແຕ່ຢ່າງໃດ.

XS
SM
MD
LG