ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນເຕືອນ ສະຫະລັດ ໃຫ້ນັບຖື ຜົນປະໂຫຍດ ຂອງປັກກິ່ງ


ລັດຖະມົນຕີການຕ່າງປະເທດຈີນ Yang Jiechi ເຕືອນສະຫະລັດ ອາເມຣິກາ ໃຫ້ນັບຖືຜົນປະໂຫຍດຂອງຈີນ.
ລັດຖະມົນຕີການຕ່າງປະເທດຈີນ Yang Jiechi ເຕືອນສະຫະລັດ ອາເມຣິກາ ໃຫ້ນັບຖືຜົນປະໂຫຍດຂອງຈີນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ​ເຕືອນ​ສະຫະລັດ ໃຫ້​ນັບຖື​ຜົນ​ປະໂຫຍ​ດທີ່​ສຳຄັນ
ຂອງປັກ​ກິ່ງ​ໃນ​ສະຖານ​ທີ່​ຕ່າງໆ​ເຊ່ນວ່າ​ໃຕ້​ຫວັນແລະ ທິ​ເບ​ດ ​ໃນຂະນະ​ທີ່ປະ​ເທດ​ທັງ​
ສອງ​ກຳລັງດຳ​ເນີນ​ງານ​ເພື່ອ​ເສີມສ້າງ​ຄວາ​ມໄວ້​ເນື້ອ​ເຊື່ອໃຈ​ຊຶ່ງກັນແລະກັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ Yang Jiechi ຍັງໄດ້​ຮຽກຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ
ປ່ອຍ​ໃຫ້ປະຊາຊົນໃນ​ພາກຕາ​ເວັນ​ອອກ​ກາງແກ້ໄຂບັນຫາ​ຂອງ​ເຂົາ​ເຈົ້າ​ເອງ​ ໂດຍບໍ່​ໃຫ້​
ໂລກ​ພາຍ​ນອກ​ເຂົ້າ​ໄປ​ຫຍຸ້ງກ່ຽວ.

ທ່ານ Yang ​ໄດ້​ກ່າວ​ຕໍ່​ສື່ມວນ​ຊົນໃນ​ວັນ​ອັງ​ຄານມື້ນີ້ ນອກ​ກອງ​ປະ​ຊຸມປະ​ຈໍາປີ​ຂອງ
ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ທີ່​ກຸ​ງປັກ​ກິ່ງ.

ກ່ຽວ​ກັບ​ຄວາມ​ສຳພັນລະ​ຫວ່າງ ສະຫະລັດແລະ​ຈີນນັ້ນ ທ່ານ Yang ​ໄດ້​ຮຽກຮ້ອງ​ໃຫ້​
ມີ​ການ​ແລກ​ປ່ຽນເພີ່ມເຕີມ​ໃນລ​ະດັບ​ສູງ​ ​ລະ​ຫວ່າງປະ​ເທດ​ທັງສອງ​ເພື່ອ​ເປັນ​ຊ່ອງ​ທາງ​ໃນ
ການ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.

ແຕ່ຂະນະ​ດຽວ​ກັນ ​ທ່ານ​ກໍ​ກ່າວ​ອີກ​ວ່າ ວໍ​ຊິງ​ຕັນຕ້ອງປະຕິບັດ​ຕາມ​ພັນ ທະ​ທີ່​ຕົນ​ໄດ້​ໃຫ້
ໄວ້ໃນ​ຖະ​ແຫຼງການ​ຮ່ວມ​ຕ່າງໆ​ທີ່​ມີ​ມາ​ເປັນ​ລຳດັບ​ໂດຍ ສະ​ເພາະ​ຢ່າ​ງຍິ່ງ ​ແມ່ນກ່ຽວ​ກັບ
ເລື່ອງໄຕ້​ຫວັນ​ແລະ​ທິ​ເບ​ດ.

ທ່ານ Yang ມີ​ຄວາມ​ປິ​ຕິ​ຍິນດີ​ ໃນ​ຄວາມ​ຄືບ​ໜ້າ​ ຂອງ​ການ​ເ​ຈລະ​ຈາ ​ຫວ່າງມໍໆ​ມາ​ນີ້
ລະຫວ່າງ​ ສະຫະລັດ ແລະ​ເກົາຫລີ​ເໜືອ ທີ່​ໄດ້​ຕົກ​ລົງໃນ​ສັບປະດາ​ແລ້ວ ​ໂຈະ​ບາງ​ໂຄງ
ການດ້ານນີວເຄລຍ. ທ່ານ​ກ່າວ​ວ່າ ການ​ເຈລະຈາດັ່ງກ່າວ ​ໄດ້​ດຳ​ເນີນໄປ​ໃນ​ທາງ​ບວກ ​
ແລະມີ​ປະຕິກິລິຍາ ຕອບ​ຮັບ​ເປັນ​ຢ່າງ​ດີ.

XS
SM
MD
LG