ກະຊວງຮັກສາຄວາມປອດໄພສາທາລະນະຂອງຈີນກ່າວວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ກັກໂຕຜູ້ຊາຍຄົນນຶ່ງທີ່ຖືກສົງໄສວ່າມີສ່ວນພົວພັນກັບນັກສະແດງຊາວຈີນຄົນນຶ່ງທີ່ຖືກຫຼອກໃຫ້ເດີນທາງໄປຍັງປະເທດໄທ ເພື່ອເຮັດວຽກໃນດ້ານຮູບເງົາ, ຈາກນັ້ນ ຖືກລັກລອບຄ້າມະນຸດໄປຍັງປະເທດມຽນມາ.
ຄວາມພະຍາຍາມຮ່ວມກັນຂອງຄະນະປະຕິບັດງານຂອງກະຊວງ ແລະສະຖານ ທູດຈີນປະຈໍາປະເທດໄທ, ແລະການຊ່ວຍເຫຼືອໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດ ຫມາຍຂອງໄທ, ໄດ້ນໍາໄປສູ່ການຈັບກຸມ “ຜູ້ຕ້ອງສົງໄສຄົນສໍາຄັນໃນຄະດີ ອາຍາ” ໃນວັນເສົາທີ່ຜ່ານມາ, ອີງຕາມການກ່າວຂອງກະຊວງໃນຕອນແລງ ຂອງວັນອາທິດວານນີ້.
ກະຊວງກ່າວຕື່ມວ່າ ຜູ້ຕ້ອງສົງໄສມີນາມສະກຸນວ່າ ຢານ (Yan) ແລະໄດ້ ເດີນທາງກັບຄືນໄປຍັງປະເທດຈີນໃນວັນເສົາທີ່ຜ່ານນີ້, ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ.
ທ້າວ ຫວັງ ຊິງ (Wang Xing), ນັກສະແດງຊາວຈີນອາຍຸ 22 ປີ, ໄດ້ເດີນ ທາງໄປປະເທດໄທໃນຕົ້ນເດືອນນີ້ ລຸນຫຼັງໄດ້ຮັບການສະເໜີແບບບໍ່ເປັນທາງ ການ ໃຫ້ເຂົ້າຮ່ວມສະແດງຮູບເງົາທີ່ກໍາລັງຖ່າຍທໍາຢູ່ໃນປະເທດໄທ.
ເຈົ້າໜ້າທີ່ກ່າວວ່າ ເມື່ອ ທ້າວ ຫວັງ ມາຮອດບາງກອກ, ລາວໄດ້ຖືກລັກພາ ໂຕ, ແລະຖືກນຳໄປຍັງສະຖານທີ່ຫຼອກລວງທາງອິນເຕີເນັດ, ນຶ່ງໃນຈໍານວນ ຫຼາຍຮ້ອຍພັນຄົນ ທີ່ອົງການສະຫະປະຊາຊາດລະບຸວ່າ ໄດ້ຕິດຢູ່ກັບການເຮັດ ວຽກໃຫ້ກັບເຄືອຂ່າຍອາຊະຍາກຳ ທີ່ເຮັດວຽກດ້ວຍການສໍ້ໂກງທາງໂທລະຄົມ ມະນາຄົມສື່ສານ ໃນທົ່ວພາກພື້ນແຫ່ງນີ້.
ຄະດີຂອງ ທ້າວ ຫວັງ ໄດ້ດຶງດູດຄວາມສົນໃຈຂອງຜູ້ຄົນພາຍໃນປະເທດ ຫຼັງ ຈາກແຟນຂອງລາວໄດ້ເລີ້ມການໂຄສະນາໃນສື່ສັງຄົມກ່ຽວກັບສະຖານະການທີ່ຮ້າຍແຮງຂອງລາວ, ແລະຕໍ່ມາ ລາວກໍໄດ້ຖືກປ່ອຍໂຕໂດຍເຈົ້າໜ້າທີ່ຕໍາຫຼວດ ຂອງໄທທີ່ພົບເຫັນລາວຢູ່ໃນປະເທດມຽນມາ.
ກະຊວງດັ່ງກ່າວ ໄດ້ກ່າວຕື່ມວ່າ ເຈົ້າໜ້າທີ່ຕຳຫຼວດຈະສືບຕໍ່ພະຍາຍາມປາບປາມສູນກາງການຫຼອກລວງທັງຫຼາຍ, ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍລະຫວ່າງປະເທດ, ແລະປະສານງານກັບປະເທດຕ່າງໆທີ່ກ່ຽວຂ້ອງ ເພື່ອກັກໂຕຜູ້ກໍ່ອາຊະຍາກຳ ແລະຊ່ວຍເຫຼືອປະຊາຊົນຊາວຈີນ.
ການຕົວະຕົ້ມຫຼອກລວງ ໄດ້ແຜ່ລາມຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດ COVID-19, ທີ່ໄດ້ຫຼອກລວງປະ ຊາຊົນຢູ່ໃນທົ່ວໂລກ ແລະສ້າງລາຍຮັບຫຼາຍຕື້ໂດລາຕໍ່ປີໃຫ້ແກ່ກຸ່ມອາຊະຍາ ກອນຕ່າງໆທີ່ເປັນອົງກອນ, ເຊິ່ງຫຼາຍໆຄົນແມ່ນມາຈາກປະເທດຈີນ.
ໃນອາທິດແລ້ວນີ້, ເຈົ້າໜ້າທີ່ຂອງຈີນ, ມຽນມາ ແລະໄທ ໄດ້ບັນລຸຂໍ້ຕົກລົງ ເຫັນດີ ໃນການລຶບລ້າງສູນກາງຕ່າງໆຢູ່ໃນ ມຽນມາ.
ຈີນ ແລະ ໄທ ຍັງໄດ້ຕົກລົງສ້າງຕັ້ງສູນປະສານງານຮ່ວມມືຢູ່ບາງກອກ ເພື່ອການສືບສວນ ແລະປາບປາມກຸ່ມຫຼອກລວງທີ່ຊັບຊ້ອນ ທີ່ກໍາລັງແຜ່ຂະຫຍາຍ ຢ່າງໄວວາຢູ່ຕາມຊາຍແດນ ໄທ-ມຽນມາ ແລະ ກຳປູເຈຍ. ໂດຍຄາດວ່າ ຈະເລີ້ມປະຕິບັດການດັ່ງກ່າວໃນເດືອນໜ້ານີ້.
ຟໍຣັມສະແດງຄວາມຄິດເຫັນ