ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນລົ້ມເລີກແຜນການ ສ້າງທໍ່ລະບາຍນໍ້າ​ເສຍ ​ລົງໃສ່ທະເລ


ປະຊາຊົນໃນທ້ອງຖິ່ນ ເດີນຂະບວນປະທ້ວງ ຕໍ່ແຜນການວາງທໍ່ນໍ້າເສຍ ຈາການຜະລິດອຸດສາຫະກໍາ ຢູ່ໃນເຂດ Qidong, ປະເທດຈີນ, ໃນວັນເສົາ ທີ 28 ກໍລະກົດ, 2012.
ປະຊາຊົນໃນທ້ອງຖິ່ນ ເດີນຂະບວນປະທ້ວງ ຕໍ່ແຜນການວາງທໍ່ນໍ້າເສຍ ຈາການຜະລິດອຸດສາຫະກໍາ ຢູ່ໃນເຂດ Qidong, ປະເທດຈີນ, ໃນວັນເສົາ ທີ 28 ກໍລະກົດ, 2012.

ເຈົ້າໜ້າທີ່ຈີນ ໄດ້ລົ້ມເລີກແຜນການສໍາລັບໂຄງການສ້າງທໍ່ລະບາຍນໍ້າ​ເສຍ​ອຸດສາ​
ຫະກໍ​າ ລຸນຫລັງທີ່ມີປະຊາຊົນ​ຫລາຍກວ່າ 1000 ຄົນ ​ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ
ເດີນ​ຂະ​ບວນ​ ຢູ່ໃນ​ເມືອງ Qidong​ ​ແຄມ​ຝັ່ງ​ທະ​ເລ ຊຶ່ງພວກເຂົາເຈົ້າໄດ້ເອົາ​ລົດ​ລາ​
ຫລາຍໆ​ຄັນປີ້ນຂວ້າມລົງ ແລະບຸກເຂົ້າໄປໃນ​ໂຮງການ​ລັດຖະບານຫລາຍໆ​ແຫ່ງ.

ພວກເຈົ້າໜ້າທີ່​ທ້ອງ​ຖິ່ນ ໄດ້ອອກຖະແຫລງການໃນວັນເສົາວານນີ້ວ່າ ໂຄງການດັ່ງ
ກ່າວໄດ້ຖືກຍົກເລີກ ລຸນຫລັງທີ່ພວກປະທ້ວງໄດ້ປະທະກັນກັບຕໍາຫລວດ ຜູ້ທີ່ສາ ມາດລະງັບຄວາມວຸ້ນວາຍໄດ້ໃນທີ່ສຸດນັ້ນ.

​ທໍ່ລະບາຍນໍ້າ​ທີ່​ທາງ​ການ​ມີ​ແຜນ​ຈະ​ສ້າງ​ຂຶ້ນ​ນັ້ນ ​ແມ່ນຈະປ່ອຍນໍ້າ​ເສຍ​ອຸດສາ​ຫະກໍ​າ
ຈາກ​ໂຮງງານ​ຜະລິດ​ເຈ້ຍ​ແຫ່ງ​ນຶ່ງຢູ່​ໃກ້ໆກັບ​ເມືອງ​ຂອງ​ເຂົາ​ເຈົ້າ ລົງສູ່​ທະ​ເລ.

ການ​ປະ​ທ້ວງ​ຕໍ່​ການ​ສ້າງ​ຄວາມ​ເຊື່ອມ​ເສຍ​ຕໍ່​ສິ່ງ​ແວດ​ລ້ອມ ​ໄດ້​ມີຫລາຍ​ຂຶ້ນເລື້ອຍໆ ​
ໃນ​ປະ​ເທດ​ຈີນ ບ່ອນ​ທີ່​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ອຸດສາຫະກໍາຢ່າງ​ວ່ອງໄວ ແລະ
​ບໍ່​ມີ​ການ​ຄວບ​ຄຸມມາ​ເປັນ​ເວລາ 3 ທົດ​ສະ​ວັດແລ້ວ ແລະ​ໄດ້ນໍາ​ໄປ​ສູ່​ການ​ລົ້ມ​ເຈັບ
​ຍ້ອນ​ພິດ​ເຄມີ​ຂອງ​ປະຊາຊົນ​ຈໍານວນ​ຫລວງຫລາຍ ​ແລະສ້າງ​ຄວາມ​ຢ້ານ​ກົວ​ດ້ານ
​ສຸຂະພາບ ຫລາຍໆ​ຄັ້ງ.

XS
SM
MD
LG