ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຳປູເຈຍ ຂອບໃຈ ແລະເຕືອນ ກ່ຽວກັບ ການປ່ອຍນໍ້າ ຈາກເຂື່ອນ ໃນຈີນ


ຊາວປະມົງຄົນໜຶ່ງ ກຳລັງຂວ່າງແຫ ຢູ່ແມ່ນ້ຳຂອງ ທີ່ພະນົມເປັນ ປະເທດກຳປູເຈຍ.
ຊາວປະມົງຄົນໜຶ່ງ ກຳລັງຂວ່າງແຫ ຢູ່ແມ່ນ້ຳຂອງ ທີ່ພະນົມເປັນ ປະເທດກຳປູເຈຍ.

ຊາວນາ ​ແລະ​ບັນດາ​ອົງການ​ພັດທະນາຕ່າງໆ ກ່າວ​ວ່າ ​ເຂົາ​ເຈົ້າ​
ຍິນ​ດີ​ກ່ຽວ​ກັບ ການ​ປ່ອຍ​ນໍ້າ​ ຈາກ​ເຂຶ່ອນ​ໄຟຟ້າ​ຢູ່ແມ່​ນໍ້າຂອງ ​ໃນ​
ປ​ະ​ເທດ​ຈີນ ​ແຕ່​ກໍໄດ້​ເຕືອນກ່ຽວກັບຜົນ​ກະທົບ​ທາງ​ລົບ ຖ້າຫາກ
​ມີ​ການປ່ອຍ​ນໍ້າ​ຫລາຍເກີນ​ໄປ.

​ໃນ​ເດືອນ​ມັງກອນ​ແລະ​ກຸມພາຜ່ານ​ມານີ້ ຈີນ​ໄດ້​ປ່ອ​ຍນໍ້າ​ເຖິງ 2
ພັນ300​ ລ້ານແມັດກ້ອນ ​ຈາກເຂຶ່ອນ Jinghong ​ໃນ​ແຂວງ
Yunnan ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມພະຍາ
ຍາມ​ ​ເພື່ອຊ່ວຍບັນ​ເທົາ​ຄວາມ​ແຫ້ງ​ແລ້ງ ​ແລະ​ຊ່ວຍ​ການ​ຊົນລະ
ປະທານ ​ສຳລັບບັນດາ​ປະ​ເທດ​ໃນ​ເຂດລຸ່່ມ​ແມ່​ນໍ້າຂອງ.

ຄະນະ​ກຳມາທິການແມ່​ນໍ້າຂອງສາກົນ ຊຶ່ງ​ເປັນ​ການຈັດຕັ້ງຂອງ​ລັດຖະບານ​ປະເທດ
​ຕ່າງໆ​ຢູ່​ຕາມ​ແຄມ​ແມ່​ນໍ້າຂອງ ​ໄດ້​ສັນລະ​ເສີນ​ການ​ປ່ອຍ​ນໍ້າ ຫລັງ​ຈາກ​ການ​ປະ​ຊູຸມສອງ
​ວັນ​ທີ່ຫວຽດນາມ ​ໂດຍຮ້ອງວ່າ “​ເປັນ​ໄມຕີ​ຈິດ​ທີ່​ດີ” ຈາກ​ຈີນ.

ທ່ານ Le Duc Trung ປະທານ​ຄະນະ​ກຳມາທິການຮ່ວມ​ຂອງ​ອົງການ​ແມ່​ນໍ້າຂອງ ກ່າວ
​ວ່າ “ຂ້າພະ​ເຈົ້າ​ຊັກ​ຊວນ​ໃຫ້​ບັນດາ​ສະ​ມາ​ຊິກ​ປະ​ເທດຕ່າງໆ​ໃຊ້ນໍ້າ​ໃນປະລິມານ​ພິເສດນີ້ ​ແບບສົມ​ມາ​ສົມ​ຄວ​ນ ​ແລະ​ໃຫ້​ໄດ້ຜົນ​ທີ່​ເໝາະ​ສົມ"

ການ​ປ່ອຍ​ນ້ຳ​ດັ່ງກ່າວ​ຈະ​ບໍ່​ຊ່ວຍ​ແຕ່​ພວກ​ພໍ່​ໄຮ່​ຊາວນາ​ເທົ່າ​ນັ້ນ ​ແຕ່​ຈະ​ຊ່ວຍ​ພວກ ຊາວ
​ປະມົງ​ກຳປູ​ເຈຍ​ນຳ​ດ້ວຍ.​

XS
SM
MD
LG