ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະລົງທຶນ 3,000 ລ້ານ$ ຢູ່ກໍາປູເຈຍ


ຈີນຈະລົງທຶນ 3,000 ລ້ານ$ ຢູ່ກໍາປູເຈຍ
ຈີນຈະລົງທຶນ 3,000 ລ້ານ$ ຢູ່ກໍາປູເຈຍ

ບໍລິສັດຂອງຈີນບໍລິສັດນຶ່ງ ມີແຜນການທີ່ຈະເຂົ້າໄປລົງທຶນ 3 ພັນລ້ານໂດລາ ໃນການຜະລິດກະແສໄຟຟ້າແລະໂຄງ ການອື່ນໆ ໃນປະເທດກຳປູເຈຍ.

ທ່ານ Eang Sophalleth ຜູ້ຊ່ອຍຂອງນາຍົກລັດຖະມົນ ຕີຮຸນເຊນ ກ່າວໃນວັນພະຫັດ ວານນີ້ວ່າ ບໍລິສັດ Erdos Electrical Power and Metallurgical ຂອງຈີນ ໄດ້ ແຈ້ງໃຫ້ຜູ້ນຳຂອງກຳປູເຈຍຊາບວ່າທາງບໍລິສັດມີໂຄງການ ທີ່ຈະສ້າງໂຮງໄຟຟ້າ ແລ່ນດ້ວຍຖ່ານຫີນ ຂະໜາດ 700 ເມກາວັດ.

ນອກນັ້ນແລ້ວ ບໍລິສັດດັ່ງກ່າວຂອງຈີນ ຍັງມີແຜນການ ທີ່ຈະລົງທຶນ ໃນດ້ານອະສັງຫາ ລິມມະຊັບ ແລະໂຮງງານ ເຮັດອະລູມີນຽມນຳດ້ວຍ.

ທ່ານ Sophalleth ເວົ້າວ່າ ນາຍົກລັດຖະມົນຕີກຳປູເຈຍ ໃຫ້ການສະໜັບສະໜຸນ ຢ່າງ ເຕັມທີ່ ຕໍ່ຂໍ້ສະເໜີ ຂອງບໍລິສັດຈີນ.

ສ່ວນໃຫຍ່ແລ້ວ ການຜະລິດກະແສໄຟຟ້າ ຢູ່ກຳປູເຈຍ ແມ່ນຍັງບໍ່ທັນໄດ້ຮັບ ການພັດທະ ນາ ຢ່າງເຕັມທີ່ເທື່ອ ຄືມີປະຊາຊົນ ບໍ່ຮອດ 27% ຂອງປະຊາກອນທັງໝົດ 14 ລ້ານຄົນ ມີໄຟຟ້າໃຊ້.

ຈີນເປັນປະເທດ ທີ່ໃຫ້ການຊ່ອຍເຫຼືອແລະລົງທຶນຫຼາຍທີ່ສຸດ ຢູ່ໃນກຳປູເຈຍ. ມີບໍລິສັດຈີນ ຫຼາຍກວ່າ 300 ບໍລິສັດ ໄດ້ເຂົ້າໄປລົງທຶນໃນໂຄງການຕ່າງໆ ເຊັ່ນການກໍ່ສ້າງ, ການສ້າງ ເຂື່ອນ ແລະໂຄງການກະສິກຳ ໃນກຳປູເຈຍ ແລະລັດຖະບານຈີນກໍໄດ້ໃຫ້ການຊ່ອຍເຫຼືອ ຫຼາຍໆລ້ານໂດລາ ແກ່ກຳປູເຈຍອີກ.

XS
SM
MD
LG