ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານ ປະເທດຈີນ ຢ້ຽມຢາມ ກຳປູເຈຍ


ປະທານປະເທດຈີນ ທ່ານຫູ ຈິນເຖົາ (ກາງ) ເດີນທາງໄປເຖິງ ສະໜາມບິນນາໆຊາດກຸງພະນົມເປັນ (30 ມີນາ 2012)
ປະທານປະເທດຈີນ ທ່ານຫູ ຈິນເຖົາ (ກາງ) ເດີນທາງໄປເຖິງ ສະໜາມບິນນາໆຊາດກຸງພະນົມເປັນ (30 ມີນາ 2012)

ປະທານ​ປະ​ເທດ​ຈີນ ທ່ານ​ຫູ ຈິນ​ເຖົາ ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ​ກຳປູ​ເຈຍ
ຢ່າງ​ເປັນ​ທາງ​ການ​ ເປັນ​ເວລາ 4 ມື້ ຊຶ່ງ​ບັງ​ເອີນ​ມີ​ຂຶ້ນພ້ອມໆ​ກັນກັບ​ກອງ​ປະຊຸມ​ສຸດ​ຍອດ
ຂອງ​ສະມາຄົມ​ອາ​ຊ່ຽນ ບ່ອນ​ທີ່​ຄາດ​ກັນ​ວ່າ​ ບັນດາ​ຜູ້ເຂົ້າຮ່ວມ ຈະ​ພາກັນ​ສະ​ແດງ​ການ​ຄັດ
ຄ້ານ​ຫຼາຍຂຶ້ນຕໍ່​ການ​ອ້າງ​ກຳມະສິດ​ເອົາດິນ​ແດນ​ຂອງ​ຈີນ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

ທ່ານ​ຫູ ມີ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ກະສັດ​ສີຫະ​ໂມ​ນີຂອງ​ກຳປູ​ເຈ​ຍແລະ​ສົນທະນາ​ຫາລື​ກັບ​
ນາຍົກລັດຖະມົນຕີຮຸນ​ເຊ​ນ ຂະນະ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະມາ​ຄົມ​ອາ​ຊ່ຽນ ຍັງດຳ
ເນີນ​ຕໍ່​ໄປ​ໃນ​ລະຫວ່າງ​ວັນ​ທ້າຍສັບປະດາ​ນີ້ ທີ່​ນະຄອນຫຼວງພະນົມ​ເປັນ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຈະ​ມີ​ການ​ແກ້​ໄຂ​ແບບ​ໃດ​ຢູ່​ໃນ​
ກອງ​ປະຊຸມ​ສຸດ​ຍອດ ກ່ຽວ​ກັບການ​ອ້າງ​ກຳມະສິດ​ກວມ​ກັນ​ ໃນ​ເຂດ​ທະເລ​ຈີນ​ໃຕ້​ທີ່​ອຸດົມ
ສົມບູນ​ ໄປ​ດ້ວຍພະລັງງາ​ນນັ້ນ. ​ເມື່ອ​ໄວໆ​ມານີ້ ກຳປູ​ເຈຍ​ຊຶ່ງ​ເປັນ​ປະທານ​ວຽນຂອງ​ສະ
ມາຄົມ​ອາ​ຊ່ຽນ ​ໄດ້​ເອົາ​ເລື່ອງ​ນີ້ອອກ ​ຈາກ​ຫົວ​ຂໍ້​ຢ່າງ​ເປັນ​ທາງການ ຂອງ​ກອງ​ປະຊຸມ​ສຸດ​
ຍອດ​ ກ່ອນ​ມີ​ການ​ປະກາດ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງປະທານ​ປະ​ເທດ​ຈີນ.

ຈີນ​ໄດ້​ໃຊ້​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງຂອງ​ຕົນ​ຕໍ່​ກຳປູ​ເຈຍ​ໂດຍ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ແລະ​ລົງ
ທຶນ​ຫຼາຍພັນ​ລ້ານ​ໂດ​ລາ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ​ນ້ອຍໆ​ດັ່ງກ່າວໃນ​ຮອບທົດ​ສະ​ວັດ​ຜ່ານ
ມາຮວມທັງ​ການ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ແລະ​ໂຮງ​ໄຟຟ້າ​ທີ່​ໃຊ້​ຖ່ານ​ຫີນ. ນອກ​ນັ້ນປັກ​
ກິ່ງ​ຍັງ​ໄດ້ຕົກລົງ​ທີ່​ຈະ​ຍົກ​ເລີກ​ໜີ້​ສິນ​ໃຫ້​ກຳປູ​ເຈຍແລະອະນຸມັດຖານະ​ຍົກ​ເວັ້ນພາສີ​ໃຫ້​ແກ່
ສິນຄ້າ​ຫຼາຍຮ້ອຍ​ລາຍການ.

ທັງ​ຈີນ​ແລະໄຕ້​ຫວັນ​ຕ່າງ​ກໍ​ອ້າງ​ເອົາ​ກຳມະສິດ​ທັງ​ໝົດ ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ໃນຂະນະ​ທີ່​
ຟີ​ລິບ​ປິນ ຫວຽດນາມ ມາ​ເລ​ເຊຍ ​ແລະ​ບຣູນາຍຕ່າງ​ກໍ​ອ້າງ​ກຳ​ມະ​ສິດກວມ​ກັນບາງ​ສ່ວນ
ຢູ່​ໃນ​ເຂດ​ທະ​ເລ​ຈີນທີ່​ກວ້າງ​ໃຫຍ່​ໄພສານ​ດັ່ງກ່າວ.

XS
SM
MD
LG