ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຮ້ອງ ສະຫະລັດ ວ່າເປັນຜູ້ທໍາລາຍສັນຕິພາບ ໃນການຕອບ​ໂຕ້​ຕໍ່ບົດລາຍງານ ກ່ຽວ​ກັບ ການຂະ​ຫຍາຍ​ຕ​ົວທາງທະຫານ​ຂອງ ຈີນ


ແຟ້ມຮູບ-ທຸງ ສະຫະລັດ ແລະ ຈີນ ຖືກຈັດກຽມ ກ່ອນການປະຊຸມໃນນະຄອນຫຼວງປັກກິ່ງ, ວັນທີ 8 ກໍລະກົດ 2023. ຈີນກ່າວວ່າສະຫະລັດແມ່ນ "ຜູ້ທໍາລາຍສັນຕິພາບ ແລະຄວາມໝັ້ນຄົງຢູ່ໃນພາກພື້ນ ທີ່ໃຫຍ່ທີ່ສຸດ" ຢູ່ໃນໂລກ ໃນວັນທີ 25 ຕຸລາ 2023, ເພື່ອຕອບໂຕ້ຕໍ່ບົດລາຍງານຂອງທໍານຽບຫ້າແຈ ກ່ຽວກັບການສ້າງກອງທັບເພີ້ມຂຶ້ນຂອງຈີນ.
ແຟ້ມຮູບ-ທຸງ ສະຫະລັດ ແລະ ຈີນ ຖືກຈັດກຽມ ກ່ອນການປະຊຸມໃນນະຄອນຫຼວງປັກກິ່ງ, ວັນທີ 8 ກໍລະກົດ 2023. ຈີນກ່າວວ່າສະຫະລັດແມ່ນ "ຜູ້ທໍາລາຍສັນຕິພາບ ແລະຄວາມໝັ້ນຄົງຢູ່ໃນພາກພື້ນ ທີ່ໃຫຍ່ທີ່ສຸດ" ຢູ່ໃນໂລກ ໃນວັນທີ 25 ຕຸລາ 2023, ເພື່ອຕອບໂຕ້ຕໍ່ບົດລາຍງານຂອງທໍານຽບຫ້າແຈ ກ່ຽວກັບການສ້າງກອງທັບເພີ້ມຂຶ້ນຂອງຈີນ.

ຈີນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ “ຜູ້​ທຳ​ລາຍ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ທີ່​ໃຫຍ່​ທີ່​ສຸດ” ໃນ​ໂລກ​ໃນ​ການ​ຕອບ​ໂຕ້ໃນ​ວັນ​ພຸດມື້ນີ້​ຕໍ່​ລາຍ​ງານ​ຂອງ​ທຳ​ນຽບ​ຂາວ​ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ວັນ​ທີ 19 ຕຸ​ລາ​ທີ່​ຜ່ານ​ມາ ກ່ຽວ​ກັບ ​ຂະ​ໜາດຂອງກອງ​ທັບທີ່​ກຳ​ລັງ​ຂະ​ຫຍາຍ​ຕົວ​ຂອງ ຈີນ.

ລາຍ​ງານ​ປະ​ຈຳ​ປີ​ດັ່ງ​ກ່າວ​ທີ່​ຖືກ​ຮຽ​ກ​ຮ້ອງ​ໂດຍ​ລັດ​ຖະ​ສະ​ພາ ແມ່ນ​ວິ​ທີ​ນຶ່ງ​ທີ່​ທຳ​ນຽບ​ຂາວ​ວັ​ດ​ແທກ​ຄວາມ​ສາ​ມາດ​ທາງ​ທະ​ຫານ​ຂອງ ຈີນ, ເຊິ່ງ​ລັດ​ຖະ​ບານ​ ສະ​ຫະ​ລັດ ເຫັນ​ວ່າ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ ເອ​ເຊຍ-ປາ​ຊີ​ຟິກ ແລະ ເປັນ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ໄລ​ຍະ​ຍາວ​ຕົ້ນ​ຕໍ​ຂອງ ອາ​ເມ​ຣິ​ກາ.

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ ຖືກ​ປະ​ກາດ​ອອກ​ມາ​ເພື່ອ​ຕອບ​ໂຕ້​ໃນ​ສິ່ງ​ທີ່​ຖືກ​ເອີ້ນ​ວ່າ​ເປັນ​ລາຍ​ງານ​ການ​ຄົ້ນ​ພົບ​ທີ່ບໍ່​ຖືກ​ຕ້ອງ​ໂດຍ​ທຳ​ນຽບ​ຫ້າ​ແຈ ແລະ ໄດ້​ໃຊ້​ມັນ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ກະ​ທຳ​ເມື່ອບໍ່​ດົນ​ມານີ້​ຂອງ ສະ​ຫະ​ລັດ ໃນ​ການ​ຊ່ວຍ​ເຫຼືອ ອິ​ສ​ຣາ​ແອ​ລ ແລະ ຢູ​ເຄ​ຣນ, ພ້ອມ​ກັບ​ການ​ສ້າງ​ຖານ​ທັບ​ຂອງ​ເຂົາ​ເຈົ້າ​ໃນ​ທົ່ວ​ໂລກ.

ທ່ານ ຫວູ ຈຽນ, ໂຄ​ສົກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ໄດ້​ສົ່ງ​ລູກ​ປືນ​ທີ່​ມີ​ສານ​ຢູ​ເຣ​ນຽມ ແລະ ລະ​ເບີດ​ລູກ​ຫວານ​ຈຳ​ນວນຫຼວງຫຼາຍ​ໄປ ຢູ​ເຄ​ຣນ, ໄດ້​ສົ່ງ​ກຸ່ມ​ກຳ​ປັ່ນ​ລົບ​ຂອງ​ເຂົາ​ເຈົ້າ​ໄປ​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ ແລະ ອາ​ວຸດ ແລະ ລູກ​ປືນ​ໄປ​ໃຫ້ ອິ​ສ​ຣາ​ແອ​ລ, ອັນ​ນີ້​ບໍ​ທີ່​ຜູ້​ທີ່​ເອີ້ນ​ຕົນ​ເອງວ່າ “ຜູ້​ປ້ອງ​ກັນ​ສິດ​ທິ​ມະ​ນຸດ” ນຳ​ເອົາ​ໄປ​ສູ່​ຂົງ​ເຂດ​ນັ້ນ?

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG