ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ແລະ ເກົາຫຼີໃຕ້ ຕຳໜິຕິຕຽນ ຍີ່ປຸ່ນ ທີ່ໃຫ້ກຽດ ແກ່ ອາຊະຍາກອນ ສົງຄາມ (ວີດີໂອ)


CHINA JAPAN SOKOR SOT
please wait
Embed

No media source currently available

0:00 0:00:25 0:00

ເບິ່ງວີດີໂອກ່ຽວກັບເລື້ອງນີ້

ຈີນ​ ​ແລະເກົາຫຼີ​ໃຕ້ ໄດ້​ຮຽກຮ້ອງ ​ໃຫ້​ຍີ່ປຸ່ນ ​ໄຕ່ຕອງຄືນ​ເບິ່ງ
ປະຫວັດ ສາດການ​ຮຸກ​ຮານ​ຂອງ​ຕົນ​ ມື້ນຶ່ງ ຫລັງ​ຈາກ​ທີ່​ໂຕ​ກຽວ
​ໄດ້​ຢືນຢັນ​ວ່າ ນາຍົກລັດຖະມົນຕີ Shinzo Abe ​ໄດ້​ສົ່ງ​ສານ
ສ່ວນ​ຕົວ​ໄປ​ຍັງ​ພິທີ​ໃຫ້​ກຽດ ແກ່ຊາວຍີ່ປຸນ​ທີ່​ເປັນອາຊະຍາກອນ
ສົງຄາມ ​ໃນ​ສະ​ໄໝສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ສານ​ຂອງ​ທ່ານ ນາຍົກລັດຖະມົນຕີ Abe ​ໄດ້ຖືກອ່ານ​ຢູ່​ໃນ
​ພິທີ​ເມື່ອ​ເດືອນ​ເມສາຜ່ານມາ ທີ່ໄດ້ຈັດ​ຂຶ້ນຢູ່​ວັດ​ແຫ່ງ​ນຶ່ງ​ທາງ​
ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນເພື່ອ​ເປັນ​ກຽດ​ແກ່ພວກທີ່ໄດ້​ຖືກ
​ຕັດສິນ​ວ່າມີ​ຄວາມ​ຜິດແລະ​ ສົງ​ໄສ​ວ່າໄດ້ກໍ່​ອາຊະຍາ​ກຳ​
ສົງຄາມຫຼາຍຮ້ອຍ​ຄົນ. ຢູ່​ໃນ​ສານ​ດັ່ງກ່າວ ທ່ານ Abe ​ໄດ້​
ສະ​ແດງ​ຄວາມເສົ້າ​ສະ​ລົດ​ໃຈ ຕໍ່ການ​ເສຍ​ຊີວິດ ​ຂອງພວກຜູ້ນຳໃນ​ປາງ​ສົງຄາມ ​ທີ່​ທ່ານ
​ກ່າວ​ວ່າ “ໄດ້ສະຫຼະ​ວິນ​ຍານ​ເຂົາ​ເຈົ້າ ​ເພື່ອ​ເປັນ​ພື້ນຖານ​ຂອງ​ປະ​ເທດ.”

ຫົວໜ້າກອງເລຂາປະຈຳຄະນະ​ລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ​ໄດ້​ຮັບ​ຮູ້​
ໃນ​ວັນ​ພຸດ​ວານ​ນີ້ ວ່າ ທ່ານ Abe ​ໄດ້​ສົ່ງ​ສານ​ສ່ວນ​ຕົວ​ແທ້ ​ແຕ່ທ່ານກ່າວ​ວ່າ ການ​ກະທຳ
​ດັ່ງກ່າວ ​ແມ່ນໃນ​ນາມ​ທີ່ ທ່ານ Abe ເປັນຫົວໜ້າ​ພັກ​ລັດຖະບານ ທີ່ປົກຄອງ​ປະເທດຍີ່​ປຸ່ນ ​ແລະ​ບໍ່ແມ່ນ​ໃນ​ນາມ​ນາຍົກລັດຖະມົນຕີ.

​ໃນ​ວັນ​ພະຫັດ​ມື້​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Qin Gang ​ໄດ້​ຮຽກຮ້ອງ​
ໃຫ້​ຍີ່ປຸ່ນ “​ແຍກ​ໂຕອອກ​ຢ່າງຈະແຈ້ງຈາກລັດທິ​ທະຫານ​” ​ເພື່ອ​ຈະໄດ້ຊ່ວຍ​ຕອບ​
ສະໜອງຕໍ່​ພື້ນ​ຖານ​ການ​ພົວພັນຕ່າງໆ ​ທີ່​ດີ​ຂຶ້ນ ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ
ໃນເອເຊຍ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດເກົາຫຼີ​ໃຕ້ ທ່ານ Noh Kwang-il ​ໄດ້​ກ່າວ​ວ່າ ​ເກົາຫຼີໃຕ້
ແມ່ນ​ມີ “ຄວາມ​ກັງວົນ​ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ​ທ່າ​ທີ​ຂອງ​ທ່ານ Abe ນັ້ນ.

ບັນດາ​ຜູ້ນຳ​ຂັ້ນສູງ​ຂອງ​ຈີນ ​ແລະ ​ເກົາຫຼີ​ໃຕ້ ​ໄດ້​ປະຕິ​ເສດ ທີ່​ຈະ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Abe ນັບຕັ້ງ​ແຕ່​ທ່ານ​ໄດ້​ໄປ​ຢ້ຽມຢາມສານບັນພະຊົນ Yasukuni Shrine ທີ່​ໃຫ້​ກຽດແກ່
ອາ​ຊະ​ຍາກ​ອນສົງຄາມ ລະດັບນຶ່ງ ຈຳນວນ 14 ຄົນ ທີ່ຍັງເປັນບັນຫາ ​ໂຕ້​ຖຽງກັນນັ້ນ.

XS
SM
MD
LG