ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

41 ຄົນເສຍຊີວິດ ໃນອຸບັດຕິເຫດ ໄຟໄໝ້ລົດເມຢູ່ຈີນ


ຕຳຫຼວດຈີນພວມທຳການສືບສວນເບິ່ງຊາກລົດເມ 2 ຊັ້ນ ທີ່ຖືກໄຟໄໝ້ ຢູ່ເມືອງ Xinyang ໃນແຂວງ Henan (22 ກໍລະກົດ 2011)
ຕຳຫຼວດຈີນພວມທຳການສືບສວນເບິ່ງຊາກລົດເມ 2 ຊັ້ນ ທີ່ຖືກໄຟໄໝ້ ຢູ່ເມືອງ Xinyang ໃນແຂວງ Henan (22 ກໍລະກົດ 2011)

ມີຜູ້ເສຍຊີວິດຢ່າງນ້ອຍ 41 ຄົນແລະໄດ້ຮັບບາດເຈັບອີກ 6 ຄົນເວລາລົດເມຄັນນຶ່ງທີ່ບັນທຸກ
ຜູ້ໂດຍສານເກີນຂອບເຂດ ໄດ້ເກີດໄຟໄໝ້ໃນພາກກາງຂອງຈີນ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ມີຜູ້ໂດຍສານທັງໝົດ 47 ຄົນເດີນທາງ
ໄປນຳເວລາລົດເມ ທີ່ມີ 35 ບ່ອນນັ່ງ ໄດ້ເກີດໄຟໄໝ້ ໃນຕອນເຊົ້າຂອງວັນສຸກມື້ນີ້ທີ່ເມືອງ
Xinyang ໃນແຂວງ Henan.

ອົງການຂ່າວຊິນຫົວເວົ້າວ່າ ໃນຈຳນວນ 6 ຄົນທີ່ບາດເຈັບນັ້ນ ຜູ້ນຶ່ງແມ່ນມີອາການສາຫັດ
ຢູ່ທີ່ໂຮງໝໍເມືອງ Zhumadian ຂະນະທີ່ອີກ 5 ຄົນຮວມທັງຄົນຂັບລົດໄດ້ແມ່ນໄດ້ຮັບການ
ປິ່ນປົວຢູ່ທີ່ໂຮງໝໍເມືອງ Xinyang.

ລາຍງານຂ່າວແຈ້ງວ່າ ພວກທີ່ເສຍຊີວິດໄດ້ຖືກໄຟໄໝ້ ຈົນຈື່ບໍ່ໄດ້ ແລະຈະຖືກລະບຸໂຕດ້ວຍ
ການກວດ DNA.

ສາເຫດທີ່ພາໃຫ້ເກີດໄຟໄໝ້ໃນຄັ້ງນີ້ ພວມມີການສືບສວນກັນຢູ່.

XS
SM
MD
LG