ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

36 ຄົນ ເສຍຊີວິດ ຍ້ອນ ລົດໂດຍສານ ເກີດອຸປະຕິເຫດ ໃນປະເທດຈີນ


ຕຳຫລວດ ແລະພວກດັບໄຟ ກຳລັງປະຕີີບັດງານ ໃກ້ກັບບ່ອນ ເກີດເຫດ ​ທີ່ແຂວງ Shaanxi ທາງ​ພາກ​ກາງຂອງ​ຈີນ.
ຕຳຫລວດ ແລະພວກດັບໄຟ ກຳລັງປະຕີີບັດງານ ໃກ້ກັບບ່ອນ ເກີດເຫດ ​ທີ່ແຂວງ Shaanxi ທາງ​ພາກ​ກາງຂອງ​ຈີນ.

ພວກ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ຢ່າງ​ໜ້ອຍ 36 ຄົນ​ໄດ້​ເສ​ຍຊີວິດ ​ແລະ​ອີກ 13 ຄົນ​ໄດ້ຮັບ
​ບາດ​ເຈັບ ​ຍ້ອນ​ລົດ​ໂດຍສານ​ເກີດ​ອຸປະຕິ​ເຫດ​ ​ໃນ​ວັນ​ສຸກ​ມື້​ນີ້​ ຢູ່​ທີ່ແຂວງ Shaanxi
ທາງ​ພາກ​ກາງຂອງ​ຈີນ.

ຜູ້​ບາດ​ເຈັບ​ໄດ້​ຖືກ​ສົ່ງ​ໄປ​ໂຮງໝໍ ໃນ​ຂະນະ​ທີ່​ການ​ພະ​ຍາມ​ກູ້​ໄພ ​ແລະ​ການ​ສືບສວນ
​ກ່ຽວ​ກັບອຸປະຕິ​ເຫດ​ນີ້ ຍັງດຳ​ເນີນ​ຢູ່​ຕໍ່ໄປ.

ລົດໂດຍສານນີ້ ​ໄດ້ເດີນທາງຈາກ​ເມືອງ​ Chengdu ​ເມືອງຫລວງ​ຂອງ​ແຂວງ Sichuan
​ໃນ​ຕອນ​ແລງ​ວັນ​ພະຫັດວານ​ນີ້ ​ແລະມຸ່ງ​ໜ້າ​ໄປ​ສູ່​ເມືອງ Luoyang ​ໃນ​ແຂວງ Henan.
ກ່ອນ​ທ່ຽງ​ຄືນ​ໜ້ອຍ​ນຶ່ງ ຕຳຫລວດ​ກ່າວ​ວ່າ ລົດໂດຍສາທີ່​ເດີນທາງໄກຄັນນີ້ ​ໄດ້​ຕຳ​ເອົາ

ຝາອຸ​ໂມງ Qinling ທີ່​ເປັນສ່ວນ​ນຶ່ງ ​ຂອງທາງດ່ວນ​ ​ເມືອງ Xi’an ຫາ​ເມືອງ Hanzhong.

ຮູບ​ພາບ​ທີ່​ພິມເຜີຍ​ແຜ່​ໂດຍ​ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນ ສະ​ແດງ​ໃຫ້​ວ່າ ​
ທາງ​ໜ້າ​ລົດໂດຍສານສີ​ແດງ​ ຫຍໍ້​ເຂົ້າ​ຍ້ອນແຮງກະທົບ​. ຍັງ​ບໍ່​ເປັນ​ທີ່​ຈະແຈ້ງເທື່ອ​ວ່າ
ອຸປະຕິ​ເຫດ​ນີ້​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຫລື​ຢູ່​ນອກ​ອຸ​ໂມງ. ອົງການ​ຂ່າວ Xinhua ບໍ່​ໄດ້​ລາຍ​ງານ​
ວ່າ ​ມີ​ຍານພາຫະນະ​ອື່ນໆ​ພົວພັນນຳ​ແຕ່​ຢ່າງ​ໃດ.

ອຸປະຕິ​ເຫດເທິງ​ທາງ​ດ່ວນ ​ມັກ​ເກີດ​ຂຶ້ນ​ເລື້ອຍໆ​ຢູ່​ໃນ​ປະ​ເທດ​ຈີນ ​ເພາະວ່າ​ຄວາມ​ໄວ​ສູງ
ແລະ​ມີບັນດາ​ຜູ້​ຂັບລົດ​ໄວທີ່​ບໍ່​ສາມາດຢຽບ​ຫ້າມ​ລໍ້​ໃຫ້​ຢຸດ​ໃນ​ໄລ​ຍະທີ່ພຽງພໍ ຢູ່​ໃນ​ຖະໜົນ​
ທີ່​ເຕັມ​ໄປ​ດ້ວຍລົດນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ ມີ 11 ຄົນ​ໄດ້​ເສຍ​ຊີວິດ​ແລະ​ອີກ​ເກົ້າ​ຄົນ​ໄດ້​ຮັບ​ບາດ​ເຈັບເວລາ​ ລົດທີ່​
ບັນທຸກ​ຜູ້​ໂດຍສານ 19 ຄົນຕຳ​ກັນ​ກັບ​ລົດ​ບັນທຸກຢູ່່ໃນ​ທາງ​ຫຼວງ​ແຫ່ງ​ຊາດ ​ທີ່ແຂວງ Hebei ທາງ​ພາກ​ເໜືອຂອງ​ຈີນ.

ມີສິບ​ຄົນເສຍ​ຊີວິດ ​ແລະ 38 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນ​ເດືອນ​ມີນາ ​ເວລາ​ລົດໂດຍສານ​ອີກ
​ຄັນ​ນຶ່ງ ຕຳ​ກັບ​ລົດ​ບັນທຸກ​ຊີມັງ ຢູ່​ທີ່ແຂວງ Yunnan ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງໃຕ້ຂອງ
ປະ​ເທດ.

ອົງການ​ອະນາ​ໄມ​ໂລກ ກະ​ປະມານ​ວ່າ​ອຸປະຕິ​ເຫດ​ໃນການ​ສັນຈອນ​ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ 260,000 ຄົນ​ຢູ່ໃນຈີນ​ແຜ່ນ​ດີນ​ໃຫຍ່ ​ໃນ​ແຕ່ລະ​ປີ ຫລື 18.8 ຂອງ​ຈຳນວນທຸກໆ
100,000 ຄົນ​ໃດ.

ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ອຸປະຕິ​ເຫ​ດ​ເທິງ​ທ້ອງຖະໜົນ​ໃນວັນ​ພະ​ຫັດວານ​ນີ້​ແມ່ນ ສູງ
ເກືອບ​ສອງ​ເທົ່າຂອງ​ຈຳນວນ​ຜູ້​ເສຍ​ຊີວິດ 20 ຄົນທີ່​ມີ​ລາຍ​ງານກ່ຽວ​ກັບ​ແຜ່ນ ດິນ​ໄຫວ
​ທີ່ຮ້າຍ​ແຮງ ທີ່​ແຂວງ Sichuan ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຈີນ ເມືອ​ສອງ​ມື້
ກ່ອນນີ້.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

China Crash
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG