ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມ HRW ຕໍ່ວ່າຈີນ ທີ່ບັງຄັບໃຫ້ ອົບພະຍົບມຽນມາ ກັບຄືນບ້ານ


ພາບສ່ວນນຶ່ງຂອງສະພາບການອົບພະຍົບຊາວເຜົ່າກະຈິນຢູ່ທີ່ ແຂວງ ຢຸນນານຂອງຈີນ ທີ່ຖ່າຍໂດຍກຸ່ມສິ້ງຊອມສິດທິມະນຸດ
ພາບສ່ວນນຶ່ງຂອງສະພາບການອົບພະຍົບຊາວເຜົ່າກະຈິນຢູ່ທີ່ ແຂວງ ຢຸນນານຂອງຈີນ ທີ່ຖ່າຍໂດຍກຸ່ມສິ້ງຊອມສິດທິມະນຸດ
ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ​ໄດ້​ສົ່ງ​ຈົດໝາຍ​ສະບັບ​ນຶ່ງ​ໄປ​ຍັງ​ຈີນທີ່​ກ່າວ​ຫາ​ຈີນວ່າ​ລະ​ເມີດ​ກົດໝາຍ​ສາກົນ​ ຍ້ອນໄດ້​ບັງຄັບຊາວ​ມຽນມາຫຼາຍພັນ​ຄົນ ກັບ​ຕ່າວ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກເຂົາ​ເຈົ້າ ບ່ອນທີ່​ໄດ້ເກີດ​ບັນຫາຂັດ​ແຍ້​ງກັນ​ນັ້ນ.

ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້ປັກ​ກິ່ງ​ໄດ້​ສົ່ງພວກຊົນ​ເຜົ່າກະ​ຈິນຢ່າງ ໜ້ອຍ 4,000 ຄົນ ​ທີ່​ໄດ້ຫຼົບໜີ​ອອກ​ຈາກ​ມຽນມາ ​ໄປ​ເພິ່ງ​ພາ​ອາໄສຢູ່​ທີ່​ແຂວງ​ຢຸນນານ​ຂອງ​ຈີນນັ້ນ ກັບ​ຄືນ​ປະ​ເທດ. ກຸ່ມສິ້ງຊອມ​ສິດທິ​ມະນຸດ ກຸ່ມ​ນີ້ເວົ້າ​ອີກ​ວ່າ ພວກ​ຊົນ​ເຜົ່າ​ຈຸດັ່ງກ່າວ ​ໄດ້​ຖືກສົ່ງ​ກັບ​ຄືນ​ປະ​ເທດ​ ເມື່ອ ທ້າຍ​ເດືອນ​ສິງຫາຜ່ານມາ ຫຼັງຈາກ​ລັດຖະບານ​ປະກາດແບບ​ຮວບ​ຮັດ​ຕັດ ຕອນວ່າ​ ພວກ​ເຂົາ​ເຈົ້າບໍ່​ແມ່ນ​ຊາວ​ອົບ​ພະຍົບ​ແລ້ວ.

ປະຊາຊົນຫຼາຍສິບ​ພັນ​ຄົນ ​ໄດ້ຫຼົບໜີ​ການ​ສູ້​ລົບ​ກັນ​ຢູ່​ທາງ​ພາກ​ເໜືອ​ຂອງ​ມຽນມາ ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ ປີ 2011 ຜ່ານ​ມາ ​ເວລາ​ສັນຍາຢຸດ​ຍິງ ທີ່​ມີ​ມາ​ເປັນ​ເວລາ 17 ປີ ລະຫວ່າງ​ຝ່າຍ​ທະຫານ ແລະ​ກອງ​ທັບ​ເອກ​ກະ ລາດ​ເຜົ່າ​ກະ​ຈິນ ພັງ​ທະລາ​ຍລົງ.

ຈີນ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ບັງຄັບ​ໃຫ້​ຈັດ​ສົ່ງພວກ​ຊົນເຜົ່າ​ກະ​ຈິນກັບ​ຄືນ​ ​ບ້ານ​ເກີດ ​ໂດຍກ່າວ​ວ່າພວກ​ເ​ຂົາ​ເຈົ້າ​ເຕັມ​ໃຈ​ກັບ​ຄືນໄປ​ຍັງ​ມຽນມາຫຼັງຈາກ​ການ​ສູ້​ລົບ​ກັນ​ໄດ້ຍຸຕິ​ລົງ​ແລ້ວ. ​ແຕ່​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ກ່າວ​ວ່າ ​ເຫດ ການ​ຮຸນ​ແຮງ​ຍັງດໍາ​ເນີນຕໍ່​ໄປ​ຢູ່​ໃນ​ລັດ​ກະ​ຈິນ ​ແລະ​ປະຊາຊົນ​ອີກຫຼາຍພັນ​ຄົນ​ຕ້ອງ​ໄດ້​ພັດພາກ​ຈາກ​ຖິ່ນຢູ່​ອາໄສ.

ຈົດໝາຍ​ຂອງ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ທີ່​ໄດ້​ສົ່ງໃຫ້ກະຊວງ​ຕ່າງປະ​ເທດ​ຈີນ ​ເວົ້າ​ວ່າ ພວກ​ອົບ​ພະຍົບ​ເຜົ່າ​ກະ​ຈິນຫຼາຍ​ເຖິງ 10,000 ຄົນ ທີ່ໄດ້​ຮັບອະ ນຸຍາດ​ໃຫ້​ເຂົ້າ​ໄປ​ຍັງ​ຈີນ​ໄດ້​ນັ້ນ ​ແມ່ນ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອດ້ານ​ມະນຸດ ສະ​ທໍາ​ໃດໆ ​ແລະ​ໄດ້​ຖືກ​ປະຕິ​ເສດ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າຕິດ​ຕໍ່​ໄປ​ຫາເຈົ້າໜ້າ​ທີ່​ດ້ານ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ.
XS
SM
MD
LG