ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳມຽນມາຢ້ຽມຢາມຈີນ ຢ່າງເປັນທາງການ

In late 2009, Greece's government admitted that public debt was far higher than official statistics showed. That led it to accept a bailout package of 110 billion euros in May 2010. When the economy kept weakening, a second bailout was confirmed in February 2012 for another 130 billion euros.

ປະທານາທິບໍດີມຽນມາທ່ານ Thein Sein ໄດ້ເດີນທາງໄປເຖິງກຸງປັກກິ່ງໃນວັນພະຫັດມື້ນີ້ ເພື່ອເລີ່ມການຢ້ຽມຢາມເປັນເວລາ 3 ມື້ ຊຶ່ງຄາດວ່າຈະພົວພັນກ່ຽວກັບເລື່ອງ ການຄ້າແລະ
ບັນຫາຄວາມໝັ້ນຄົງທີ່ມີຄວາມຫຼໍ່ແຫຼມສຳຄັນນັ້ນ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າໃນການຢ້ຽມຢາມຄັ້ງນີ້ມີຄະນະລັດຖະມົນ
ຕີ ແລະນາຍທະຫານອະວຸໂສ ຕິດຕາມທ່ານ Thein Sein ​ໄປ 10 ກວ່າຄົນ ແລະວ່າ
ທ່ານ Thein Sein ຈະໄດ້ພົບປະກັບປະທານປະເທດຈີນ ທ່ານຫູຈິນເຖົາ ແລະນາຍົກລັດ
ຖະມົນຕີເຫວິນເຈ້ຍບາວ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Jiang Yu ກ່າວວ່າ ພວກຜູ້ນຳທັງສອງຈະ
ລົງນາມໃນຂໍ້ຕົກລົງ ຮ່ວມມືທາງດ້ານເສດຖະກິດແລະເທັກໂນໂລຈີສະບັບນຶ່ງ.

ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ສຸດອັນດັບ 2 ຂອງມຽນມາແລະເປັນປະເທດທີ່ເຂົ້າໄປລົງທຶນ
ໃນມຽນມາຫຼາຍທີ່ສຸດຊຶ່ງທາງປັກກິ່ງ​ລາຍງານວ່າ ຕົນໄດ້ລົງທຶນຫຼາຍກວ່າ 15 ພັນລ້ານໂດ
ລາໃນ​ມຽນມາໃນປີກາຍນີ້. ການລົງທຶນສ່ວນໃຫຍ່ ແມ່ນກ່ຽວກັບການກໍ່ສ້າງທໍ່ແຝດສຳລັບ ສົ່ງນໍ້າມັນແລະແກັສທຳມະຊາດ ຂ້າມຊາຍແດນມຽນມາໄປຍັງເຂດພາກໃຕ້ຂອງຈີນ.

ເປັນທີ່ຄາດກັນວ່າ ພວກເຈົ້າໜ້າທີ່ຈີນຈະສອບຖາມກ່ຽວກັບເລື່ອງຄວາມໝັ້ນຄົງເລາະຕາມ​
ເສັ້ນ​ທາງ​ຂອງທໍ່ສົ່ງນໍ້າມັນແລະແກັສດັ່ງກ່າວຢູ່ໃນລັດສານຊຶ່ງເປັນເຂດທີ່ເກີດຄວາມວຸ້ນວາຍ ຍ້ອນການກໍ່ກະບົດຂອງພວກຊົນກຸ່ມນ້ອຍນັ້ນ.

XS
SM
MD
LG