ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເອກອັກຄະລັດຖະທູດຈີນ ພົບປະ ຜູ້ນຳປະຊາທິປະໄຕ ມຽນມາ


ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາ
ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາ

ຈີນກ່າວວ່າ ເອກອັກຄະລັດຖະທູດຂອງຕົນປະຈຳມຽນມາ ໄດ້ພົບປະຄັ້ງສຳຄັນກັບຜູ້ນຳພັກ
ຝ່າຍຄ້ານຂອງມຽນມາ ທ່ານນາງອອງຊານຊູຈີ.

ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນວັນພະຫັດມື້ນີ້ວ່າ ການພົບປະທີ່ວ່ານີ້ ມີຂຶ້ນ
ເພື່ອເປັນການສະໜອງຕອບຕໍ່ການຂໍຮ້ອງຂອງທ່ານນາງອອງຊານຊູຈີຜູ້ ນຳຂອງພັກສັນ
ນິບາດແຫ່ງຊາດເພື່ອປະຊາທິປະໄຕໃນມຽນມາ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເວລາໃດ ການພົບປະດັ່ງກ່າວໄດ້ມີຂຶ້ນ.

ໃນໄລຍະສອງສາມເດືອນຜ່ານມານີ້ ພວກນັກການທູດອະວຸໂສຈຳນວນນຶ່ງໄດ້ເດີນທາງໄປ
ຍັງມຽນມາ ໃນຄວາມຫວັງທີ່ວ່າ ການປະຕິຮູບຂອງລັດຖະບານ ຈະເຮັດໃຫ້ການປົກຄອງ
ຂອງພວກທະຫານທີ່ດຳເນີນມາເປັນເວລາຫຼາຍໆທົດສະວັດແລ້ວນັ້ນສິ້ນສຸດລົງ.

ທ່ານນາງ Hillary Clinton ແມ່ນລັດຖະມົນຕີການຕ່າງປະເທດສະຫະລັດຄົນທຳອິດ ທີ່ ເດີນທາງໄປຢ້ຽມຢາມມຽນມາໃນຮອບ 50 ປີ ເມື່ອເດືອນແລ້ວນີ້.

ສື່ມວນຊົນຂອງທາງການຈີນໄດ້ຊົມເຊີຍການພະຍາຍາມຊອກຫາຊ່ອງທາງຂອງມຽນມາ ທີ່ຈະມີຄວາມສຳພັນອັນໃກ້ຊິດກັບປະເທດຕາເວັນຕົກແຕ່ບໍ່ແມ່ນໃນການສ້າງຄວາມເສຍ
ຫາຍໃຫ້ແກ່ຜົນປະໂຫຍດຂອງປັກກິ່ງ. ທ່ານນາງ Clinton ກ່າວໃນລະຫວ່າງການເດີນ
ທາງໄປຢ້ຽມຢາມວ່າ ການພົວພັນຂອງສະຫະລັດກັບມຽນມາບໍ່ຄວນຈະມີການມອງເບິ່ງ
ວ່າເປັນໄພຂົ່ມຂູ່ຕໍ່ຈີນ.

ການເດີນທາງໄປຢ້ຽມຢາມ ຂອງທ່ານນາງ Clinton ຍັງໄດ້ພາຫໃຫ້ມີຄຳຖາມ ກ່ຽວກັບ ຄວາມສຳພັນລະຫວ່າງມຽນມາກັບຈີນ. ປະເທດທັງສອງມີຄວາມສຳພັນທາງທະຫານແລະ ເປັນພາຄີທາງທຸລະກິດມາເປັນເວລາດົນນານແລ້ວ. ແຕ່ຊາວມຽນມາຈຳນວນຫຼວງຫຼາຍໄດ້
ມີຄວາມຮູ້ສຶກບໍ່ພໍໃຈຫຼາຍຂຶ້ນນັບມື້ ກັບຈີນ ແລະເມື່ອໄວໆມານີ້ ເນປີດໍໄດ້ສັ່ງໃຫ້ໂຈະໂຄງ ການສ້າງເຂື່ອນທີ່ສຳຄັນແຫ່ງນຶ່ງຂອງຈີນໃນມຽນມາ.

XS
SM
MD
LG