ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນໍາມຽນມາຍັງສືບຕໍ່ຢ້ຽມຢາມ ປະເທດຈີນ


ຜູ້ນຳລັດຖະບານທະຫານມຽນມາຍັງສືບຕໍ່ການຢ້ຽມຢາມ
ປະເທດຈີນຢ່າງເປັນທາງການໃນວັນພະຫັດມື້ນີ້ ໂດຍໄດ້
ພົບປະກັບທ່ານ Wu Bangguo ປະທານສະພາປະຊາ
ຊົນແຫ່ງຊາດຂອງຈີນ.

ທ່ານ Wu ໄດ້ຕ້ອນຮັບນາຍພົນ Than Shwe ທີ່ຫໍ
ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ. ທ່ານກ່າວວ່າ
ຕໍ່ໜ້າຄວາມສຳພັນທີ່ມີມາເປັນເວລາ 6 ທົດສະວັດນັ້ນ
ຈີນແລະມຽນມາແມ່ນຖືວ່າເປັນເພື່ອນມິດທີ່ເກົ່າແກ່ນໍາກັນ.

ໃນມື້ວານນີ້ ຜູ້ນຳຂອງມຽນມາກໍໄດ້ເຈລະຈາຫາລືກັບ ປະທານປະເທດຈີນທ່ານ ຫູຈິນເຖົາ ຢູ່ທີ່ຫໍສາລາປະຊາຊົນ. ທ່ານຫູໄດ້ສະແດງຄວາມສະໜັບສະໜຸນຢ່າງແນ່ວແນ່ຕໍ່ມຽນມາ ຂະນະທີ່ປະເທດດັ່ງກ່າວ ພວມກະກຽມຈັດການເລືອກຕັ້ງ ທີ່ພວກຕຳໜິຕິຕຽນເວົ້າວ່າ ເປັນແຜນການຫຼອກລວງນັ້ນ.

ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ຕຳໜິຕິຕຽນການໃຫ້ຄວາມສະໜັບສະໜຸນຂອງຈີນ
ຕໍ່ມຽນມາ ແລະກ່າວວ່າການເລືອກຕັ້ງຄັ້ງຈະມາ ຈະອຳນວຍໃຫ້ພວກທະຫານສືບຕໍ່ ຄອບງຳລັດຖະບານຢູ່ໃນປະເທດດັ່ງກ່າວ.

ແຕ່ທ່ານຫູເວົ້າວ່າ ນະໂຍບາຍຂອງຈີນຕໍ່ມຽນມານັ້ນຈະບໍ່ມີການປ່ຽນແປງໃດໆເລີຍ ເຖິງແມ່ນສະຖານະການນາໆຊາດຈະມີການປ່ຽນແປງເກີດຂຶ້ນກໍຕາມ.

XS
SM
MD
LG