ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຢາກເຈລະຈາ ກັບມຽນມາ ເລື່ອງໂຈະການສ້າງເຂຶ່ອນ


ພວກປະທ້ວງຕໍ່ຕ້ານການສ້າງເຂຶ່ອນໃສ່ແມ່ນໍ້າອີຣາວະດີຂອງມຽນມາ
ພວກປະທ້ວງຕໍ່ຕ້ານການສ້າງເຂຶ່ອນໃສ່ແມ່ນໍ້າອີຣາວະດີຂອງມຽນມາ

ຈີນໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ກັນກັບມຽນມາ ຫລັງຈາກລັດຖະບານມຽນມາໂຈະ
ໂຄງການສ້າງເຂື່ອນ ທີ່ເປັນຫົວຂໍ້ຂັດແຍ້ງກັນນັ້ນ.

ໃນບົດຖະແຫລງບົດນຶ່ງທີ່ລົງໃນເວບໄຊ້ຂອງກະຊວງ​ການ​ຕ່າງປະ​ເທດ​ຈີນ ເມື່ອວັນເສົາ
ວານນີ້ ທ່ານຮົງ ເລ ໂຄສົກກະຊວງ ໄດ້ຮຽກຮ້ອງໃຫ້ມຽນມາ ຈົ່ງມາປຶກສາຫາລືກັນເພື່ອ
ແກ້ໄຂບັນຫາ​ໃດ​ໆກໍ​ຕາມກ່ຽວກັບໂຄງການສ້າງເຂື່ອນ ມີ​ອິດໂຊນ (Myitsone) ນັ້ນ.

ບົດຖະແຫລງໃຫ້ຂໍ້ສັງເກດວ່າ ທັງສອງປະເທດໄດ້ຕົກລົງກັນດໍາເນີນໂຄງ ການດັ່ງກ່າວ
ຫລັງຈາກ​ໄດ້ມີການສຶກສາ​ແລະທົບທວນຄືນເບິ່ງຢ່າງລະອຽດຖີ່ຖ້ວນທີ່ສຸດແລ້ວ.

ຈີນ ແລະມຽນມາ ໄດ້ຕົກລົງກັນສ້າງເຂື່ອນ ທີ່ມີມູນຄ່າກໍ່ສ້າງ 3,600 ລ້ານໂດລານີ້ ໃນ
ປີ 2009 ​ໃສ່ແມ່ນໍ້າອີຣາວະດີ ໃນພາກເໜືອຂອງມຽນມາ ​ໂດຍ​ມີກໍານົດຈະສໍາເລັດລົງ
ໃນປີ 2019.

ໂຄງການຮ່ວມດັ່ງກ່າວນີ້ ໄດ້ກໍ່ໃຫ້ເກີດການປະທ້ວງຢ່າງໃຫຍ່ ຈາກພວກອະນຸລັກທໍາມະ
ຊາດ ແລະພວກຊາວບ້ານຊາວເມືອງທ້ອງຖິ່ນ ທີ່ເວົ້າວ່າ ເຂື່ອນຈະພາໃຫ້ເກີດນໍ້າຖ້ວມ
ເນື້ອທີ່ອັນກວ້າງໃຫຍ່ໄພສານ ແລະຈະມີ ຜົນກະທົບອັນໃຫຍ່ຫລວງຕາມມາ ຕໍ່ປະຊາ
ຊົນແລະສະພາບແວດລ້ອມ.

ອະດີດນາຍພົນທະຫານ ທ່ານ Thien Sein ປະທານາທິບໍດີຄົນໃໝ່ ຂອງມຽນມາ ​ໄດ້
ບອກສະພາ​ໃຫ້ປະຕິບັດຕາມຄວາມປາດຖະໜາຂອງປະ ຊາຊົນ.

ລັດຖະບານມຽນມາ ທີ່ຈິງໆແລ້ວ ເປັນລັດຖະບານພົນລະເຮືອນແຕ່ໃນນາມ ໄດ້ຖືກເລືອກ
ຕັ້ງຂຶ້ນ​ມາ ໃນເດືອນພະຈິກ ໃນການເລືອກຕັ້ງທົ່ວປະເທດເທື່ອ ທໍາອິດຂອງມຽນມາໃນ
ຮອບຊາວປີ. ປະທານາທິບໍດີ Thein Sein ໄດ້ສາບານຕົວເຂົ້າຮັບຕໍາແໜ່ງ ໃນເດືອນມີ
ນາຜ່ານມາ.

XS
SM
MD
LG