ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜັງສືພິມຈີນ ເຕືອນກ່ຽວກັບ ການປະຕິຮູບ ຢ່າງໄວວາ ໃນມຽນມາ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ສື່​ມວນ​ຊົນ​ຂອງທາງ​ການຈີນ​ໄດ້​ເຕືອນ​ກ່ຽວ​ກັບການ​ປ່ຽນ​ແປງ​ໄປ​ສູ່​ປະ​ຊາ​ທິປະ​ໄຕທີ່ຫຼາຍ​ເກີນ​ຂອບ​ເຂດ​ແລະຢ່າງ​ຟ້າວ​ຟັ່ງໃນມຽນມາ​ ໂດຍ​ກ່າວວ່າ ສະ​ເພາະ​ເລຶ່ອງປະຊາທິປະ​ໄຕ​ຢ່າງ​ດຽວ​ນັ້ນ​ຈະ​ບໍ່ສາມາດ​ແກ້​ໄຂ​ບັນຫາ​ທັງ​ໝົດຂອງ​ມຽນມາ ​ທີ່​ຕັ້ງ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນໄດ້.

ບົດ​ຄວາມ​ບົດ​ນຶ່ງ​ທີ່​ອອກ​ໃນ​ໜັງສືພິມ Global Times ທີ່​ບໍລິຫານ​ໂດຍ ພັກ​ຄອມ​ມີ​ວນີສນັ້ນ ຍອມຮັບ​ວ່າການ​ປະຕິ​ຮູບ​ຕ່າງໆ ​ທີ່​ດໍາ​ເນີນ​ໄປ​ໂດຍ ລັດຖະບານພົນລະ​ເຮືອນແຕ່​ພຽງ​ໃນ​ນາມຊຸດ​ໃໝ່​ຂອງ​ມຽນມາ​ນັ້ນແມ່ນໄດ້​ນໍາ​ເອົາ​ຄວາມ​ຫວັງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ສໍາລັບ​ໂອກາດ​ອັນ​ດີງາມ​ຕ່າງໆ​ຂອງ ປະ​ເທດ​ຊາດ.

​ແຕ່​ໜັງສືພິມ​ດັ່ງກ່າວ​ກໍ​ໄດ້ເຕືອນ​ມຽນມາເຖິງ​ໄພ​ອັນຕະລາຍໃນ​ສິ່ງ​ທີ່​ເອີ້ນ​ວ່າ ປະຊາທິປະ​ໄຕ​ໃນແບບ​ຕາ​ເວັນ​ຕົກໂດຍ​ກ່າວ​ວ່າ ການ​ປະຕິ​ຮູບ​ທີ່​ຟ້າວ​ຟັ່ງໄວ​ເກີນໄປນັ້ນ ອາດ​ເອື້ອ​ອໍານວຍໂອກາດ​ໃຫ້ແກ່ພວກ​ຫົວ​ຮຸນ​ແຮງ​ຈັດ​ໃນ​ທຸກ​ຮູບ​ແບບ​ໄດ້.

​ໂດຍ​ສະ​ເພາະ​ແລ້ວ ໜັງສືພິມສະບັບ​ນີ້​ໄດ້​ເອີ່ຍ​ເຖິງ​ຂໍ້​ຂັດ​ແຍ້​ງກັນ​ລະຫວ່າງ​ຊາວ​ພຸດ​ແລະ​ຊາວ​ມຸສລິ​ມ ​ໃນ​ເຂດ​ຕາ​ເວັນ​ຕົກ​ຂອງ​ມຽນມາ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍຊີວິດ​ໄປຫຼາຍສິບຄົນ ​ແລະ​ພັດ​ພາກຈາກ​ຖິ່ນ​ອາໄສ​ອີກຫຼາຍພັນ​ຄົນ.

ບົດ​ຄວາມ​ດັ່ງກ່າວ ທີ່​ມີ​ຫົວ​ຂໍ້​ວ່າ “ປະຊາທິປະ​ໄຕ ​ບໍ່​ແມ່ນ​ຢາ​ທີ່​ສາມາດ​ປິ່ນ ປົວ​ສາລະພັດ​ໂຣກສໍາລັບ​ຄວາມ​ລໍາ​ບາກ​ຂອງ​ມຽນມາ​ໄດ້” ນັ້ນ​ເວົ້າວ່າ ບັນ​ຫາຂັດ​ແຍ້​ງທໍານອງ​ນັ້ນອາດ​ຮ້າຍ​ແຮງຂຶ້ນ​ກວ່າ​ເກົ່າ​ແລະ​ຈົນ​ເຖິງ​ຂັ້ນ​ທີ່​ຄວບ​ຄຸມກັນ​ບໍ່​ໄດ້ ຖ້າ​ຫາກ​ວ່າ​ມຽນມາ​ ​ຕົກ​ຢູ່​ພາຍ​ໃຕ້​ອິດ​ທິພົນ​ຂອງ​ຝ່າຍ​ຕາ​ເວັນ ຕົກຫຼາຍ​ເກີນ​ໄປ ຫຼືການ​ກາງ​ຕໍ່ເອົາ​ແບບຢ່າງ​ຂອງ​ລັດຖະບານ​ຕາ​ເວັນ​ຕົກ ຫຼາຍໂພດ​ນັ້ນ.

ຈີນ​ເປັນ​ພັນ​ທ​ະມິດ​ຂອງລັດຖະບານ​ທະຫານ​ມຽນມາ​ທີ່​ກົດ​ຂີ່​ມາ​ໄດ້​ດົນ​ນານ ທີ່​ໄດ້​ສະຫຼະອໍານາດ​ໄປ​ເມື່ອ​ປີຜ່ານມາ ​ແລະ​ໄດ້​ມອບ​ອໍານາດ​ໃຫ້​ແກ່​ລັດຖະ ບານ​ພົນລະ​ເຮືອນ​ແຕ່​ໃນ​ນາມ ທີ່​ໄດ້​ທໍາ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງແລະ ​ເສດຖະກິດຫຼາຍຢ່າງຫຼາຍປະການ​ນັບ​ແຕ່​ນັ້ນມາ.

XS
SM
MD
LG