ທາງລົດໄຟຄວາມໄວສູງທີ່ຍາວທີ່ສຸດໃນໂລກ ໄດ້ເປີດໃຊ້ງານ
ແລ້ວຢູ່ຈີນ ໃນວັນພຸດມື້ນີ້.
ລົດໄຟຂະບວນທຳອິດທີ່ແລ່ນເທິງລາງຍາວ 2,298 ກິໂລແມັດ
ແຕ່ນະຄອນປັກກິ່ງ ໄປຫາເມືອງກວາງໂຈ ໄດ້ອອກຈາກນະ
ຄອນຫລວງຂອງຈີນ ໃນເວລາ 9 ໂມງເຊົ້າ ຕາມເວລາທ້ອງຖິ່ນ
ໂດຍທີ່ລົດໄຟຂະບວນທີ 2 ຈະອອກຈາກເມືອງກວາງໂຈ ນຶ່ງ
ຊົ່ວໂມງຕໍ່ມາ.
ລົດໄຟທີ່ແລ່ນເທິງເສັ້ນທາງໃໝ່ເຫລົ່ານີ້ ຈະເດີນທາງດ້ວຍ
ຄວາມໄວ 300 ກິ ໂລແມັດຕໍ່ຊົ່ວໂມງ ຊຶ່ງຈະເຮັດໃຫ້ການ ເດີນທາງແຕ່ນະຄອນຫລວງປັກກິ່ງ ໄປຫາສູນກາງເສດຖະ
ກິດຕ່າງໆ ຢູ່ໃນເຂດພາກໃຕ້ຂອງປະເທດ ຫລຸດລົງຈາກ 20
ກວ່າຊົ່ວ ໂມງ ມາເຫລືອພຽງແຕ່ 8 ຊົ່ວໂມງ.
ລັດຖະບານຈີນ ກໍາລັງວາງແຜນທີ່ຈະສ້າງເຄືອຂ່າຍລົດໄຟຄວາມໄວສູງທີ່ເນັ່ງ ຈາກພາກ ຕາເວັນອອກ ໄປຫາພາກຕາເວັນຕົກ 4 ສາຍ ແລະຈາກພາກເໜືອ ໄປຫາພາກໃຕ້ 4 ສາຍ ຊຶ່ງຈະເລີ້ມເປີດໃຊ້ງານ ໃນປີ 2020.