ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ສ້າງເງື່ອນໄຂ ເພື່ອໃຫ້ທ່ານສີ ປົກຄອງປະເທດ ໄລຍະຍາວ


China Builds Case for Longterm Xi Rule
please wait

No media source currently available

0:00 0:02:25 0:00

ການ​ເປີດ​ກອງ​ປະຊຸມ​ປະຈຳ​ປີ ​ຂອງບັນດາ​ສະມາຊິກ​ສະພານິຕິບັນຍັດສູງສຸດ​ຂອງຈີນ
ໄດ້​ເລີ້ມ​ຂຶ້ນດ້ວຍພິທີທີ່ສຳຄັນແລະ​ການປະກາດເຄີຍພົບເຫັນມາແລ້ວໃນ​ວັນ​ຈັນ​ວານ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ອັນ​ທີ່​ຫລາຍໆຄົນ​ຈະ​ພາກັນ​ຕິດຕາມ ໃນ​ໄລຍະຫລາຍໆ​ວັນ​ຈະ​ມາ​ເຖິງ
​ນີ້ ກໍ​ຄື​ການສະ​ເໜີ ​ທີ່​ຈະແຜ້ວ​ທາງໃຫ້​ແກ່​ຜູ້ນຳ​ຂອງຈີນ ທ່ານ​ສີ ຈິ້ນ​ຜິ​ງ ເປັນ​ປະ​ທານ​
ປະ​ເທດ​ຕະຫລອດ​ຊີວິດ.

ຄືກັບຫລາຍ​ໆປີ​ທີ່​ຜ່ານ​ມາ ລາຍ​ງານ​ກ່ຽວກັບການ​ປະຕິບັດ​ພາລະກິດ ​ຈາກ​ນາຍົກລັດ
ຖະມົນຕີ ຫລີ ​ເກີ​ຈຽງ ​ໄດ້​ກ່າວຢ້ຳ​ເຖິງ​ຄວາມ​ຈຳ​ເປັນ ​ທີ່​ຈະ​ຈຳກັດ​ການ​ສ່ຽງທາງດ້ານ​
ການ​ເງິນ​ຈາກການ​ເປັນ​ໜີ້​ສິນເພີ້ມຂຶ້ນ​ ແລະ​ຮັກສາ​ການເຕີບໂຕຂອງ​ເສດຖະກິດ​ໃຫ້ມີ
ຄວາມທຸ່ນ​ທ່ຽງ. ທ່ານຫ​ລີ​ກ່າວ​ວ່າ ​ໃນປີ​ນີ້ຈີນ​ຈະ​ໃຊ້​ຈ່າຍໃນດ້ານປ້ອງກັນປະເທດເພີ້ມ
ຂຶ້ນ 8.1 ​ເປີເຊັນ ​ແລະ​ຄາດວ່າ ​ການ​ນຳພາ ​ຂອງ​ລັດຖະບານ​ຄອມ​ມິ​ວນິສ ຈະເຮັດໃຫ້​
ເສດຖະກິດ​ຈະ​ຂະຫຍາຍໂຕ 6.5 ​ເປີ​ເຊັນ.

ປີ​ກາຍ​ນີ້ ​ເສ​ດຖະກິດ​ໄດ້ເຕີບ​ໂຕ 6.9 ​ເປີ​ເຊັນ ​ແຕ່​ປັກ​ກິ່ງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າທາຍ
ຫລາ​ຍຢ່າງ ນັບແຕ່​ການປາກົດໃຫ້ເຫັນພໍເປັນລາງໆ ກ່ຽວກັບສົງຄາມ​ການ​ຄ້າ​ກັບ​ສະ
ຫະລັດ ຕະຫຼອດເຖິງ​ໜີ້​ສິນ​ທີ່ເພີ້ມທະວີຂຶ້ນຂອງ​ລັດຖະບານ​ທ້ອງ​ຖິ່ນ.

ໃນຂະນະທີ່​ວໍ​ຊິງ​ຕັນ​ພ້ອມ​ແລ້ວ​ທີ່​ຈະ​ທຳ​ການ​ເກັບ​ພາສີ​ເຂົ້າ​ສຳລັບ​ເຫລັກກ້າແລະ ອາ​
ລູມີ​ນຽມ ທ່ານຫ​ລີ ກ່າວ​ວ່າ ​ປັກ​ກິ່ງຈະ​ຕັດ​ຄວາມສາມາດ​ທີ່​ເກີນຄວາມຕ້ອງການໃນດ້ານ
ເຫລັກກ້າ ລົງ​ເຖິງ 170 ລ້ານ​ໂຕນ.

ນາຍົກລັດ ຖະມົນຕີຈີນ ທ່ານຫລີ ​ເກີ​ຈຽງ ກຳລັງຖະແຫລງຜ່ານໜ້າໂທລະພາບ ຢູ່ພິທີເປີດກອງປະຊຸມປະຈຳປີ ທີ່ສະພາປະຊາຊົນ ວັນທີ 5 ມີນາ 2018.
ນາຍົກລັດ ຖະມົນຕີຈີນ ທ່ານຫລີ ​ເກີ​ຈຽງ ກຳລັງຖະແຫລງຜ່ານໜ້າໂທລະພາບ ຢູ່ພິທີເປີດກອງປະຊຸມປະຈຳປີ ທີ່ສະພາປະຊາຊົນ ວັນທີ 5 ມີນາ 2018.

ທ່າ​ນຫລີກ່າວ​ວ່າ “ຈີນ​ຈະ​ສົ່ງ​ເສີມ​ຢ່າງ​ສະໝໍ່າສະ​ເໝີ​ຕໍ່ໂລກາພິວັດໃນການມີເສດຖະກິດ
ເສລີ ​ແລະປົກ​ປ້ອງການ​ຄ້າ​ເສລີ. ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັບ​ທຸກ​ພັກ​ຝ່າຍ​ທີ່
​ກ່ຽວຂ້ອງ​ທັງ​ໝົດ ​ເພື່ອ​ສ້າງຄວາມກ້າວໜ້າ ​ໃຫ້ແກ່ການ​ເຈລະ​ຈາ ການຄ້າ​ຫລາຍ​ຝ່າຍ.”

ປະທານປະເທດຈີນ ທ່ານສີ ຈິນຜິງ ເດີນທາງມາເຖິງພິທີເປີດກອງປະຊຸມ ທີ່ສາລາປະຊາຊົນ ວັນທີ 5 ມີນາ, 2018.
ປະທານປະເທດຈີນ ທ່ານສີ ຈິນຜິງ ເດີນທາງມາເຖິງພິທີເປີດກອງປະຊຸມ ທີ່ສາລາປະຊາຊົນ ວັນທີ 5 ມີນາ, 2018.

ເຖິງ​ແມ່ນ​ວ່າ ທ່ານຫ​ລີ ບໍ່​ໄດ້​ເວົ້າ​ເຖິງ​ ບົດແກ້ໄຂ ໃນການ​ປ່ຽນແປງ​ລັດຖະທຳມະນູນທີ່
ໄດ້ມີການສະເໜີໄປແລ້ວ ​ຢູ່​ໃນ​ລາຍ​ງານ​ຂອງ​ທ່ານກໍຕາມ ​ແຕ່​ກໍໄດ້​ກ່າວເຖິງ​ຢູ່​ໃນ​ຄຳ
ປາໄສເປີດ​ກອງ​ປະຊຸມ. ການລາຍງານນີ້ ໄດ້​ເປີດ​ເຜີຍ​ເປັນ​ເທື່ອ​ທຳ​ອິດ​ວ່າ ຈະມີການ
​ຊຸກ​ຍູ້ ​ໃຫ້ຮັບ​ຜ່ານບົດແກ້ໄຂລັດຖະທຳມະນູນ 21 ບົດ ໃນກອງ​ປະຊຸມ​ຂອງປີ​ນີ້ ຮວມ
ທັງ​ມາດຕາກ່ຽວກັບການດຳລົງຕຳແໜ່ງຂອງທ່ານ​ສີ​ເລີ້ມແຕ່ເດືອນ​ກັນ​ຍາເປັນຕົ້ນໄປ.

ບັນດາຜູ້ຕາງໜ້າຊົນເຜົ່ານ້ອຍ ເດືນທາງມາຮ່ວມເປີດພິທີ ກອງປະຊຸມ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ທີ່ 5 ມີນາ 2018.
ບັນດາຜູ້ຕາງໜ້າຊົນເຜົ່ານ້ອຍ ເດືນທາງມາຮ່ວມເປີດພິທີ ກອງປະຊຸມ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ທີ່ 5 ມີນາ 2018.

ລັດຖະບານ​ຂອງ​ປະທານາທິບໍດີທຣໍາ ​ໄດ້​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ເພື່ອຍົກເລີກໃນການ​
ຈຳກັດ​ ການດຳລົງຕຳແໜ່ງຂອງປະ​ທານປະເທດ ໂດຍບໍ່ມີການຄັດຄ້ານຫຍັງຫຼາຍ.

​ໂຄສົກທຳນຽບຂາວ ທ່ານນາງ​ຊາຣາ ຮັກ​ກາ​ບີ ​ແຊນເດີ​ສ໌ ກ່າວ​ວ່າ ລັດຖະບານ​ໃຫ້ການ​ສະໜັບສະໜູນ ​ຕໍ່ການຈຳກັດໃນການດຳລົງຕຳແໜ່ງ ຢູ່ໃນ​ສະຫະລັດ ​ແຕ່​ໃນ​ກໍ​ລະ​ນີ
ຂອງປັກ​ກິ່ງ “ນັ້ນແມ່ນການ​ຕັດສິນ​ໃຈ ​ທີ່​ຈະ​ຂຶ້ນຢູ່​ກັບ​ຈີນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG