ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ເພີ່ມກຳລັງອາວຸດ ໃສ່ເກາະທຽມ ເພື່ອ ຕຽມພ້ອມ ຖ້າມີການປະທະເກີດຂຶ້ນ


China Defense
please wait
Embed

No media source currently available

0:00 0:00:50 0:00

China Defense

ກອງທັບ​ຈີນ​ ​ກຳລັງ​ສ້າງ​ລະບົບ​ຕ້ານເຮືອບິນ​ລົບ​ແລະ​ຈະ​ຫຼວດ ​ໃນ​ໝູ່ເກາະທຽມ​ທີ່​ສ້າງ
​ຂຶ້ນ​ໃນ​ທະ​ເລ​ຈີນ​ໃຕ້ ​ພ້ອມ​ດຽວ​ກັນ​ນີ້ ກໍ​ຍັງ​ໄດ້​ປະຕິຍານ​ວ່າ ປະຕິບັດ​ການ​ທາງເຮືອບິນ​
ໃນ​ໝູ່​ເກາະ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນີ້ ອິງ​ຕາມ​ໜ່ວຍ​ງານ​ວິ​ໄຈ​ຂອງ​ສະຫະລັດ.

“ນີ້​ແມ່ນ​ຫຼັກ​ຖານເພີ່ມ​ຕື່ມ ທີ່​ປະທານ​ປະ​ເທດ Xi Jinping ​ໄດ້​ກ່າວ​ຕໍ່​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໃນ​ປີ​ກາຍ​ນີ້ ວ່າ ຈະ​ບໍ່​ມີ​ການ​ປະຕິບັດ​ງານ​ທາງ​ທະຫານ​ແຕ່​ຢ່າງ​ໃດ
ໃນ​ໝູ່​ກາະດັ່ງກ່າວ ວ່າ ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ​ແລະຍັງ​ບໍ່​ທັນ​ສົມ​ບູນ​ພໍ,”
ຊຶ່ງ​ທ່ານ Gregory Polling ​ຜູ້ອຳນວຍການ ຂອງ​ອົງການ Asia Maritime Transparency Initiative (AMTI) ໄດ້​ບອກ​ກັບ VOA ​ໃນ​ການ​ໃຫ້​ສຳພາດ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ທ່ານ​ຍັງ​ໄດ້​ກ່າວ
​ອີກ​ຕື່ມ​ວ່າ “ມັນເປັນທີ່ຈະ​ແຈ້ງ​ແລ້ວ ​ໃນ​ການ​ຕຽ​ມພ້​ອມໝູ່​ເກ​າະ​ນີ້ ດ້ວຍ​ອາວຸດ ​
ໃນ​ກໍລະນີ​ທີ່​ອາດ​ເກີດ​ມີ​ການ​ປະ​ທະ​ກັນ​ຂຶ້ນ​ມາ.​”

ພາບທີ່ນຳອອກເຜີຍແຜ່ຈາກບໍລິສັດ Asian Maritime Transparency Initiative ໃນສູນກາງສຶກສາດ້ານຍຸດທະສາດ ແລະການສຶກສານາໆຊາດ ທີ່ສະແດງໃຫ້ເຫັນເຖິງ ການກໍ່ສິາງໃສ່ໝູ່ເກາະ Spratly ທີ່ມີບັນຫາໂຕ້ແຍ້ງກັນຢູ່ນັ້ນ, 23 ທີນາ, 2016.
ພາບທີ່ນຳອອກເຜີຍແຜ່ຈາກບໍລິສັດ Asian Maritime Transparency Initiative ໃນສູນກາງສຶກສາດ້ານຍຸດທະສາດ ແລະການສຶກສານາໆຊາດ ທີ່ສະແດງໃຫ້ເຫັນເຖິງ ການກໍ່ສິາງໃສ່ໝູ່ເກາະ Spratly ທີ່ມີບັນຫາໂຕ້ແຍ້ງກັນຢູ່ນັ້ນ, 23 ທີນາ, 2016.

​ໃນ​ຂະນະ​ທີ່​ການ​ຕໍ່​ເຕີ່​ມນີ້ ບໍ່​ສາມາດ​ພິຈາລະ​ນະ​ໄດ້​ວ່າ​ເປັນ​ການ​ປົກ​ປ້​ອງທາງ​ອາວຸດ
“​ເຖິງ​ແມ່ນ​ແຕ່​ລະບົບ​ທີ່​ວ່າ​ນີ້​ແລ້ວ ກໍລະ​ເມີດການ​ປະຕິຍານ​ທີ່​ທ່ານ Xi ​ໄດ້​ໃຫ້​ໄວ້​
ໃນ​ຕອນ​ທີ່​ມາ​ຢ້ຽມຢາມ​ທຳນຽບຂາວ”
ຊຶ່ງ​ທ່ານ Dennis Wilder ອາຈານ​ສອນ​ມະຫາວິທະຍາ​ໄລ Georgetown ອະດີດ​ກຳມະການ​ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ
​ແຫ່ງ​ຊາດ ສຳ​ຫຼັບ​ພາກ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ​ Polling ກ່າວ​ວ່າ. “ຜົນ​ສະຫຼຸບ​ຂອງລະບົບ​ອາວຸດ​ໃໝ່​ນີ້ ​ໄດ້​ຕິດຕັ້ງ​ໃນ​ໝູ່​ເກາະ
ມາເປັນ​ເວລາ​ຫຼາຍໆ​ເດືອນ​ ຂອງ​ການ​ວິໄຈຂອງ​ລະບົບ​ດາວ​ທຽມ​ດ້ານ​ທຸລະ​ກິດ ​
ໂດຍອົງການ AMTI.”

“ພວກ​ເຮົາ​ສາມາດ​ເຫັນ​ໄດ້​ວ່າ ການເຮັດ​ປືນ​ທີ່​ຕ້ານທານ​ຕໍ່ ​ເຮືອບິນ​ລົບ. ຖ້າ​ຫາກ​ວ່າ​ລູກປືນ​ຍາວ​ພໍ ມັນກໍ​ຈະ​ສາມາດ​ມອງ​ເຫັນໄດ້​ຈາກ​ອາວະກາດ ​ເພາະສະ​ນັ້ນ ​ມັນຈຶ່ງ
​ຕ້ອງ​ໃຫ່ຍພໍສົມຄວນ”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG