ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຂະ​ຫຍາຍ​ການ​ການ​ອອກ ວີ​ຊາ ໃນ​ຂະ​ນະ​ທີ່​ຄວາມ​ເປັນ​ຫ່ວງ​ດ້ານ​ໂຣກ​ລະ​ບາດຫຼຸດ​ລົງ


ຜູ້​ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ສະ​ແດງ​ທ່າ​ທາງ​ທ່າມ​ກາງ​ຄຳ​ເຕືອນ​ຄື້ນ​ຄວາມ​ຮ້ອນ, ລຸນຫຼັງ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ນະ​ຄອນ ຊຽງ​ໄຮ້, ຈີນ, 13 ກໍ​ລະ​ກົດ 2022.
ຜູ້​ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ສະ​ແດງ​ທ່າ​ທາງ​ທ່າມ​ກາງ​ຄຳ​ເຕືອນ​ຄື້ນ​ຄວາມ​ຮ້ອນ, ລຸນຫຼັງ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ນະ​ຄອນ ຊຽງ​ໄຮ້, ຈີນ, 13 ກໍ​ລະ​ກົດ 2022.

ຈີນ ແມ່ນ​ກຳ​ລັງຫຼຸດ​ຜ່ອນ​ມາດ​ຕະ​ການ​ຫ້າມ​ທີ່​ເຄັ່ງ​ຄັດ​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ອອກວີ​ຊາ ຫຼັງ​ຈາກ​ເຂົາ​ເຈົ້າ​ໄດ້​ຢຸດ​ການ​ຫ້າມ​ອອກ​ມາ​ຊົ່ວ​ຄາວ​ເປັນ​ສ່ວນ​ໃຫຍ່​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ແລະອື່ນໆ​ດົນ​ກວ່າ​ສອງ​ປີ​ທີ່​ຜ່ານ​ມາ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ໂຣກ​ ລະ​ບາດ ໂຄວິດ-19.

ເວັບ​ໄຊ້​ຂອງ​ສະ​ຖານ​ທູດ ຈີນ ໃນ ອິນ​ເດຍ ໄດ້​ກ່າວ​ວ່າ​ຂັ້ນ​ຕອນ​ທີ່​ຖືກ​ປັບ​ປຸງໃໝ່​ດັ່ງ​ກ່າວ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ພຸດມື້ນີ້, ໂດຍ​ປາ​ສະ​ຈາກ​ການ​ກ່າວ​ເຖິງ​ຢ່າງ​ສະ​ເພາະ​ເຈາະ​ຈົງ ກ່ຽວ​ກັບ ຂໍ້​ຮຽກ​ຮ້ອງ​ການ​ສັກ​ຢາ​ວັກ​ຊີນ ຫຼື ພິ​ສູດຫຼັກ​ຖານ​ຂອງ​ການ​ກວດ​ໂຣກ​ເປັນ​ລົບ​ສຳ​ລັບໄວ​ຣັ​ສ​ນັ້ນ.

ຈີນ ຍັງ​ຄົງ​ຮຽກ​ຮ້ອງ​ໃຫ້​ຜູ້​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ ​ກັກ​ຕົວ​ກວດ​ໂຣກ​ຢູ່​ໂຮງ​ແຮມ ຫຼື ເຮືອ​ນ​ສ່ວນ​ຕົວ ແລະ ພິ​ສູດ​ຫຼັກ​ຖານ​ຂອງ​ການກວດ​ໂຣກ​ເປັນ​ລົບ​ສຳ​ລັບ​ການ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ແລະ ການ​ຄ້າຫຼາຍ​ແຫ່ງ.

ການຫຼຸດ​ຜ່ອນ​ມາດ​ຕະ​ການ​ຫ້າມ​ອອກວີ​ຊາ​ດັ່ງ​ກ່າວ​ແມ່ນ​ສຳ​ຄັນ​ສຳ​ລັບ​ບັນ​ດາ​ນັກ​ສຶກ​ສາ ອິນ​ເດຍ, ໂດຍ​ສະ​ເພາະ​ຜູ້​ທີ່​ກຳ​ລັງ​ສຶກ​ສາ​ໃນ​ພາກ​ການ​ຢາ​ ທີ່​ມີ​ລາ​ຄາ​ບໍ່​ແພງ​ຢູ່ ຈີນ ກວ່າ​ໃນ​ປະ​ເທດ​ຕາ​ເວັນ​ຕົກ​ຕ່າງໆ.

ສະ​ຖານ​ທູ​ດ​ໄດ້​ກ່າວ​ວ່າ “ສຳ​ລັບ​ນັກ​ສຶກ​ສາ​ຜູ້​ທີ່​ເດີນ​ທາງ​ກັບ​ໄປ ຈີນ ເພື່ອ​ສືບ​ຕໍ່​ການ​ສຶກ​ສາ​ຂອງ​ເຂົາ​ເຈົ້າ​ນັ້ນ: ໃບ​ຢັ້ງ​ຢືນ​ໃນ​ການ​ເດີນ​ທາງ​ກັບ​ໄປ​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ອອກ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລໃນ ຈີນ ແມ່ນ​ຕ້ອງ​ໄດ້​ມີ.”

ສະ​ຖານ​ທູດ ຈີນ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ກໍ​ໄດ້​ເອົາ​ແຈ້ງ​ການ​ດັ່ງ​ກ່າວ​ລົງ​ໂດຍ​ເວົ້າ​ວ່າ ກົດ​ລະ​ບຽບ​ໃໝ່​ສຳ​ລັບ​ບັນ​ດາ​ນັກ​ສຶກ​ສາ ແລະ ອື່ນ​ໆ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຈາກວັນ​ພຸດມື້ນີ້.

ຈີນ ໄດ້​ປິດ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ເປັນ​ສ່ວນ​ໃຫຍ່ ຫຼັງ​ຈາກ​ໄວ​ຣັ​ສ​ຖືກກວດ​ພົບ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເມືອງ ວູ​ຫານ ທາງ​ພາກ​ກາງ​ຂອງ ຈີນ ເມື່ອ​ທ້າຍ​ປີ 2019 ທີ່​ຜ່ານ​ມາ. ລັດ​ຖະ​ບານ​ໄດ້​ດຳ​ເນີນ​ນະ​ໂຍ​ບາຍ​ “ສູນ-ໂຄວິດ” ທີ່​ເຂັ້ມ​ງວດ​ທີ່​ໄດ້​ເຮັດ​ໃຫ້ຫຼາຍ​ລ້ານ​ຄົນ​ຖືກ​ກຳ​ນົດ​ໃຫ້​ຢູ່​ພາຍ​ໃຕ້​ການ​ກັກ​ບໍ​ລິ​ເວນ, ແຕ່​ມາດ​ຕະ​ການ​ດັ່ງ​ກ່າວ​ກໍ​ຖືກ​ຍົກ​ເລີກ​ໃນ​ທີ່​ສຸດ ທ່າມ​ກາງ​ຕົວ​ເລກ​ຂອງ​ກໍ​ລະ​ນີ​ທີ່​ໄດ້ຫຼຸດ​ລົງ ແລະ ການ​ຄັດ​ຄ້ານ​ຂອງ​ສາ​ທາ​ລະ​ນະ​ຕໍ່​ຄ​ວາມ​ເສຍ​ຫາຍ​ທາງ​ເສດ​ຖະ​ກິດ ແລະ ສັງ​ຄົມ.

ການ​ລະ​ບາດ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ແມ່ນ​ສືບ​ຕໍ່​ທີ່​ຈະ​ເກີດ​ຂຶ້ນ, ດ້ວຍ​ 1,641 ກໍ​ລະ​ນີ​ໃໝ່​ໃນ​ການ​ຕິດ​ຕໍ່​ໂຣກ​ພາຍ​ໃນ​ປະ​ເທດ​ຖືກ​ປະ​ກາດ​ໃນ​ວັນ​ພຸດມື້ນີ້, ລວມ​ທັງ​ໃນ​ພາກ​ພື້ນ​ ທີ່​ຢູ່​ຫ່າງ​ໄກ​ເຊັ່ນ ຕິ​ເບດ ແລະ ຊິນ​ຈຽງ ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ. ຜູ້​ທີ່​ຕິດ​ເຊື້ອ​ສ່ວນ​ໃຫຍ່​ແມ່ນບໍ່​ມີ​ອາ​ການ ແລະ ບໍ່​ມີ​ຄົນ​ເສຍ​ຊີ​ວິດ​ໃໝ່​ຖືກ​ລາຍ​ງານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG