ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ແລະອັງກິດ ລົງນາມ ໃນຂໍ້ຕົກລົງ ທຸລະກິດ ມູນຄ່າ ຫຼາຍພັນລ້ານ ໂດລາ


ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ຈັບມືກັບ
ນາຍົກອັງກິດ ທ່ານ David Cameron ໃນລະຫວ່າງ ການຖະແຫຼງຂ່າວຮ່ວມກັນ. (21 ຕຸລາ 2015)
ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ຈັບມືກັບ ນາຍົກອັງກິດ ທ່ານ David Cameron ໃນລະຫວ່າງ ການຖະແຫຼງຂ່າວຮ່ວມກັນ. (21 ຕຸລາ 2015)

ຈີນແລະອັງກິດ ມີກຳນົດຈະລົງນາມ ໃນຂໍ້ຕົກລົງທາງທຸລະກິດ
ມູນຄ່າຫລາຍພັນລ້ານໂດລາ ໃນຂະນະທີ່ປະທານປະເທດຈີນ
ທ່ານ Xi Jinping ພົບປະກັບ ນາຍົກລັດຖະມົນຕີ David Ca-
meron ໃນລະຫວ່າງມື້ທີສອງ ຂອງການຢ້ຽມຢາມປະເທດອັງ
ກິດຢ່າງເປັນທາງການຂອງຜູ້ນຳຈີນ.

ເປັນທີ່ຄາດກັນວ່າ ພວກຜູ້ນຳທັງສອງຈະປະກາດຢ່າງເປັນທາງ
ການກ່ຽວກັບການຕົກລົງສຳຄັນ ທີ່ຈະເຫັນພວກນັກລົງທຶນດ້ານ
ການເງິນຈີນ ປະກອບເປັນນຶ່ງສ່ວນສາມ ຂອງທຶນຮອນກ່ຽວກັບ
ໂຮງໄຟຟ້ານິວເຄລຍ Hinkley Point C ທີ່ຈະສ້າງໂດຍບໍລິສັດ
ສັນຍາຈ້າງຝຣັ່ງ ຢູ່ທາງພາກຕາເວັນຕົກສຽງໃຕ້ໃນປະເທດອັງກິດ.

ນອກນັ້ນ ບໍລິສັດລັດວິສາຫະກິດ ນ້ຳມັນແຫ່ງຊາດຂອງຈີນ ແລະບໍລິສັດນ້ຳມັນຍັກໃຫຍ່
BP ຂອງອັງກິດ ຍັງຄາດວ່າຈະຕົກລົງເພື່ອເຮັດການພັດທະນາຮ່ວມກັນ. ຮວມແລ້ວ ເຈົ້າ
ໜ້າທີ່ອັງກິດກ່າວວ່າ ພວກທ່ານຄາດວ່າການຕົກລົງທັງໝົດຈະມີມູນຄ່າ 46 ພັນລ້ານໂດ
ລາ ໃນລະຫວ່າງການຢ້ຽມຢາມເປັນເວລາ 4 ມື້ຂອງທ່ານ Xi.

XS
SM
MD
LG