ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະຜູ້ແທນການຄ້າອັງກິດ ຢ້ຽມຢາມຈີນ


ນາຍົກລັດຖະມຸນຕີອັງກິດ ທ່ານ David Cameron ດື່ມອວຍພອນ ກັບນາຍົກລັດຖະມຸນຕີຈີນ ທ່ານເຫວິ້ນເຈຍບາວ ໃນພິທີລົງນາມ
ໃນສັນຍາກັນທີ່ກຸງປັກກິງ ວັນທີ 9 ພະຈິກ 2010
ນາຍົກລັດຖະມຸນຕີອັງກິດ ທ່ານ David Cameron ດື່ມອວຍພອນ ກັບນາຍົກລັດຖະມຸນຕີຈີນ ທ່ານເຫວິ້ນເຈຍບາວ ໃນພິທີລົງນາມ ໃນສັນຍາກັນທີ່ກຸງປັກກິງ ວັນທີ 9 ພະຈິກ 2010

ນາຍົກລັດຖະມຸນຕີ David Cameron ​ແຫ່ງ​ອັງກິດ​ກໍາ​ລັງຢູ່​ໃນ​ປະ​ເທດ​ຈີນ ຊຶ່ງ​ຕິດຕາມ​ໄປ
ດ້ວຍ ພວກ​ລັດຖະມຸນຕີ 4ທ່ານ​ໃນ​ວົງ​ການລັດຖະບານ​ຂອງ​ທ່ານ​ແລະ​ພວກ​ຜູ້​ນໍາ​ທຸລະກິດ​
ຫລາຍ​ກວ່າ 40 ທ່ານ ​ໂດຍ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ຈະ​ເພີ່ມການ​ຄ້າ​ກັບປະ​ເທດ​ເອ​ເຊຍ​ແຫ່ງ
ນີ້ຂຶ້ນ​ ເປັນ​ສອງ​ເທົ່າ​ໂຕ ພາຍ​ໃນ​ປີ 2015 ນັ້ນ.

ຄະນະ​ຜູ້ຕາງໜ້າ​ເຫລົ່າ​ນີ້ ຊຶ່ງ​ທໍາ​ການ​ພົບ​ປະ​ຫາລື​ກັບ​ພວກເຈົ້າ​ໜ້າ​ທີ່ຈີນ​ໃນ​ວັນ​ອັງຄານ​ມື້​ນີ້
ແລະ​ວັນ​ພຸດ​ມື້​ອື່ນ ກ່ອນ​ຈະ​ເດີນທາງ​ຕໍ່​ໄປ​ຍັງເກົາຫລີ​ໃຕ້​ ເພື່ອ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ
ຂອງ​ກຸ່ມ G20 ນັ້ນ ນັບວ່າ​ເປັນ​ຄະນະ​ຜູ້​ແທນ​ກຸ່ມ​ໃຫຍ່​ທີ່​ສຸດ​ຂອງ​ອັງກິດ ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ທີ່ໄດ້ເດີນທາງ​ໄປ​ຍັງ​ຈີນນັ້ນ
.
ທ່ານ Cameron ກ່າວ​ວ່າ ທ່ານ​ຢາກ​ໃຫ້​ຍົກ​ຄວາມ​ສໍາພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນສູ່ ​ລະດັບ​ໃໝ່.

ນາຍົກລັດຖະມຸນຕີອັງກິດ​ເປັນ​ຜູ້​ນໍາ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ຄົນ​ທໍາ​ອິດ ທີ່ໄປ​ຢ້ຽມຢາມ​ກຸງ​ປັກ
ກິ່ງ ນັບ​ແຕ່​ມີ​ການ​ມອບ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິ​ພາບ​ໃຫ້​ແກ່​ທ່ານ Liu Xiaobo ຜູ້​
ຄັດຄ້ານລັດຖະບານ​ຈີນ​ ທີ່​ກໍາລັງຖືກ​ຂັງ​ຄຸກ​ຢູ່​ໃນ​ເວລາ​ນີ້. ທ່ານ Cameron ກ່າວ​ຕື່ມວ່າ
ທ່ານ​ຈະ​ທໍາ​ການໂອ້​ລົມ​ສົນທະນາ​ເລື້ອງ​ສິດທິ​ມະນຸດ​ກັບ​ພວກ​ເຈົ້າພາບ​ຂອງ​ທ່ານ ​ແຕ່​ຈະ​ດໍາ
ເນີນ​ໄປ​ດ້ວຍ​ຄວາມ​ເຄົາລົບ​ນັບຖື ​ແລະ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ.

ແຕ່​ການ​ກະທໍາ​ເຊັ່ນ​ນີ້​ອາດ​ຈະ​ບໍ່ເປັນທີ່ພໍ​ໃຈ​ ແກ່​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິມະນຸດ​ ທີ່
ໄດ້​ພາກັນ​ຮຽກຮ້ອງ​ໃຫ້​ທ່ານ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບຈີນ ​ດ້ວຍທ່າທີທີ່​ແຂງ​ແຮງ​ກ່ຽວ​ກັບ​ ເລື້ອງ​ນີ້.

XS
SM
MD
LG