ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຂອງກຸ່ມ BRICS ຮຽກຮ້ອງໃຫ້ແກ້ໄຂບັນຫາ ຕາເວັນອອກກາງ ໂດຍສັນຕິວິທີ


ກອງປະຊຸມສຸດຍອດກຸ່ມ BRICS ຈາກຊ້າຍ ທ່ານ Manmohan Singh ນາຍົກລັດຖະມົນຕີອິນເດຍ ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ ທ່ານ Hu Jintao ປະທານປະເທດຈີນ ປະທານາທິບໍດີ Dilma Rousseff ແຫ່ງ Brazil ແລະປະທານາທິບໍດີ Jacob Zuma ແຫ່ງອາຟຣິກາໃຕ້ ທີ່ເມືອງ Sanya ແຂວງ Hainan ຂອ
ກອງປະຊຸມສຸດຍອດກຸ່ມ BRICS ຈາກຊ້າຍ ທ່ານ Manmohan Singh ນາຍົກລັດຖະມົນຕີອິນເດຍ ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ ທ່ານ Hu Jintao ປະທານປະເທດຈີນ ປະທານາທິບໍດີ Dilma Rousseff ແຫ່ງ Brazil ແລະປະທານາທິບໍດີ Jacob Zuma ແຫ່ງອາຟຣິກາໃຕ້ ທີ່ເມືອງ Sanya ແຂວງ Hainan ຂອ

ບັນດາ​ຜູ້​ນໍາ​ປະ​ເທດ​ທີ່​ກໍາລັງ​ພັດທະນາ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​
ກ່າວ​ວ່າ ຄວາມ​ວຸ້ນວາຍ​ທີ່​ກໍາລັງ​ແຜ່​ລາມ​ໄປ​ໃນ​ທົ່ວ​ລີ​ເບຍ
ແລະ​ໃນ​ປະ​ເທດອື່ນໆ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ຄວນ​ຈະ
ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ບໍ່ໃຊ້​ກໍາລັງ.

ພວກ​ຜູ້​ນໍາ​ຈາກ​ຈີນ ຣັດ​ເຊຍ ອິນ​ເດຍ Brazil ​ແລະ​ອາ​
ຟຣິກາ​ໃຕ້ຍັງ​ກ່າວຕື່ມ ຫລັງ​ຈາກ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ
ກັນໃນ​ພາກ​ໃຕ້​ຂອງຈີນ​ ໃນ​ວັນ​ພະຫັດ​ມື້​ນີ້​ແລ້ວວ່າ ສະ
ພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຄວນ​ຈະ​ຖືກປະຕິ​ຮູບ​
ໃໝ່​ເພື່ອ​ໃຫ້​ພວກ​ປະ​ເທດ​ກໍາລັງ​ພັດທະນາ​ມີ​ສຽງ​ຫລາຍ​ຂຶ້ນ.

4 ປະ​ເທດ​ທີ່​ເອີ້ນ​ຊື່ຮວມກັນ​ວ່າ BRIC ນັ້ນ ​ໄດ້​ທໍາ​ການ​ພົບ​ປະກັນເພື່ອ​ປົກປ້ອງ​ຜົນ​ປະ​ໂຫຍ​ດສ່ວນ​ຮວມ ນັບ​ແຕ່ປີ 2009 ​ເປັນ​ຕົ້ນ​ມາແລະ​ໄດ້​ເພີ່ມ​ຊື່​ອາ​ຟຣິກາ​ໃຕ້​ເຂົ້າ​ຕື່ມ​ໃນ​ປີ​ນີ້ ​ແລະ​ຊື່​ຂອງ​ກຸ່ມ​ດັ່ງກ່າວ​ໄດ້​ປຽນ​ມາ​ເປັນ BRICS.

ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງ​ຫລັງ​ຈາກ​ການ​ພົບ​ປະກັນ​ແລ້ວ​ທີ່​ເມືອງ Sanya ​ເທິງ​ເກາະ Hainan ຂອງ​ຈີນ ພວກ​ຜູ້​ນໍາ​ເຫລົ່າ​ນີ້ກ່າວ​ວ່າ ພວກ​ຕົນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງກ່ຽວ
ກັບ​ຄວາມ​ວຸ້ນວາຍ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ ​ໃນ​ທະວີບອາ​ຟຣິກາ​ເໜືອ​ແລະ​ເຂດອາຟຣິກາ
ຕາ​ເວັນຕົກ​ນັ້ນ.ພວກ​ຜູ້​ນໍາ​ເຫລົ່າ​ນີ້​ເວົ້າ​ຕື່ມ​ວ່າ ພວກ​ເຂົາ​ເຈົ້າ​ເຫັນ​ດີ​ນໍາ​ຫລັກການທີ່ວ່າ ການ​ໃຊ້​ກໍາລັງ​ນີ້​ຄວນ​ຈະ​ຖືກ​ຫລີກ​ລ້ຽງ.

ຖະ​ແຫລ​ງການ​ຮ່ວມ​ສະບັບ​ນີ້​ບໍ່​ໄດ້​ບົ່ງ​ຢ່າງ​ເຈາະ​ຈົງ​ໃສ່​ລີ​ເບຍ ບ່ອນ​ທີ່ກໍາລັງ​ຂອງ​ກຸ່ມ​ເນ​ໂຕ້​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ເພື່ອ​ຈັດ​ຕັ້ງ​ປະຕິ​ບັດ​ຕາມ​ມະຕິເຂດ​ຫ້າມ​ການບິນທີ່​ໄດ້​ຮັບ​ອະນຸມັດ
ຈາກ​ສະຫະ​ປະຊາ​ຊາດແລະ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ທະ ຫານ​ນິຍົມທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ນັ້ນ.

ແຕ່​ປະທານາທິບໍດີ Dmitri Medvedev ​ແຫ່ງຣັດ​ເຊຍ ກ່າວ​ຕໍ່ກອງ​ປະຊຸມ​ນັກ​ຂ່າວ​ວ່າ ພວກ​ຜູ້​ນໍາ​ທັງ​ໝົດ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຕາຍ​ຂອງ​ພວກ​ພົນລະ​ເຮືອນ​ໃນ​ລີ​ເບຍ ​ແລະ​ເຫັນ​ດີ​ວ່າວິ​ກິດ​ການ​ດັ່ງກ່າວ​ຄວນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ການ​ດໍາ​ເນີນການ​ທາງ​ການ​ເມືອງ​ແລະ​ການ​ທູດ ​ແລະ​ບໍ່​ແມ່ນ​ດ້ວຍ​ການ​ໃຊ້​ກໍາລັງ.

XS
SM
MD
LG