ບັນດາເຈົ້າໜ້າທີ່ຈີນກ່າວວ່າ ເສດຖະກິດຂອງປະເທດ ເຕີບໂຕ
ຂື້ນເຖິງ 7.9 ເປີເຊັນໃນໄຕຣມາດທີສີ່ຂອງປີ 2012 ເຮັດໃຫ້ການ
ເຕີບໂຕແບບຊັກຊ້າ ທີ່ຕິດຕໍ່ກັນມາເປັນເວລາ 7 ໄຕຣມາດ ສິ້ນ
ສຸດລົງ.
ຫ້ອງການສະຖິຕິແຫ່ງຊາດຂອງຈີນ ກ່າວໃນວັນສຸກມື້ນີ້ວ່າ ອັດ
ຕາການເຕີບໂຕ ໃນໄລຍະແຕ່ເດືອນຕຸລາຫາເດືອນທັນວາ ໄດ້
ເພີ້ມຂື້ນຈາກ 7.4 ເປີເຊັນ ຂອງໄຕຣມາດກ່ອນ.
ຫ້ອງການສະຖິຕິ ກ່າວວ່າ ໂຕເລກນີ້ເຮັດໃຫ້ອັດຕາການເຕີບໂຕ
ຂອງປີຕົກເປັນ 7.8 ເປີເຊັນຊຶ່ງເປັນໂຕເລກທີ່ອ່ອນເພຍທີ່ສຸດນັບ
ແຕ່ປີຊຸມປີ 1990 ເປັນຕົ້ນມາ.
ຫ້ອງການສະຖິຕິແຫ່ງຊາດກ່າວວ່າ ຍອດຜະລິດຮວມແຫ່ງຊາດຂອງຈີນໄດ້ຖີບໂຕຂຶ້ນເປັນປະມານ 8 ພັນ 280 ຕື້ໂດລາໃນປີກາຍນີ້ິ ຊຶ່ງເປັນພື້ນຖານອັນແໜ້ນໜາທີ່ຢືນຢັນວ່າຈີນເປັນເສດຖະກິດໃຫຍ່ສຸດອັນ ດັບສອງຂອງໂລກ ລຸນຫລັງສະຫະລັດ.
ຢູ່ໃນຖະແຫລງການທີ່ນຳອອກເຜີຍແຜ່ນັ້ນ ຫ້ອງການສະຖິຕິແຫ່ງຊາດ ຂອງຈີນກ່າວວ່າ ພາກປະຕິບັດໂດຍທົ່ວໄປທັງໝົດຂອງເສດຖະກິດຈີນ “ກໍາລັງມີຄວາມທຸ່ນທ່ຽງ” ແລະພວກນັກວິເຄາະກ່າວວ່າ ເຂົາເຈົ້າຄາດ ວ່າ ການຟື້ນໂຕຄືນຂອງເສດຖະກິດຈີນ ຈະດຳເນີນໄປ ຕະຫລອດປີ 2014.