ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຕຽມຮັບມືກັບ ພາຍຸໄຕ້ຝຸ່ນ Fitow (ວີດິໂອ)


ຄື້ນຟອງ ຈາກພາຍຸໄຕ້ຝຸ່ນ Fitow ຂະນະກໍາລັງພັດເຂົ້າຝັ່ງ ໃນແຂວງ ພາກຕາເວັນອອກຂອງຈີນ ໃນມື້ນີ້
ຄື້ນຟອງ ຈາກພາຍຸໄຕ້ຝຸ່ນ Fitow ຂະນະກໍາລັງພັດເຂົ້າຝັ່ງ ໃນແຂວງ ພາກຕາເວັນອອກຂອງຈີນ ໃນມື້ນີ້
ຈີນ​ກໍາລັງ​ຢູ່​ໃນ​ທ່າ​ລະວັງ​ໄພ​ສູງ​ສຸດ ​ເພື່ອ​ຮັບ​ມື​ກັບ​ພາຍຸ​ໄຕ້​ຝຸ່ນ
Fitow ທີ່ກໍາລັງ​ພັດໃກ້​ເຂົ້າ​ໄປ ຊຶ່ງ​ພະຍາກອນອາກາດ​ເວົ້າ​ວ່າ
ພາຍຸ​ດັ່ງ​ກ່າວ​ຈະ​ພັດ​ເຂົ້າຖະຫຼົ່ມ​ເຂດ​ຝັ່ງ​ທ​ະ​ເລ​ກໍ້າ​ຕາ​ເວັນ​ອອກ
ຂອງ​ຈີນ ​ໃນ​ລະຫວ່າງ​ຕອນ​ແລງ​ວັນ​ອາທິດ ​ແລະ ​ເຊົ້າວັນ​ຈັນ.

ສູນ​ອຸຕຸນິຍົມ​ແຫ່ງ​ຊາດ​ຂອງ​ຈີນ ​ໄດ້​ປະກາດ​ເຕືອນ​ໄພ​ໃນ​ລະດັບ​
ສີ​ແດງທີ່​ໝາຍ​ເຖິງອັນ ຕະລາຍ ​ສູງ​ສຸດ​ ​ແລະ​ກ່າວ​ວ່າ ຄາດ​ວ່າ​
ພາຍຸ​ຈະ​ພັດ​ເຂົ້າຝັ່ງ​ຢູ່​ໃນ​ເຂດ​ລະຫວ່າງ​ ພາກ​ໃຕ້​ຂອງ ແຂວງ
Zhejiang ແລະ​ພາກ​ເໜືອ​ຂອງແຂວງ Fujian.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ທໍາ​ການ​ຍົກຍ້າຍ​ພວກ​ຄົນໄປ​ພັກຜ່ອນຫຼາຍພັນ​ຄົນ ອອກ​ຈາກ​
ສະຖານ​ທີ່ພັກຜ່ອນ ຫຼື ຣີສອດ ​ໃນ​ເຂດ​ດັ່ງກ່າວ. ​ເຮືອ​ຫາ​ປາ ​ແລະ​ເຮືອ​ຂ້າມ​ຟາກ ກໍ​ໄດ້​ຖືກ​ເຕືອນ​ໃຫ້​ກັບ​ຄືນ​ເຂົ້າຝັ່ງ ​ແລະ​ຫຼາຍໆ​ຖ້ຽວບິນ​ສາກົນ ​ແລະ​ພາຍ​ໃນ​ປະ​ເທດ ຖືກ​ຍົກ​ເລີກ.

ພາຍຸ​ໄຕ້​ຝຸ່ນ Fitow ​ເປັນ​ຊື່​ທີ່​ຕັ້ງ​ຂຶ້ນ ຈາກດອກ​ໄມ້​ຊະນິດ​ນຶ່ງໃນປະ​ເທດເກາະ Micronesia. ໄຕ້​ຝຸ່ນລູກ​ນີ້ ​ເປັນ​ລູກທີ 23 ທີ່​ຖະຫຼົ່ມຂົງ​ເຂດ​ດັ່ງກ່າວ ​ໃນ​ປີ​ນີ້.

ເບິ່ງວີດີໂອ:

China Typhoon
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG