ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຈີນວາງແຜນ ເພີ້ມງົບປະມານ ດ້ານປ້ອງກັນປະເທດຂຶ້ນ 12 ເປີເຊັນ ໃນສົກປີນີ້ (ວີດີໂອ ພາສາລາວ/ອັງກິດ)


China Plans 12 Percent Boost in Defense Spending
please wait

No media source currently available

0:00 0:02:33 0:00

ເບິ່ງວີອີໂອ ກ່ຽວກັບລາຍງານນີ້.

ຈີນ ກ່າວວ່າ ເສດຖະກິດຂອງຕົນ ຈະສືບຕໍໍ່ເຕີບໂຕຂຶ້ນຢ່າງ
ສະໝ່ຳສະເໝີ ​ໃນ​ອັດຕາປະມານ​ 7.5 ​ເປີເຊັນ ໃນປີນີ້. ໃນການໄຂກອງປະຊຸມສະພາປະຊາຊົນແຫ່ງ ຊາດທີ່ເປັນ
ກອງປະຊຸມດ້ານເມືອງທີ່ສຳຄັນບັ້ນ​ນຶ່ງ ຢູ່​ນະຄອນຫລວງ
ປັກກິ່ງ ເມື່ອ ວັນພຸດອາທິດ​ແລ້ວນີ້​ ຄະນະ​ນຳພາຈີນ ຍັງ​
ໄດ້ປະກາດໃຫ້ຮູ້ເຊັ່ນກັນວ່າ​ ຕົນຈະໃຊ້ ຈ່າຍເງິນ ຈຳນວນ
ຫຼາຍກວ່າ​ 130 ຕື້ໂດລາ ໃສ່ການປ້ອງກັນຊາດ.​ Bill Ide
ຜູ້ສື່ຂ່າວ ວີໂອເອ ມີ​ລາຍ​ງານຈາກປັກກິງ ດັ່ງສິງຈະນຳ ມາ
ສະເໜີທ່ານ.

ລິງໂດຍກົງ

ບັນດາຜູ້ນຳຈີນ ກ່າວວ່າ ພວກເຂົາເຈົ້າໄດ້ປະເຊີນກັບການທ້າ
ທາຍທີ່ຫຍຸ້ງຍາກຫລາຍຢ່າງໃນປີ 2013 ເຊັ່ນ:​ ການເສດຖະ
ກິດຂອງໂລກ ທີ່ເຕີບໂຕຊ້າ ພ້ອມທັງການສົ່ງອອກທີ່ຂຶ້ນໆລົງໆ ແລະໄພພິບັດທຳມະຊາດ
ຕ່າງໆ.​ ນາຍົກ​ລັດຖະມົນຕີ ຫຼີ ເກຈຽງ​ ກ່າວວ່າ ​ເສດຖະກິດຂອງຈີນ ຊຶ່ງເປັນເສດຖະກິດ
ທີ່ໃຫຍ່ອັນດັບສອງຂອງໂລກນັ້ນ ຈະສືບຕໍ່ເຕີບໂຕຂຶ້ນຢ່າງສະໝ່ຳສະເໝີໃນປີນີ້ ແຕ່ທ່ານ
ກ່າວຕື່ມວ່າ ຄວາມສ່ຽງແລະອັນຕະຕາຍທີ່ມອງບໍ່ເຫັນ ຍັງຄົງມີຢູ່.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ທ່ານເລ ເກຈຽງ​ກ່າວວ່າ​ “ຍັງມີ ບັນຫາຫຼາຍຢູ່ ​ທີ່ປະຊາຊົນຍັງບໍ່ທັນດີໃຈນຳ.
ອຸບັດເຫດທີ່ຮ້າຍແຮງ​ ທາງ​ດ້ານອຸດສາຫະກຳ ກໍເກີດຂຶ້ນເລື້ອຍໆ.​ ສິ່ງປ້ອງ
ກັນ ຄວາມ​ໝັ້ນຄົງ​ຂອງສັງຄົມ ​ຈະຕ້ອງໃຫ້ແຂງແຮງຂຶ້ນແລະບັນຫາຕ່າງໆ
ຂອງການສໍ້ລາດບັງຫຼວງ ກໍເກີດຂຶ້ນແລ້ວເກີດຂຶ້ນອີກ.”


ທ່ານຫຼີ ກ່າວວ່າ ບັນຫາບາງຢ່າງເກີດຂຶ້ນ​ກໍເພາະວ່າ ຈີນຍັງເປັນປະເທດກຳລັງພັດທະ
ນາຢູ່ ແລະບັນຫາອື່ນໆນັ້ນ ກໍແມ່ນວ່າ ລັດຖະບານບໍ່ສາມາດດຳເນີນງານໄດ້ດີຂຶ້ນ.​
ໃນປີແລ້ວນີ້ ບັນດາຜູ້ນຳຈີນໄດ້ກ່າວ ຢ່າງ​ຍືດຍາວ ກ່ຽວກັບ ການທຸດຈະລິດສໍ້ລາດບັງ
ຫຼວງນັ້ນ. ໃນກອງປະຊຸມປະຈຳປີນີ້​ ​ພວກເຂົາເຈົ້າເວົ້າ​ເຖິງເລື້ອງຄວາມຈຳເປັນສຳລັບ
ຄວາມໂປ່ງໃສຂອງງົບປະມານ.

ທ່ານຫຼີ ​ກ່າວວ່າ “ ພວກລັດຖະບານຕ່າງໆໃນທຸກໆລະດັບ ຄວນຈະເປີດເຜີຍ
ງົບປະມານ ແລະລາຍງານບັ້ນສຸດທ້າຍຂອງຕົນ ໃຫ້ປະຊາຊົນຮູ້ແລະ ພວກ
ງົບປະມານທີ່ອົງກອນຕ່າງໆເປີດເຜີຍໃຫ້ຮູ້ ກໍຄວນຈະຮວມທັງລາຍລະອຽດ
ຕ່າງໆເປັນເທື່ອລະຂັ້ນໄປ ກ່ຽວ​ກັບລາຍຈ່າຍ​ແຕ່ລະຢ່າງ.ການໃຊ້ຈ່າຍຂອງ
ລັດຖະບານ ກ່ຽວກັບການເດີນທາງຢ້ຽມຢາມຕ່າງປະເທດຢ່າງເປັນທາງການ
ຕະຫຼອດທັງ​ເລື້ອງຍານພາຫະນະທີ່ທາງການໃຊ້ ແລະການຕ້ອນຮັບແຂກ
ທາງການ ກໍຄວນຈະປະກາດໃຫ້ປະຊາຊົນຮູ້ ເພື່ອ ຮັບ ປະກັນຄວາມໂປ່ງ
ໃສ ແລະເຮັດໃຫ້ເປັນການງ່າຍ ສຳລັບປະຊາຊົນ ທີ່ຈະເຂົ້າໃຈ ແລະກຳກັບ
ເບິ່ງນຳ​ໄດ້.”


ກອງປະຊຸມຫຼວງຂອງສະພາປະຊາຊົນແຫ່ງຊາດຈີນ ​ໄຂ​ຂຶ້ນປີລະເທື່ອ ເພື່ອຮັບຮອງ
ເອົາຮ່າງງົບປະມານ​ ພ້ອມທັງໂອ້ລົມສົນທະນາກັນເລື້ອງການອອກກົດໝາຍ ແລະ
ຮ່າງທິດທາງຂອງນະໂຍບາຍ ສຳລັບປີຕໍ່ໜ້າ.​ ສຳລັບປີໜ້ານັ້ນ​ ຈີນກ່າວວ່າ ຕົນຈະ
ເພີ້ມງົບປະມານໃຊ້ຈ່າຍ ດ້ານປ້ອງກັນປະເທດຂຶ້ນ ຫຼາຍກວ່າ ​12 ເປີເຊັນ.

ທ່ານຫຼີ ເກຈຽງ ນາຍົກລັດຖະມົນຕີຈີນ ​ກ່າວວ່າ​ ”ປີແລ້ວນີ້ ພວກເຮົາໄດ້ທຳຄວາມ
ຄືບໜ້າຢ່າງຫຼວງຫຼາຍ ໃນການເສີມສ້າງ ການປ້ອງກັນແຫ່ງຊາດໃຫ້ແຂງແຮງ
ຂຶ້ນ. ກອງທັບ ແລະກຳລັງຕຳຫຼວດປະກອບອາວຸດ ກໍຢູ່ໃນສະພາບທີ່ແຂງແຮງ
ຂຶ້ນຢ່າງເຕັມສ່ວນ ແລະມີສະມັດຖະພາບແຂງແຮງຂຶ້ນ. ປີນີ້ພວກເຮົາຈະຍົກ
ລະດັບລັກສະນະປະຕິວັດຂອງກອງທັບຈີນ ຂຶ້ນຢ່າງຮອບດ້ານຈະປັບປຸງພວກ
ເຂົາເຈົ້າ​ໃຫ້ທັນສະໄໝ ແລະຍົກລະດັບການປະຕິບັດງານຂອງເຂົາເຈົ້າແລະ
ສືບຕໍ່ຍົກລະດັບການຕ້ານ​ຢັນ ແລະສະມັດຖະພາບໃນການຕໍ່ສູ້ຂອງເຂົາເຈົ້າ
ໃນຍຸກ​ແຫ່ງຂ່າວສານຂໍ້ມູນນີ້.”


ເປັນເວລາຫຼາຍປີຜ່ານມາແລ້ວ ທີ່ການໃຊ້ຈ່າຍໃນດ້ານທະຫານຂອງຈີນ ໄດ້ຂະຫຍາຍ
ອອກໃນອັດຕາ 10 ເປີເຊັນ ຂຶ້ນ​ໄປ ແຕ່ໂຕເລກ ທີ່ປະກາດໃຫ້ຮູ້ຢ່າງເປັນທາງການນັ້ນ
ກໍຍັງ​ເທົ່າ​ກັບ ​ແຕ່​ພຽງ ນຶ່ງສ່ວນຫົກ ຂອງງົບປະມານຂອງທຳນຽບຫ້າແຈ ຫຼືກະຊວງ
ປ້ອງກັນປະເທດສະຫະລັດ ​ເທົ່ານັ້ນ.

​ແຕ່​ເຖິງປານນັ້ນ ​ການເພີ້ມທະວີ​ຂຶ້ນຢ່າງໄວ ​ໃນການໃຊ້ຈ່າຍທາງທະຫານຂອງກຸງປັກ
ກິງ ກໍໄດ້ເປັນຈຸດແຫ່ງຄວາມເປັນຫ່ວງ ຫລາຍຂຶ້ນນັບ​ມື້ ຢູ່ໃນຂົງເຂດໂດຍສະເພາະ
ໃນ​ເມື່ອ​ວ່າຈີນໄດ້​ເອົາ​ທ່າ​ທີທີ່ຢືນຢັດ ຢ່າງ​ໜັກ​ແໜ້ນຂຶ້ນ​ ໃນການກ່າວອ້າງເອົາເຂດນ້ຳ
ແດນດິນ ທາງບົກແລະທາງທະເລນັ້ນ. ທ່ານ​ຫຼີ ກ່າວຕື່ມວ່າ ຈີນຈະ​ເພີ້​ມທະວີການຄົ້ນ
ຄວ້າ ແລະການພັດທະນາ ເທັກໂນໂລຈີອາວຸດແບບໃໝ່ ລະດັບຮາຍ​ເທັກ ພ້ອມທັງ
ອຸບປະກອນນຳ.

ທ່ານຫຼີ ຍັງກ່າວເຊັ່ນກັນວ່າ ຈີນຈະປົກ​ປ້ອງສິດທິ ແລະຜົນປະໂຫຍດທາງ​ທະ​ເລຂອງ
ຕົນຢ່າງເດັດດ່ຽວ ແລະຈະສ້າງສາຈີນ ໃຫ້ເປັນມະຫາອຳນາດນຶ່ງທາງທະເລ.
XS
SM
MD
LG